ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕປະກັນຝຣັ່ງ ທີ່ຖືກລັກພາຕົວ ທີ່ປະເທດເຄນຢາ ເສຍຊີວິດແລ້ວ


ນາງ Marie Dedieu ຊາວຝຣັ່ງ ທີ່ຖືກມືປືນລັກພາຕົວໄປ
ນາງ Marie Dedieu ຊາວຝຣັ່ງ ທີ່ຖືກມືປືນລັກພາຕົວໄປ

ກະຊວງຕ່າງປະເທດຂອງຝຣັ່ງເວົ້າວ່າ ແມ່ຍິງຊາວຝຣັ່ງສູງອາຍຸຄົນນຶ່ງທີ່ ຖືກລັກພາຕົວໄປທີ່
ປະເທດເຄນຢາໃນຕົ້ນເດືອນນີ້ ໄດ້ເສຍຊີວິດແລ້ວ.

ເຈົ້າໜ້າທີ່ຝຣັ່ງ ທີ່ໄດ້ທໍາການເຈລະຈາຕໍ່ຮອງຂໍໃຫ້ປ່ອຍຕົວນາງ Marie Dedieu ໄດ້ປະ
ກາດ ກ່ຽວກັບການເສຍຊີວິດຂອງລາວ ເມື່ອວັນພຸດມື້ນີ້ ແຕ່ພວກເຂົາເຈົ້າບໍ່ໄດ້ແຈ້ງໃຫ້ຊາບ
ກ່ຽວກັບສາເຫດ ຫລືວັນເວລາໃນ ການເສຍຊີວິດ.

ພວກມືປືນທີ່ບໍ່ຊາບຝ່າຍໄດ້ລັກພາຕົວນາງ Dedieu ເມື່ອວັນທີ່ 1 ເດືອນຕຸລາ ຈາກບ້ານ
ພັກແຄມທະເລຂອງລາວໃນເຂດພາກເໜືອຂອງປະເທດເຄນຢາ ຜູ້ກ່ຽວຢູ່ໃນໄວ 60 ກວ່າປີ
ແລະໃຊ້ລົດເຂັນໄປມາ ຊຶ່ງພວກ ລັກພາຕົວບໍ່ໄດ້ເອົາລົດເຂັນດັ່ງກ່າວໄປນໍາ.

ພວກເຈົ້າໜ້າທີ່ເຄນຢາສົງໄສວ່າ ພວກຫົວຮຸນແຮງຈາກກຸ່ມກະບົດ al-Shabab ຂອງໂຊມາ
ເລຍ ມີສ່ວນພົວພັນໃນການລັກພາຕົວຄັ້ງນີ້ ພ້ອມ ດ້ວຍການລັກພາໂຕນັກທ່ອງທ່ຽວຊາວ ອັງກິດຄົນນຶ່ງແລະພະນັກງານຊ່ວຍເຫລືອຊາວສະເປນສອງຄົນເມື່ອໝໍ່ໆມານີ້ນໍາ.

ເມື່ອວັນອາທິດຜ່ານມານີ້ ພວກເຈົ້າໜ້າທີ່ເຄນຢາ ໄດ້ສົ່ງທະຫານຈຸນຶ່ງເຂົ້າ ໄປປະຕິບັດງານ
ໃນໂຊມາເລຍ ເພື່ອຕາມລ່າຫາສະມາຊິກຂອງກຸ່ມຫົວຮຸນແຮງອີສລາມທີ່ເປັນເຄື່ອຂ່າຍຂອງ
ກຸ່ມກໍ່ການຮ້າຍອາລຄາອີດາ.

ເວລານີ້ກໍາລັງທະຫານດັ່ງກ່າວຂອງເຄນຢາ ກໍາລັງປະເຊີນກັບສະພາວະຝົນຕົກໜັກ ແລະ
ດິນຕົມ ໃນຂະນະທີ່ພວກເຂົາເຈົ້າກໍາລັງບຸກຄືບໜ້າເຂົ້າໄປໃນຢ່າງໜ້ອຍສອງຂົງເຂດທາງ
ພາກໃຕ້ຂອງໂຊມາເລຍນັ້ນ.

XS
SM
MD
LG