ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການໂຈມຕີ ທາງອາກາດ ຂອງເຄນຢາ ຢູ່ ໂຊມາເລຍ ສັງຫານ ພວກຫົວຮຸນແຮງ 30 ຄົນ


ແຜນທີ່ເຄນຢາ
ແຜນທີ່ເຄນຢາ
ເຄນຢາກ່າວວ່າ ຕົນໄດ້ທຳການໂຈມຕີທາງອາກາດຕໍ່ເຂດພາກ
ໃຕ້ຂອງໂຊມາເລຍທີ່ເປັນເພື່ອນບ້ານແລະໄດ້ສັງຫານພວກນັກ ລົບຂອງກຸ່ມຫົວຮຸນແຮງ al- Shabab ຢ່າງໜ້ອຍ 30 ຄົນຮວມ ທັງຜູ້ບັນຊາການຄົນສຳຄັນຈຳນວນນຶ່ງ.

ກອງທັບເຄນຢາ ຖະແຫຼງຜ່ານທາງ Twitter ວ່າ ນອກນັ້ນຍັງມີ
ຜູ້ໄດ້ຮັບບາດເຈັບອີກຈຳນວນນຶ່ງ ໃນການໂຈມຕີຄ້າຍພວກຫົວ
ຮຸນແຮງ al-Shabab ຢູ່ທີ່ເມືອງ Garbaharey ໃນເຂດ Gedo
ຂອງໂຊມາເລຍ ໃນວັນພະຫັດວານນີ້.

ຖະແຫຼງຂ່າວຂອງກອງທັບເຄນຢາຍັງເວົ້າວ່າ ມີລົດຫລາຍກວ່າ
5 ຄັນ ແລະອຸບປະກອນອື່ນໆອີກ ໄດ້ຖືກທຳລາຍ ຢູ່ທີ່ຄ້າຍດັ່ງກ່າວ ບ່ອນທີ່ກອງທັບເຄັນຢາ ເວົ້າວ່າ ກຸ່ມຫົວຮຸນແຮງ al-Shabab ພວມປະຊຸມກັນ.

ປະທານາທິບໍດີໂຊມາເລຍ ທ່ານ Abdiweli Sheikh Ahmed ໄດ້ໃຫ້ຄວາມເຫັນກ່ຽວກັບ ການໂຈມຕີຂອງເຄນຢາ ໂດຍຖະແຫລງຜ່ານທາງ Twitter ວ່າມັນ ໄດ້ສະແດງໃຫ້ເຫັນເຖິງ ຄວາມເສຍຫາຍຢ່າງສຳຄັນຂອງກຸ່ມ al-Shabab.

ເຄນຢາ ໄດ້ສົ່ງກຳລັງເຂົ້າໄປໃນໂຊມາເລຍ ໃນປີ 2011 ເພື່ອສູ້ລົບ ກັບກຸ່ມອິສລາມຫົວຮຸນ ແຮງ ທີ່ເປັນເຄືອຂ່າຍຂອງພວກກໍ່ການຮ້າຍອາລກາອີດາ ທີ່ໄດ້ທໍາການວາງລະເບີດໂຈມຕີ ແລະລັກພາໂຕເປັນລຳດັບມາຢູ່ໃນຂົງເຂດ.

ເຈົ້າໜ້າທີ່ເຄນຢາກ່າວວ່າ ຕົນຈະປະກຳລັງຂອງຕົນໄວ້ ຢູ່ໃນໂຊມາເລຍຕໍ່ໄປ ຕາບໃດທີ່ຍັງ
ມີຄວາມຈຳເປັນຢູ່ ເພື່ອເອົາຊະນະສົງຄາມ ຕໍ່ຕ້ານພວກກໍ່ການຮ້າຍ. ທະຫານເຄນຢາພວມ ສູ້ລົບຄຽງບ່າຄຽງໄຫຼ່ກັບກອງກຳລັງຂອງສະຫະພາບອາຟຣິກາຄັ້ງນຶ່ງ ກຸ່ມ al-Shabab ເຄີຍ ຄວບຄຸມດິນແດນສ່ວນໃຫຍ່ຂອງໂຊມາເລຍ ທີ່ໄດ້ປະສົບກັບໄພສົງຄາມ ແຕ່ຕໍ່ມາໄດ້ຖືກຂັບ ໄລ່ ອອກຈາກຫົວເມືອງສຳຄັນໆແລ້ວ.
XS
SM
MD
LG