ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານ ຕໍາຫຼວດ ບຸກ​ໂຈມ​ຕີ ມືປືນ ຢູ່ ສູນການຄ້າ ນະ​ຄອນ Nairobi (ສະ​ໄລ​ດ໌/​ວີ​ດີ​ໂອ)


ພວກພະຍາບານ ແລະຕໍາຫຼວດ ຂະນະປະຕິບັດງານກູ້ໄພ ທີ່ສູນ ການຄ້າ Westgate ນະ​ຄອນ Nairobi ປະເທດເຄັນຢາ
ພວກພະຍາບານ ແລະຕໍາຫຼວດ ຂະນະປະຕິບັດງານກູ້ໄພ ທີ່ສູນ ການຄ້າ Westgate ນະ​ຄອນ Nairobi ປະເທດເຄັນຢາ
ຕໍາຫຼວດ​ເຄັນ​ຢາ​ຄົນ​ນຶ່ງ​ເວົ້າວ່າ ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ຊ່ວຍ​ກູ້​ຊີວິດ​ພວກ​ຕົວ​ປະກັນ​ເພີ່ມ​ອີກ​ຈາກ​ສູນ​ການ​ຄ້າ​ແຫ່ງ​ນຶ່ງ​ທີ່​ເມືອງ Nairobi ບ່ອນ​ທີ່​ພວກເຂົາ​ເຈົ້າ ພະ ຍາຍາມ​ໃຫ້ການ​ໂຈມ​ຕີທີ່​ດໍາ​ເນີນ​ມາ​ໄດ້​ສອງ​ວັນ​ ​ໂດຍພວກ​ມື​ປືນ​ອີສລາມ​ນັ້ນ ສິ້ນ​ສຸດ​ລົງ

ທ່ານ David Kimaiyo ຜູ້​ກວດກາ​ນຕໍາຫຼວດ​ແຫ່ງ​ຊາດ ​ເວົ້າ​ຜ່ານ​ເຄືອ ຂ່າຍ Twitter ​ເມື່ອ​ວັນ​ຈັນ​ມື້​ນີ້​ວ່າ ຍັງ​ມີ​ພວກ​ຕົວ​ປະກັນ​ເຫຼືອຢູ່​ບໍ່ຫຼາຍຄົນ ​ແລະ​ວ່າ​ເຈົ້າໜ້າ​ທີ່​ຕໍາຫຼວດ ກໍາລັງ​ບຸກ​ເຂົ້າໃກ້​ພວກ​ໂຈມ​ຕີ​ແລ້ວ ​ໃນ​ຂະນະ​ນີ້.



ທາງ​ກອງທັບ​ໄດ້​ເລີ່​ມບຸກຈູ່​ໂຈມ​ເມື່ອ​ຕອນ​ຄໍ່າ​ວັນ​ອາທິດ​ວານ​ນີ້ ຢູ່​ທີ່​ສູນ​ການ ຄ້າ​ລະ​ດັບ​ສູງ Westgate Mall ນັ້ນ ສະພາກາ​ແດງ​ເຄັນ​ຢາ​ເວົ້າ​ວ່າ ມີ​ຜູ້ເສຍ​ຊີວິດໄປແລ້ວ 69 ຄົນ ນັບ​ຕັ້ງ​ແຕ່​ພວກ​ມື​ປືນໄດ້​ລະດົມ​ຍິງ​ຢູ່​ໃນ​ສູນ​ການ​ຄ້າ​ເມື່ອ​ວັນ​ເສົາ​ຜ່ານ​ມາ ​ແລະ​ອີກ 175 ຄົນ ​ໄດ້​ຮັບ​ບາດ​ເຈັບ ​ແລະ​ອີກຫຼາຍສິບ​ຄົນຫາຍ​ສາບ​ສູນ ຕາມ​ລາຍ​ງານ​ຂອງ​ທາງ​ການ.

ຜູ້​ສື່​ຂ່າວ​ວີ​ໂອ​ເອ ຄົນ​ນຶ່ງ ຢູ່​ທີ່​ບ່ອນ​ເກີດ​ເຫດ ​ເວົ້າ​ວ່າ ມີ​ການ​ລະດົມ​ຍິງ​ກັນ ຢ່າງ​ໜັກ ​ແລະ​ລະ​ເບີດ ​ເມື່ອ​ວັນ​ຈັນ​ຕອນ​ເຊົ້າມື້​ນີ້ ​ໃນ​ຂະນະ​ທີ່​ພວກ​ມື​ປືນ​ຍັງ​ຢູ່​ພາຍ​ໃນ​ສູນ​ການ​ຄ້າ​ຢູ່ນັ້ນ.

ເບິ່ງວີດີໂອ:

Kenya Miiltary Launches Attack to End Mall Siege
please wait

No media source currently available

0:00 0:01:28 0:00
ລິງໂດຍກົງ

XS
SM
MD
LG