ມີທັງການສະເຫຼີມສະຫຼອງແລະການປະທ້ວງດ້ວຍຄວາມໂກດແຄ້ນຫລັງຈາກມີການ
ປະກາດວ່າ ປະທານາທິບໍດີ Uhuru Kenyatta ເປັນຜູ້ຊະນະ ການເລືອກຕັ້ງ ປະທາ
ນາທິບໍດີ ໃນປະເທດເຄັນຢາ.
ການຈະລາຈົນໄດ້ລະເບີດຂຶ້ນໃນຕອນແລງວັນສຸກວານນີ້ຢູ່ໃນເຂດທີ່ໃຫ້ການສະໜັບ
ສະໜຸນແກ່ຜູ້ນຳຝ່າຍຄ້ານ ທ່ານ Raila Odinga.
ທ່ານ Leonard Katana ຜູ້ບັນຊາການຕຳຫຼວດປະຈຳຂົງເຂດ ກ່າວຕໍ່ອົງການຂ່າວ
ເອພີ ໃນວັນເສົາມື້ນີ້ວ່າ ຕຳຫຼວດໄດ້ຍິງ 2 ຄົນຕາຍ ໃນລະຫວ່າງ ການຈະລາຈົນ ໃນ
ເຂດຊານເມືອງ Kisumu ຊຶ່ງເປັນເຂດທີ່ໃຫ້ການສະໜັບສະໜຸນຢ່າງແຂງຂັນຕໍ່ທ່ານ
Odinga. ທ່ານ Katana ກ່າວຕື່ມວ່າ ອີກ 5 ຄົນຍັງໄດ້ຮັບບາດເຈັບຍ້ອນຖືກລູກປືນ
ທີ່ເມືອງ Kisumu.
ສຽງປືນໄດ້ດັງຂຶ້ນ ທີ່ຄຸ້ມ Kibera ຊຶ່ງເປັນຄຸ້ມຄົນທຸກທີ່ໃຫຍ່ທີ່ສຸດໃນນະຄອນຫຼວງໄນ
ໂຣບີ ແລະກໍຢູ່ໃນຄຸ້ມຄົນທຸກອື່ນໆ ຂອງນະຄອນຫຼວງ ແລະຢູ່ທີ່ເມືອງ Kisumu ທາງ
ພາກຕາເວັນຕົກຂອງປະເທດ. ພວກທີ່ເຫັນເຫດການກ່າວວ່າ ຕຳຫຼວດໄດ້ຍິງລະເບີດ
ນ້ຳຕາເຂົ້າໃສ່ຝູງຊົນທີ່ຄຸ້ມ Mathare ຊຶ່ງເປັນຄຸຸ້ມຄົນທຸກຍາກໃນນະຄອນຫຼວງໄນໂຣ
ບີ ແລະເວົ້າວ່າ ມີເຮືອບິນເຮຣີຄອບເຕີ້ບິນເວີ່ນຢູ່ເທິງຟ້າ.
ແຕ່ພາບເຫຼົ່ານີ້ແມ່ນກົງກັນຂ້າມກັບເຂດທີ່ໃຫ້ການສະໜັບສະໜຸນແກ່ປະທານາທິບໍດີ
Kenyatta ບ່ອນທີ່ພວກສະໜັບສະໜຸນທ່ານ ໄດ້ພາກັນລົງສູ່ຖະໜົນພ້ອມດ້ວຍການ
ເປົ່າແກ ແລະຖືທຸງ ຮ້ອງເຊຍສະໜັບສະໜຸນຜົນການເລືອກຕັ້ງ.
ໃນຕອນເຊົ້າຂອງວັນສຸກວານນີ້ ບັນດາຜູ້ສັງເກດການ ແຂກຜູ້ມີກຽດ ນັກຂ່າວ ພ້ອມ
ດ້ວຍນັກການເມືອງ ຜູ້ຕາງໜ້າພັກການເມືອງ ແລະເຈົ້າໜ້າທີ່ເລືອກຕັ້ງ ໄດ້ໄປເຕົ້າ
ໂຮມກັນ ເພື່ອຟັງການປະກາດຂອງຄະນະກຳມາທິການເລືອກຕັ້ງ ທີ່ວ່າປະທານາທິບໍ
ດີ Kenyatta ໄດ້ຊະນະການເລືອກຕັ້ງປະທານາທິບໍດີອີກສະໄໝນຶ່ງໂດຍເອົາຊະນະ
ທ່ານ Odinga.
ປະທານຄະນະກຳມາທິການເລືອກຕັ້ງ ທ່ານ Wafula Chebukati ກ່າວວ່າ “ໂດຍ
ປະຕິບັດຕາມ ຂໍ້ບັງຄັບ ຂອງກົດໝາຍ ແລະໄດ້ຮັບຄະແນນສຽງ 8 ລ້ານ 2 ແສນ 3
ພັນ 290 ຄະແນນ ຊຶ່ງຕາງໜ້າ ໃຫ້ແກ່ 54.27 ເປີເຊັນ ຂອງຄະແນນສຽງ ແລະ 25
ເປີເຊັນ ຢູ່ໃນ 35 ເຂດ ດັ່ງນັ້ນຂ້າພະເຈົ້າຈຶ່ງຂໍປະກາດວ່າ ທ່ານ Uhuru Kenyatta
ເປັນປະທານາທິບໍດີທີ່ໄດ້ຮັບເລືອກ ແລະທ່ານ William Ruto ເປັນຮອງປະທານາ
ທິບໍດີທີ່ໄດ້ຮັບເລືອກ.”
ທ່ານ Chebukati ຍັງປະກາດວ່າ ທ່ານ Odinga ໄດ້ຮັບຄະແນນທັງໝົດ 6 ລ້ານ
7 ແສນ 6 ໝື່ນ 2,224 ຄະແນນ ຊຶ່ງປະກອບເປັນ 44.74 ເປີເຊັນ ຂອງຄະແນນ
ສຽງທັງໝົົດ. ນອກນັ້ນ ທ່ານຍັງໄດ້ຮັບການສະໜັບສະໜຸນ ຢ່າງໜ້ອຍ 25 ເປີເຊັນ
ຢູ່ໃນ 29 ເຂດຂອງປະເທດ.