ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕ​ເລກ ຜູ້​ເສຍ​ຊີ​ວິດ ຢູ່​ເຄັນ​ຢາ ຄາດ​ວ່າ ຈະ​ເພີ້ມ ຂຶ້ນ​ຕື່​ມ (ສະໄລດ໌)


Teresa Romero, l'infirmière auxiliaire espagnole, guérie du virus Ebola a été libéré d'un hôpital de Madrid un mois après qu’elle a été confirmée infectée par le virus. Elle est la première personne connue à avoir contracté la maladie en dehors de l'Afrique de l'Ouest dans la dernière flambée. (AP Photo / Andres Kudacki)
Teresa Romero, l'infirmière auxiliaire espagnole, guérie du virus Ebola a été libéré d'un hôpital de Madrid un mois après qu’elle a été confirmée infectée par le virus. Elle est la première personne connue à avoir contracté la maladie en dehors de l'Afrique de l'Ouest dans la dernière flambée. (AP Photo / Andres Kudacki)
ພວກ​ສັນ​ນະສູດ​ສົບຂອງ​ເຄັນ​ຢາ​ ແລະ​ຕ່າງປະ​ເທດ ​ໄດ້​ພາກັນ
ຊອກ​ຄົ້ນ​ຫາຢູ່​ຕາມ​ຊາກ​ຫັກ​ພັງຂອງສູນ​ການ​ຄ້າ​ Westgate
​ໃນນະຄອນ Nairobi ບ່ອນທີ່​ໂຕ​ເລກ​ຂອງ​ພວກ​ເສຍ​ຊີວິດ​ຈາກ
ການ​ຍິງ​ປະ​ທະ​ກັນ​ເປັນ​ເວລາ 4 ມື້ກັບ​ພວກ​ກໍ່​ການ​ຮ້າຍ ຄາດ​ວ່າ
ຈະ​ເພີ່ມ​ຂຶ້ນ​ ​ໃນ​ຂະນະ​ທີ່​ໄດ້​ມີ ການ​ພົບຊາກ​ສົບ​ຕື່ມ​ຂຶ້ນອີກນັ້ນ.

​ມີ​ຢ່າງ​ນ້ອຍ 67 ຄົນ​ແລ້ວ ​ໄດ້​ຮັບ​ການ​ຢືນຢັນວ່າ ​ເສຍ​ຊີວິດ
​ແຕ່ສະພາກາ​ແດງຂອງ​ເຄັນ​ຢາ ກ່າວ​ວ່າ ​ມີ​ຫຼາຍ​ກວ່າ 70 ຄົນ
ຍັງ​ຫາຍ​ສາບ​ສູນ​ຢູ່.

ພວກ​ພະນັກງານທີ່ໃສ່​ໜ້າກາກ ໄດ້ທໍາການກວດ​ສອບ​ຢູ່​ຕາມ
ຊາກຂອງຕຶກອາຄານ​ທີ່​ພັງ​ລົງ​ເປັນບາງ​ສ່ວນ. ​ໃນ​ຂະນະ​ດຽວ​ກັນ ພວກທະຫານກໍ​ພວມ​
ຕາມ​ລ່າ​ຫາ​ພວກ​ຫົວ​ຮຸນ​ແຮງ ທີ່​ອາດ​ຫລົບ​ລີ້ຢູ່​ໃນ​ສູນ​ການ​ຄ້າ ​ຫລື​ກັບ​ດັກ​ໃດໆ​ທີ່​ພວກ​ເຂົາ
​ອາດ​ຈະ​ຫ້າງ​ໄວ້.

ກຸ່ມ​ຫົວ​ຮຸນ​ແຮງ al-Shabab ຂອງ​ໂຊ​ມາ​ເລຍ ທີ່ເປັນ​ເຄືອ​ຂ່າຍ​ຂອງກຸ່ມ​ກໍ່​ການ​ຮ້າຍ
al-Qaidaກ່າວ​ວ່າ ຕົນເປັນ​ຜູ້​ຢູ່​ເບື້ອງຫຼັງ​ຂອງ​ການ​ໂຈມຕີ​ ທີ່ສູນ​ການ​ຄ້າ​ Westgate
ຊຶ່ງ​ເປັນສູນ​ການ​ຄ້າ ​ທີ່ກ້ວາງ​ໃຫຍ່ ​ຂ້ອນ​ຂ້າງ​ແພງ ຊຶ່ງເປັນ​ທີ່​ນິຍົມ​ຂອງ​ຊາວ​ຕ່າງ​ຊາດ
ພວກນັກ​ທ່ອງ​ທ່ຽວ ​ແລະ​ຊາວ​ເຄັນ​ຢາ​ທີ່​ຮັ່ງມີນັ້ນ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວໃນ​ວັນ​ພຸດ​ວານ​ນີ້ ລັດຖະມົນຕີ​ພາຍ​ໃນຂອງ​ເຄັນ​ຢາ ​
ທ່ານ Joseph Ole Lenku ​ໄດ້​ຮ້ອງ​ຂໍໃຫ້​ມີ​ຄວາມ​ອົດທົນ ​ໃນ​ຂະນະ​ທີ່​ພວກ​ເຈົ້າໜ້າ​ທີ່​ພິສູດ
​ວ່າພວກ​ທີ່ບຸກໂຈມຕີ​ນັ້ນ​ແມ່ນ​ກຸ່ມ​ໃດ. ທ່ານ​ກ່າວ​ວ່າ ພວກນັກ​ຊ່ຽວຊານ​ດ້ານສັນ​ນະສູດ​ສົບ
ຈາກ​ສະຫະລັດອັງກິດ ອີສຣາແອລ ​ເຢຍຣະ​ມັນ ກາ​ນາ​ດາ ​ແລະຕຳຫຼວດສາກົນ ​ໄດ້​ຮ່ວມມື​ກັນ
​ໃນ​ການ​ສືບສວນສອບ​ ສວນ​ດັ່ງກ່າວ​ນີ້.
KENYA MALL SHOOTING VOSOT.mov
please wait

No media source currently available

0:00 0:00:33 0:00
XS
SM
MD
LG