ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານນາໆຊາດ ສັ່ງໃຫ້ທ່ານ Ruto ໄປຮ່ວມ ການດຳເນີນ ຄະດີ (ວີດີໂອ)


ຮູບປີ 2011 ຂອງທ່ານ Uhuru Kenyatta ອະດີດລັດຖະມົນຕີການເງິນ ແລະທ່ານ William Ruto ອະດີດລັດຖະມົນຕີການສຶກສາຂັ້ນສູງ ທີ່ສານອາຍານາໆຊາດ ຢູ່ນະຄອນ Hague.
ຮູບປີ 2011 ຂອງທ່ານ Uhuru Kenyatta ອະດີດລັດຖະມົນຕີການເງິນ ແລະທ່ານ William Ruto ອະດີດລັດຖະມົນຕີການສຶກສາຂັ້ນສູງ ທີ່ສານອາຍານາໆຊາດ ຢູ່ນະຄອນ Hague.
ສານອາຍານາໆຊາດໄດ້ຕັດສິນວ່າ ຮອງປະທານາທິບໍດີເຄັນຢາ
ທ່ານ William Ruto ຕ້ອງໄປຮ່ວມການດຳເນີນຄະດີຂອງທ່ານ ໃນຂໍ້ຫາກໍ່ໂທດກຳຕ້ານມະນຸດຊາດ.

ໃນວັນສຸກມື້ນີ້ ສານອາຍານາໆຊາດ ທີ່ມີສຳນັກງານ ຢູ່ນະຄອນ
Hague ໄດ້ຕ່າວປີ້ນການຕັດສິນຊຶ່ງມີຂຶ້ນໃນຕົ້ນປີນີ້ທີ່ອະນຸຍາດ
ໃຫ້ທ່ານ Ruto ບໍ່ຕ້ອງໄປຮ່ວມສ່ວນໃຫຍ່ຂອງການດຳເນີນຄະດີ
ຊຶ່ງໄດ້ເລີ້ມຂຶ້ນ ເມື່ອເດືອນກັນຍາຜ່ານມາ ເພື່ອໃຫ້ທ່ານສາມາດ
ໄປຮ່ວມການປະຕິບັດໜ້າທີ່ທາງການຂອງທ່ານໄດ້.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການຕັດສິນດັ່ງກ່າວຈະມີຜົນກະທົບຫຼືບໍ່ຕໍ່ຄະດີປະທານາທິ
ບໍດີ Uhuru Kenyatta ຊຶ່ງມີກຳນົດ ຈະຖືກນຳໂຕຂຶ້ນສານ ຢູ່ທີ່ນະຄອນ Hague ພາຍໃນ
ເວລາບໍ່ຮອດ 3 ອາທິດຕໍ່ໜ້າ ໃນຂໍ້ຫາ ທີ່ຄ້າຍຄືກັນນີ້. ສານອາຍານາໆຊາດ ໄດ້ຕັດສິນໃນ ຕົ້ນເດືອນນີ້ວ່າ ທ່ານ Kenyatta ຈະຕ້ອງໄປຮ່ວມພາກສ່ວນທີ່ສຳຄັນໃນການດຳເນີນຄະດີ ເທົ່ານັ້ນ.

ບຸກຄົນທັງສອງກ່າວວ່າ ການໄປຮ່ວມການດຳເນີນຄະດີ ຈະລົບກວນການບໍລິຫານປະເທດ ຊາດຂອງພວກທ່ານ ໂດຍສະເພາະ ລຸນຫລັງທີ່ໄດ້ມີການໂຈມຕີ ຂອງພວກກໍ່ການຮ້າຍ ໃນ ເດືອນແລ້ວ ທີ່ສູນການຄ້າໃນນະຄອນຫຼວງໄນໂຣບີ ທີ່ໄດ້ສັງຫານ 67 ຄົນ.

ທ່ານ Kenyatta ແລະທ່ານ Ruto ຕ່າງກໍຂໍຮ້ອງຕໍ່ສານວ່າ ພວກທ່ານບໍ່ມີຄວາມຜິດ ແຕ່ກໍ ໄດ້ຕົກລົງທີ່ຈະໃຫ້ການຮ່ວມມືຕໍ່ສານ. ລັດຖະບານເຄັນຢາໄດ້ຮ້ອງຂໍໃຫ້ສະພາຄວາມໝັ້ນ ຄົງອົງການສະຫະປະຊາຊາດ ເລື່ອນການດຳເນີນຄະດີອອກໄປ ເປັນເວລານຶ່ງປີ.

KENYA ICC
please wait
Embed

No media source currently available

0:00 0:01:12 0:00
XS
SM
MD
LG