ຄວັນໄຟຈາກການເຜົາງາຊ້າງຈຳນວນ 105 ໂຕນ ພ້ອມດ້ວຍ ເຂົາແຮດ ຈຳນວນ 1.35 ໂຕນ ທີ່ພຸ້ງຂຶ້ນສູ່ທ້ອງຟ້າປົກຄຸມອາກາດເທິງສວນອຸດທະຍານແຫ່ງຊາດ ຂອງ Nairobi ໂດຍມີປະທານາທິບໍດີ ຂອງເຄັນຍາ ທ່ານ Kenyatta ເຂົ້າຮ່ວມເປັນປະທານ ເພື່ອສົ່ງ ສານໄປໃຫ້ໂລກຮັບຮູ້ວ່າ ງາຊ້າງ ມີຄຸນຄ່າຕໍ່ຊ້າງເທົ່ານັ້ນ ຫຼາຍກວ່າ ທີ່ມັນຈະມີລາຄາ ແພງ ຢູ່ໃນຕະຫຼາດ.
ແລະການເຜົາງາຊ້າງທີ່ຢູ່ໃນຄັງ ໃນຄັ້ງນີ້ ເຮັດໃຫ້ເປັນການເຜົາຈຳນວນຫຼາຍທີ່ສຸດ ໃນ ປະຫວັດສາດ.
ທ່ານ Kenyatta ໄດ້ກ່າວວ່າ “ຄວາມສູງຂອງກອງງາຊ້າງຢູ່ຕໍ່ໜ້າພວກເຮົານີ້ ເປັນຂີດ ໝາຍ ຄວາມເຂັ້ມແຂງຂອງການແກ້ໄຂບັນຫານີ້ຂອງພວກເຮົາ, ບັນດາທ່ານສຸພາບ ສະຕີ ແລະ ທ່ານສຸພາບບູລຸດ ຢູ່ຕໍ່ໜ້າທ່ານນີ້ ແມ່ນກອງງາຊ້າງ ແລະ ເຂົາ ທີ່ມີຈຳນວນ ມະຫາ ສານ ທີ່ບໍ່ເຄີຍມີມາກ່ອນ ທີ່ຈະຖືກທຳລາຍແບບນີ້. ແລະເຫດຜົນ ຂອງພວກ ເຮົາ ກໍແມ່ນ ວ່າ ຈະແຈ້ງທີ່ສຸດ. ບໍ່ມີຜູ້ໃດ ແລະຂ້າພະເຈົ້າຂໍຢ້ຳອີກວ່າ ບໍ່ມີຜູ້ໃດ ຄວນ ເຮັດທຸລະກິດ ການຄ້າ ດ້ານງາຊ້າງແບບໃດໆ ເພາະສຳລັບການຄ້ານີ້ ມັນໝາຍເຖິງ ການສູນເສຍ. ການສູນເສຍຊ້າງຂອງພວກເຮົາ ແລະ ການສູນເສຍ ມໍລະດົກທາງ ທຳມະຊາດ ຂອງພວກເຮົາ.”
ພິທີດັ່ງກ່າວນັ້ນ ໄດ້ເປັນຂີດໝາຍຂອງຄວາມໝັ້ນໝາຍຂອງເຄັນຍາ ເພື່ອຍຸຕິການແຜ່ ລະບາດ ຂອງການລັກລອບຂ້າສັດປ່າ ຊຶ່ງໄດ້ສົ່ງຜົນ ເຮັດໃຫ້ຊ້າງຫຼາຍໝື່ນໂຕ ທົ່ວທະວີບ ຖືກຂ້າເພື່ອເອົາງາຂອງພວກມັນ ໃນແຕ່ລະປີ.
ໃນວັນເສົາວານນີ້ ອີງຕາມໂຄສົກຂອງໜ່ວຍງານບໍລິການທາງດ້ານສັດປ່າຂອງເຄັນຍາ ຫຼື KWS ໄດ້ຖະແຫລງວ່າ ສະລຸບແລ້ວ ງາຊ້າງທີ່ໄດ້ຖືກເຜົາໄປນັ້ນ ສະແດງເຖິງງາຊ້າງ ທັງ ໝົດ ທີ່ໄດ້ຖືກປະເມີນວ່າ ມາຈາກຊ້າງ ຈຳນວນ 8,500 ໂຕ. KWS ກ່າວວ່າ ສ່ວນທີ່ສຳ ຄັນ ຂອງຄັງສະສົມຂອງງາຊ້າງ ແລະເຂົາແຮດນັ້ນ ແມ່ນໄດ້ມາຈາກ ການຍຶດເອົາມາໄດ້ ຈາກພວກລັກລອບຂ້າສັດ ຫຼື ຍຶດໄດ້ໃນລະຫວ່າງການຂົນສົ່ງຂອງພວກເຂົາ.
ພວກນັກວິຈານ ໄດ້ໂຕ້ຖຽງວ່າ ພວກປະເທດທີ່ທຸກຍາກ ເຊັ່ນ ເຄັນຍາ ຄວນຂາຍງາຊ້າງ ເພື່ອປັບປຸງຊີວິດການເປັນຢູ່ຂອງພວກເຂົາເຈົ້າ. KWS ໄດ້ຕອບຕໍ່ຄຳເຫັນນັ້ນ ວ່າ ການ ຂາຍພວກລາງວັນ ທີ່ຜິດກົດໝາຍນີ້ ຈະເຮັດໃຫ້ການລັກລອບຂ້າສັດປ່າ ມີຫຼາຍຂຶ້ນຕື່ມ ຢ່າງໃຫຍ່ ທີ່ຈະກາຍເປັນການ ຂົ່ມຂູ່ຕໍ່ການມີຊີວິດຂອງພວກຊ້າງ ຊຶ່ງຊ້າງທີ່ມີຊີວິດຢູ່ ແມ່ນມີຄຸນຄ່າ ໃນຂະນະທີ່ ງາ ຊ້າງນັ້ນບໍ່ມີເລີຍ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ຮັກສາການດ້ານການຈັດການ ແລະການໃຊ້ຊັບ ພະຍາກອນ ທ່ານນາງ Heather Higginbottom ກໍໄດ້ເຂົ້າຮ່ວມໃນພິທີດັ່ງກ່າວ ແລະ ທ່ານນາງໄດ້ກ່າວວ່າ ການປົກປັກຮັກສາຊ້າງ ແມ່ນເປັນການຊ່ອຍເຫຼືອແກ່ໝົດທຸກຄົນ.