ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດຄວາມຮຸນແຮງຂຶ້ນ ຂະນະທີ່ ຊາວເຄັນຢາ ໄປປ່ອນ​ບັດ ​ເລືອກ​ປະທານາທິບໍດີ ເທື່ອໃໝ່


​ພວກ​ທີ່​ສະໜັບສະໜຸນ​ຝ່າຍຄ້ານ ສະແດງທ່າທີອອກມາ ຫຼັງຈາກ ໄດ້ຈູດເຜົາຢາງລົດ ໃນມືອງ Mombasa, ເຄັນ​ຢາ​, 26 ຕຸລາ 2017.
​ພວກ​ທີ່​ສະໜັບສະໜຸນ​ຝ່າຍຄ້ານ ສະແດງທ່າທີອອກມາ ຫຼັງຈາກ ໄດ້ຈູດເຜົາຢາງລົດ ໃນມືອງ Mombasa, ເຄັນ​ຢາ​, 26 ຕຸລາ 2017.

ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ເຄັນ​ຢາ​ຄືນອີກ​ ໃນ​ວັນ​ພະຫັດ​ມື້​ນີ້ ແມ່ນ​ໄດ້​ຖືກ
ລົບກວນດ້ວຍການ​ປະ​ທະ​ກັນ ລະຫວ່າງ​ພວກ​ຕຳຫຼວດ ​ແລະ​ພວກ​ປະ​ທ້ວງ​ທັງຫຼາຍ
ພ້ອມ​ທັງ​ສະຖານ​ທີ່​ປ່ອນ​ບັດ​ທີ່​ບໍ່​ໄດ້​ເປີດໃຫ້ບໍລິການ ​ໃນ​ເຂດ​ທີ່​ໝັ້ນ​ຂອງພວກ​ຝ່າຍ​ຄ້ານ.

ຕຳຫຼວດ​ໄດ້​ຍິງ​ແກັສນ້ຳຕາ​ເຂົ້າໃສ່​ພວກ​ປະ​ທ້ວງ​ໃນ​ຄຸ້ມ Kibera ​ເຂດ​ຄົນທຸກ​ຂອງ
​ນະຄອນຫຼວງ Nairobi ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພະຍາຍາມ​ທີ່​ຈະ​ວາງ​ສິ່ງ​ກີດຂວາງ
ຢູ່ຕໍ່​ໜ້າ​ໜ່ວຍ​ປ່ອນ​ບັດ​ນັ້ນ. ຄວາມ​ຮຸນ​ແຮງ ​ໄດ້​ເລີ່​ມຂຶ້ນ ​ໃນ​ເມືອງ Kisuma ບ່ອນ​ທີ່
ໜ່ວຍປ່ອນ​ບັດ ສິບ​ກວ່າ​ແຫ່ງ ໄດ້​ຖືກປິດ​ລົງ ​ແລະບໍ່ມີ​ບັນດາ​ເຈົ້າໜ້າ​ທີ່ປ່ອນ​ບັດ
​ເລືອກ​ຕັ້ງ ຄົນ​ໃດ​ໆໃນ​ສະຖານ ​ທີ່​ແຫ່ງນັ້ນເລີຍ.

ການ​ເລືອກ​ຕັ້ງ​ຄືນ​ໃໝ່ ​ແມ່ນ​ຈັດ​ໃຫ້​ມີ​ຂຶ້ນ​ດົນກວ່າ 2 ​ເດືອນ ຫຼັງ​ຈາກປະທານາທິບໍດີ
ຜູ້​ທີ່ ​ກຳ​ຕຳ​ແໜ່​ງ ທ່ານ Uhuru Kenyatta ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ຄືນ​ໃໝ່ ​ໃນ​ການ
​ປ່ອນບັດທີ່​ສານ​ສູງ​ສຸດ​ຂອງ​ເຄັນ​ຢາ ​ໄດ້​ປະກາດໃຫ້ເປັນໂມຄະ ຍ້ອນ​ສະພາບການ
“ບໍ່​ປົກກະຕິ​ແລະຜິດ​ກົດໝາຍ” ​ໂດຍ​ຄະນະ​ກຳມາທິການ​ເລືອກ​ຕັ້ງ ທີ່​ຮູ້​ກັນ​ໃນ​ຊື່​ຫຍໍ້
​ວ່າ IEBC.

ພວກຜູ້ທີ່ມີສິດປ່ອນບັດ ມາສະຖານທີ່ປ່ອນບັດ ໃນເມືອງ Kibera, ເຄັນຢາ, 26 ຕຸລາ 2017.
ພວກຜູ້ທີ່ມີສິດປ່ອນບັດ ມາສະຖານທີ່ປ່ອນບັດ ໃນເມືອງ Kibera, ເຄັນຢາ, 26 ຕຸລາ 2017.

​ແຕ່​ວ່າການ​ປ່ອນບັດ​ຄືນ​ໃໝ່ ​ໄດ້​ຈັດ​ໃຫ້​ມີ​ຂຶ້ນ​ແບບ​ສົນລະວົນ​ວຸ້ນວາຍ. ຜູ້ນຳ​ຝ່າຍ​ຄ້ານ
ທ່ານ Raila Odinga ໄດ້​ຖອນ​ຕົວ​ອອກ​ຈາກການ​ເປັນ​ຜູ້​ລົງ​ສະໝັກ ປະມານ 2
ສັບປະດາ ກ່ອນ​ໜ້າ​ນີ້ ໂດຍໂຕ້​ແຍ້​ງວ່າ ຄະນະ​ກຳມາທິການ IEBC ຍັງ​ບໍ່​ໄດ້​ມີ​ການ
​ປັບປຸງ ​ຂັ້ນ​ຕອນການ​ດຳ​ເນີນ​ງານ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ທີ່​ສະໜັບສະໜຸນ​ທ່ານ​
boycott ບໍ່​ໄປ​ປ່ອນ​ບັດ​. ນຶ່ງ​ສັບປະດາຕໍ່​ມາ ສະມາຊິກ​ຂອງ​ຄະນະ​ກຳມາທິ​ການ​ເລືອກ
​ຕັ້ງ ທ່ານ​ນາງ Roselyn Akombe ​ໄດ້​ລາ​ອອກ ​ແລະ​ໜີອອກ​ຈາກ​ປະ​ເທດ ​ໂດຍ​ກ່າວ
​ວ່າ ຄະນະ​ກຳມາທິ​ການດັ່ງ ກ່າວ “ຕົກ​ຢູ່​ພາຍ​ໃຕ້ການ​ລ້ອມ​ໂຈມ​ຕີ ຈາກ​ການ​ຕໍ່ສູ້​ແລະ​
ຂົ່ມຂູ່​ທາງ​ການ​ເມືອງ.”

ທ່ານ Odinga ​ໄດ້​ອອກ​ຖະ​ແຫຼ​ງການ​ສະບັບ​ນຶ່ງ ​ໃນ​ແລງ​ຂອງ​ວັນ​ເລືອກ​ຕັ້ງ ທີ່​ໄດ້​ປະຕິ
ຍານ​ວ່າ ຄະນະແນວໂຮມພັນທະມິດແຫ່ງ​ຊາດ ຫຼື NASA ຈະ​ຫັນປ່ຽນ​ຕົວ​ເອງໃຫ້ເປັນ
“ການ​ເຄື່ອນ​ໄຫວ​ທີ່​ທົນ​ທານ” ຕໍ່​ການ​ປ່ອນບັດນີ້.

ສານ​ສູງ​ແມ່ນ​ມີ​ໝາຍ​ກຳໜົດ​ການ​ທີ່​ຈະ​ຮັບ​ຟັງ​ຄຳ​ຮ້ອງ​ຂໍ​ອຸທອນ ​ໃນ​ວັນ​ພຸດ​ວານ​ນີ້ ທີ່​ຍື່ນ
ໂດຍພວກ​ທີ່​ລົງທະບຽນ​ປ່ອນ​ບັດ​ເລືອກ​ຕັ້ງ 3 ຄົນເພື່ອໃຫ້ຍຸຕິການ​ປ່ອນ​ບັດ​ຄືນ​ໃໝ່ ​ແຕ່
​ວ່າການ​ຮັບ​ຟັງ​ທີ່​ສານ ​ໄດ້​ຖືກ​ຍົກ​ເລີກ ຫຼັງ​ຈາກຫົວ​ໜ້າ​ສານ ທ່ານ David Maraga ​ໄດ້​
ກ່າວ​ວ່າ ທາງສານ​ແມ່ນ​ຂາດ​ຄະນະ​ເຂົ້າຮ່ວມ ທີ່ຈະດຳເນີນການໄດ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG