ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢ້ຽມຢາມ ເຄັນຢາ ມື້ທີ 2 ຂອງທ່ານ BIDEN


ຮອງປະທານາທິບໍດີສະຫະລັດ ທ່ານ JOE BIDEN ມີໝາຍ ກຳນົດການເຕັມອັດຕາ ໃນການ ຢ້ຽມຢາມ ປະເທດເຄັນຢາ ມື້ທີ 2 ຂອງທ່ານ ຮວມທັງ ການກ່າວຄຳປາໄສ ທີ່ສຳຄັນ ກ່ຽວກັບຄວາມສຳພັນ ລະຫວ່າງ ສະຫະລັດ ກັບເຄັນຢາ ຕະຫຼອດທັງ ການພົບປະ ກັບປະທານາທິບໍດີ ຈາກເຂດພາກໃຕ້ ຊູດານ ແລະບຸກຄົນອື່ນໆ ເພື່ອສົນທະນາຫາລື ກ່ຽວກັບ ສະຖານະການ ໃນໂຊມາເລຍ.

ອີງຕາມ ຖະແຫຼງຂ່າວ ຂອງ ທຳນຽບຂາວແລ້ວ ຄຳປາໄສ ຂອງທ່ານ BIDEN ໃນຕອນ ເຊົ້າ ຂອງວັນພຸດມື້ນີ້ ຈະເນັ້ນໜັກ ເຖິງຄວາມຈຳເປັນ ທີ່ຕ້ອງໄດ້ ດຳເນີນງານຮ່ວມກັນ ເພື່ອຮັບມື ກັບບັນຫາທ້າທາຍ ຢູ່ໃນຂົງເຂດ.

ໃນມື້ວານນີ້ ທ່ານ BIDEN ກ່າວຕໍ່ ພວກນັກຂ່າວວ່າ ການໃຫ້ຄຳໝັ້ນສັນຍາ ກ່ຽວກັບ ການປະຕິຮູບ ແມ່ນກະແຈສຳຄັນ ໃນການປັບປຸງ ຄວາມສຳພັນ ລະຫວ່າງ ສະຫະລັດ ແລະເຄັນຢາ.

ທ່ານກ່າວວ່າ ບັນດາບໍລິສັດ ຂອງສະຫະລັດ ມີຄວາມກະຕືລືລົ້ນ ທີ່ຢາກຈະໄປເຮັດທຸລະ ກິດ ໃນປະເທດເຄັນຢາ ແຕ່ວ່າ ໂອກາດ ຈະມີຫຼາຍຂຶ້ນ ຫຼັງຈາກ ໄດ້ມີການປະຕິຮູບ ທາງດ້ານການເມືອງ ແລະເສດຖະກິດ.

ທຳນຽບຂາວ ກ່າວວ່າ ການພົບປະ ຂອງທ່ານ BIDEN ກ່ຽວກັບ ເລື່ອງໂຊມາເລຍນັ້ນ ແມ່ນຈະ ເພັ່ງເລັງໃສ່ ການໃຫ້ຄວາມ ສະໜັບສະໜຸນ ແກ່ປະຊາຊົນ ຊາວໂຊມາເລຍ ແລະຂັ້ນຕອນ ໃນການສ້າງ ສັນຕິພາບ.

XS
SM
MD
LG