ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງໂຊມາເລຍ ປະທະກັນ ກັບພວກກະບົດ al-Shabab


ໂຄສົກຂອງກຸ່ມກະບົດ al-Shabab ນາຍ Sheik Abdul Asis Abu Muscab ອອກຖະແຫຼງການສະບັບນຶ່ງ ທາງທິດໃຕ້ ຂອງນະຄອນຫຼວງໂມກາດິສຊູ (19 ຕຸລາ 2011)
ໂຄສົກຂອງກຸ່ມກະບົດ al-Shabab ນາຍ Sheik Abdul Asis Abu Muscab ອອກຖະແຫຼງການສະບັບນຶ່ງ ທາງທິດໃຕ້ ຂອງນະຄອນຫຼວງໂມກາດິສຊູ (19 ຕຸລາ 2011)

ການສູ້ລົບກັນຢ່າງໜັກໄດ້ລະເບີດຂຶ້ນລະຫວ່າງທະຫານລັດຖະບານໂຊມາເລຍແລະພວກກະ
ບົດ al-Shabab ໃນນະຄອນຫຼວງໂມກາດິສຊູຂະນະທີ່ກຳລັງເຄນຢາສືບຕໍ່ການບຸກຄືບໜ້າ
ເຂົ້າໄປໃນພາກໃຕ້ໂຊມາເລຍໃນຄວາມພະຍາຍາມເພື່ອຕາມລ່າຫາສະມາຊິກຂອງກຸ່ມກະບົດ
ໂຊມາເລຍ.

ເຈົ້າໜ້າທີ່ແລະພວກທີ່ເຫັນເຫດການກ່າວວ່າ ກຳລັງທະຫານໂຊມາເລຍທີ່ໄດ້ຮັບການສະໜັບ
ສະໜຸນຈາກສະຫະພາບອາຟຣິການັ້ນ ໄດ້ເປີດສາກບຸກໂຈມຕີ ຕໍ່ຄຸ້ມ Daynile ໃນນະຄອນ
ຫຼວງໂມກາດິສຊູ ຊຶ່ງເປັນນຶ່ງໃນຈຳນວນບໍ່ເທົ່າໃດເຂດທີ່ຍັງຢູ່ພາຍໃຕ້ການຄວບຄຸມຂອງພວກ
ຫົວຮຸນແຮງ ທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລກາຍດາ. ເຈົ້າໜ້າທີ່ໂຊມາເລຍກ່າວວ່າ ເວລານີ້ຕົນໄດ້ຄວບຄຸມບໍລິເວນສ່ວນໃຫຍ່ໃນຄຸ້ມດັ່ງກ່າວໄດ້ແລ້ວ.

ພວກກະບົດ al-Shabab ໄດ້ຖອນອອກໄປຈາກເກືອບທຸກໆເຂດ ໃນນະຄອນຫຼວງໂມກາ
ດິສຊູໃນເດືອນສິງຫາຜ່ານມາແຕ່ຍັງສືບຕໍ່ການປະຕິບັດງານແບບກອງໂຈນ ທຳການໂຈມຕີ ປະຊາຊົນຊາວໂຊມາເລຍແລະກຳລັງທະຫານຂອງລັດ ຖະບານ.

XS
SM
MD
LG