ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຫົວຮຸນແຮງ 52 ຄົນ ຖືກຂ້າຕາຍ ໃນການໂຈມຕີ ຢູ່ໂຊມາເລຍ


ທະຫານຂອງສະຫະພາບ ອາຟຣິກາ (AU) ຢືນຍາມຢູ່ຂ້າງ ລົດຫຸ້ມເກາະຂອງເຂົາເຈົ້າ ໃກ້ກັບດ່ານເຂົ້າເມືອງ Mogadishu, ປະເທດ Somalia.
ທະຫານຂອງສະຫະພາບ ອາຟຣິກາ (AU) ຢືນຍາມຢູ່ຂ້າງ ລົດຫຸ້ມເກາະຂອງເຂົາເຈົ້າ ໃກ້ກັບດ່ານເຂົ້າເມືອງ Mogadishu, ປະເທດ Somalia.

ກະຊວງ​ປ້ອງ​ກັນ​ປະ​ເທດ​ເຄນ​ຢາ​ກ່າວ​ວ່າ ທະຫານ​ຂອງ​ຕົນ ທີ່​ປະຕິບັດ​ງານ​ພາຍ​ໃຕ້​
ກຳລັງ​ສະຫະພາບ​ອາ​ຟຣິກາ​ໃນ​ໂຊ​ມາ​ເລຍ​ນັ້ນ ​ໄດ້​ທຳລາຍ​ຄ້າຍ​ຂອງ​ກຸ່ມ al-Sahbab
​ແຫ່ງ​ນຶ່ງ ​ໂດຍ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ 52 ຄົນ ​ແລະ​ຢຶດອາວຸດ​ໄດ້​ຈຳນວນ​ນຶ່ງ.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ ກະຊວງ​ປ້ອງ​ກັນ​ປະ​ເທດ​ເຄນ​ຢາ ກ່າວ​ວ່າ ທະຫານຂອງ​
ຕົນ ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ຄ້າຍ ຊຶ່ງ​ຕັ້ງຢູ່​ ໃກ້​ກັບ​ເມືອງ Badhadhe ​ໃນ​ເຂດLower
Jubba ​ໃນ​ເວລາ​ປະມານ 1 ​ໂມງ​ເຊົ້າຂອງ​ວັນ​ສຸກ​ມື້ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດເວົ້າວ່າ “ການ​ປະຕິບັດ​ງານ​ຊຶ່ງ​ໄດ້​ຮັບ​ຂ່າວ​ຈາກ​ໜ່ວຍ​ສືບລັບ
​ໄດ້​ມີ​ຂຶ້ນຫລັງ​ຈາກໜ່ວຍ​ສອດ​ແນມ​ໄດ້​ພົບ​ເຫັນ ມີ​ການ​ເຕົ້າ​ໂຮມ​ກຳລັງ ຂອງ​ພວກ​ກໍ່​
ການ​ຮ້າຍ al-Shabab ​ໃນ​ບໍລິ​ເວນ​ດັ່ງກ່າວ.” ຖະ​ແຫຼງການ​ກ່າວຕື່ມ​ວ່າ “ມີ​ການ​ນຳ​
ໃຊ້ກຳລັງ​ພາກພື້ນດິນທີ່​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກການ​ຍິງ​ໂຈມ​ຕີ​ດ້ວຍ​ປືນ​ຄົກ​
ແ​ລະ​ປືນໃຫຍ່​ ​ເຂົ້າຍຶດ​ເອົາ​ຄ້າຍ​ດັ່ງກ່າວ​ຫລັງ​ຈາກ​ນັ້ນ.”

ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ ​ທີ່​ບໍ່​ຂໍ​ບອກ​ຊື່​ຍ້ອນ​ເຫດຜົນ​ທາງ​ດ້ານ​ຄວາມ​ປອດ​ໄພ ກ່າວ​
ຕໍ່​ວີ​ໂອ​ເອ ພາກ​ພາສາ​ໂຊ​ມາ​ເລຍ​ວ່າ ຄ້າຍ​ຂອງ​ພວກ​ al-Shabab ທີ່​ຖືກໂຈມ​ຕີ​ແມ່ນ
ຢູ່​ໃກ້​ເມືອງ Lagta Dishu ຊຶ່ງ​ເປັນ​ຄ້າຍ​ທີ່​ໃຊ້​ໂດຍ​ທະຫານ​ເຄນ​ຢາ ​ໃນ​ໂຊ​ມາ​ເລຍ.

ລາວ​ກ່າວ​ວ່າ ທະຫານເຄນ​ຢາ​ໄດ້​ໃຊ້​ເຮືອບິນ​ເຮຣີຄອບ​ເຕີ້​ໂຈມ​ຕີ​ບໍລິ​ເວນ​ດັ່ງກ່າວ ​ໃນ​
ຕອນ​ເຊົ້າມື້ນີ້ ​ແລະ​ກ່າວ​ຕໍ່​ໄປ​ວ່າການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ຄ້າຍ​ແຫ່ງ​ນີ້ຍັງ​ດຳ ​ເນີນ
​ຢູ່​ຕໍ່​ມາ.

ປະຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ​ກ່າວ​ວ່າ ລາວ​ບໍ່​ສາມາດ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ໂຕ​ເລກ
ຂອງ​ຜູ້​ບາດ​ເຈັບ​ລົ້ມຕາຍ ທີ່​ກ່າວ​ອ້າງ​ໂດຍກອງທັບ​ເຄນ​ຢາ.

ລາວ​ກ່າວ​ວ່າ “ມັນ​ອາດ​ເປັນ​ໄປ​ໄດ້​ທີ່​ພວກ​ນັກ​ລົບ​ກຸ່ມ al-Shabab ​ໄດ້​ຖືກ​ຂ້າ​ຕາຍ ​
ແຕ່​ຂ້ອຍ​ບໍ່​ຮູ້​ວ່າ​ມີ​ຫລາຍ​ເທົ່າ​ໃດ.”

ເຄນ​ຢາ​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ອື່ນ​ໆ​ທີ່​ພາກັນ​ຫລົບ​ໜີ​ແມ່ນ​ໄດ້​ຮັບ​ບາດ​ເຈັບ.
ຖະ​ແຫລ​ງການ​ກ່າວ​ວ່າ ທະຫານ​ຍຶດອາວຸດ​ໄດ້​ຈຳນວນ​ນຶ່ງ ຮວມທັງ​ປືນ AK47 ລູກ
ປືນ ແລະ​ລະ​ເບີດ​ຕ່າງໆ.

​ເມືອງ Badhadhe ຕັ້ງຢູ່ 200 ກິ​ໂລ​ແມັດ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ເມືອງ
Kismayo ​ແລະ​ເປັນ​ນຶ່ງ​ໃນ​ບັນດາ​ຫົວ​ເມືອງ​ສຳຄັນ​ຂອງ​ຂົງ​ເຂດ ທີ່​ຍັງ ຄວບ​ຄຸມໂດຍ​
ກຸ່ມ al-Shabab.

ປະຊາຊົນ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ Kismayo ລາຍ​ງານ​ວ່າ ມີ​ການ ປະ​ທະ​
ກັນ​ ລະຫວ່າງ​ກຳລັງ​ທະຫານ​ໂຊ​ມາ​ເລ​ຍຢູ່​ໃນ​ຂົງ​ເຂດ ​ແລະ​ພວກ​ຫົວ​ຮຸນ​ແຮງ
al-Shabab.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG