ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວເຄັນຢາ 3 ຄົນ ໄປຂຶ້ນສານນາໆຊາດ


ແຜນທີ່ເຄັນຢາ
ແຜນທີ່ເຄັນຢາ

3 ໃນຈຳນວນ 6 ຄົນທີ່ຖືກກ່າວຫາວ່າ ເປັນຜູ້ຈັດແຈງໃນການກໍ່ຄວາມຮຸນແຮງລຸນຫຼັງ
ການເລືອກຕັ້ງທີ່ປະເທດເຄັນຢານັ້ນ ມີກຳນົດທີ່ຈະໄປປາກົດໂຕຕໍ່ໜ້າສານອາຍານາໆ
ຊາດໃນວັນພະຫັດມື້ນີ້.

ອະດີດລັດຖະມົນຕີກະຊວງສຶກສາທິການຂອງເຄັນຢາ ທ່ານ William Ruto ອະດີດລັດ
ຖະມົນຕີກະຊວງອຸສາຫະກຳ ທ່ານ Henry Kosgey ແລະຫົວໜ້າບໍລິຫານງານດ້ານວິ
ທະຍຸ ທ່ານ Joshua arap Sang ປະເຊີນກັບຂໍ້ຫາ ກໍ່ອາຊະຍາກຳຕ້ານມະນຸດຊາດ ໃນການໄປຮັບຟັງຄຳໃຫ້ການ ທີ່ນະຄອນ Hague ປະເທດເນເທີແລນ.

ໃນວັນອັງຄານຜ່ານມານີ້ ສານອາຍານາໆຊາດໄດ້ປະຕິເສດຕໍ່ການໂຕ້ແຍ້ງຂອງລັດຖະ
ບານເຄັນຢາທີ່ວ່າ ການຟ້ອງຮ້ອງບຸກຄົນທັງ 3 ຄວນຈະຖືກຍົກເລີກນັ້ນ.

ຫ້ອງການຂໍອຸທອນຂອງສານເວົ້າວ່າ ທາງສານຈະຮັບພິຈາລະນາຄະດີ ຂອງບຸກຄົນທັງ
3 ໂດຍເຫັນພ້ອມກັບການຕັດສິນກ່ອນໜ້ານີ້ທີ່ວ່າລັດຖະບານບໍ່ໄດ້ນຳສະເໜີຫຼັກຖານ ພຽງພໍທີ່ວ່າຕົນໄດ້ທຳການສືບສວນຫຼືລົງໂທດຜູ້ຕ້ອງສົງໄສ 6 ຄົນ.

ຂໍ້ຫາຕໍ່ພວກຜູ້ຊາຍທັງ 6 ແມ່ນຮວມທັງ ຄາດຕະກຳ ຂົ່ມຂືນຊຳເລົາ ທໍລະມານ ແລະຂັບ ໄລ່ຜູ້ຄົນອອກຈາກເຮືອນຊານ.

ປະມານ 1,300 ຄົນໄດ້ເສຍຊີວິດ ໃນການກໍ່ຈະລາຈົນແລະຄວາມຮຸນແຮງທາງດ້ານຊົນ
ຊາດຊົນເຜົ່າ ທີ່ເກີດຈາກບັນຫາຂັດແຍ້ງໃນການເລືອກຕັ້ງປະທານາທິບໍດີເຄັນຢາໃນປີ
2007. ນອກນັ້ນຍັງມີຫຼາຍກວ່າ 300,000 ຄົນຖືກຂັບໄລ່ ອອກຈາກບ່ອນທີ່ເຄີຍຢູ່ອາ
ໄສ.

XS
SM
MD
LG