ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ເຄັນ​ຢາ ປະ​ກາດ​ວ່າ ກ​ານໂຈ​ມ​ຕີ ​ຮ້າຍ​ແຮງ ຢູ່​ທີ່ໂຮງ​ແຮມ ​ສິ້ນ​ສຸດ​ລົງ​ແລ້ວ


​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ​ເຄັນ​ຢາ ກຳ​ລັງ​ຍ່າງ​ຜ່ານ​ໄປ ໃນ​ຂະ​ນະ​ທີ່​ໄດ້​ຍິນສຽງ​ປືນ ​ດັງ​ຂຶ້ນ ໃນວັນ​ພຸດ ​ທີ 16 ມັງ​ກອນ 2019 ​ທີ່​ນະ​ຄອນ​ໄນໂຣ​ບີ ປະ​ເທດ​ເຄັນ​ຢາ.
​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ​ເຄັນ​ຢາ ກຳ​ລັງ​ຍ່າງ​ຜ່ານ​ໄປ ໃນ​ຂະ​ນະ​ທີ່​ໄດ້​ຍິນສຽງ​ປືນ ​ດັງ​ຂຶ້ນ ໃນວັນ​ພຸດ ​ທີ 16 ມັງ​ກອນ 2019 ​ທີ່​ນະ​ຄອນ​ໄນໂຣ​ບີ ປະ​ເທດ​ເຄັນ​ຢາ.

ປະ​ທາ​ນາ​ທິ​ບໍ​ດີ​ເຄັນ​ຢາ ທ່ານ​ອູ​ຮູ​ຣູ ເຄັນ​ຢັ​ຕ​ຕາ ກ່າວ​ວ່າການ​ໂຈ​ມ​ຕີ​ຮ້າຍ​ແຮງ ແລະ​ຍຶດ​
ເອົາ​ໂຮງ​ແຮມແລະຫ້ອງ​ການ​ທຸ​ລະ​ກິດຢູ່​ໃນ​ນະ​ຄອນ​ຫຼວງ​ໄນ​ໂຣ​ບີ ໄດ້​ສິ້​ນ​ສຸດ​ລົງ​ແລ້ວ.

ຢູ່​ໃນການ​ຖະ​ແຫຼງ​ທາງ​ໂທ​ລະ​ພາບ​ແຫ່ງ​ຊາດ​ ໃນຕອນ​ເຊົ້າວັນ​ພຸດ​ມື້​ນີ້ ປະ​ທາ​ນາ​ທິ​ບໍ​ດີ​
ເຄັນ​ຢັ​ຕ​ຕາ ກ່າວ​ວ່າ ພົນ​ລະ​ເຮືອນ 14 ຄົນໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ໂຈມ​ຕີ ​ໂຮງ​ແຮມ
DusitD2 ໃນ​ຂະ​ນະ​ທີ່​ພົນ​ລະ​ເຮືອນ ອີກ 700 ຄົນ​ໄດ້​ຖືກ​ຊ່ວຍ​ອອກ ມາໂດຍ​ກຳ​ລັງ
ຮັກ​ສາ​ຄວາມ​ປອ​ດ​ໄພ.

ທ່ານ​ເຄັນ​ຢັ​ຕ​ຕາ ກ່າວ​ວ່າ​ “ພວກ​ກໍ່​ການ​ຮ້າຍ” ​ທັງ​ໝົດ ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ໂຈມ​ຕີ​
ໂຮງ​ແຮມ DusitD2 ໄດ້​ຖືກ “ຂ້າ​ຕາຍ.”

ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ໃຫ້​ການຢືນ​ຢັນ ​ໃນ​ຕອນ​ແລງວັນ​ອັງ​ຄານ​ວານນີ້​ວ່າ
ຊາວ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ​ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ເສຍ​ຊີ​ວິດ ແຕ່​ຍັງ​ບໍ່​ທັນ​ໄດ້​ລະ​ບຸ​ຊື່​ຜູ້​ເຄາະ
​ຮ້າຍ​ເທື່ອ. ​ຄົນສັນ​ຊາດ​ອັງ​ກິດ​ຜູ້​ນຶ່ງ​ກໍ​ມີ​ລາຍ​ງານ​ວ່າ​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ກຸ່ມ​ອິ​ສ​ລາ​ມຫົວ​ຮຸນ​ແຮງຈັດ ອາ​ລ-ຊາ​ບັບ ໄດ້​ອ້າງ​ເອົາ​ຄ​ວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​
ຕີ​ໃນ​ວັນ​ອັງ​ຄານ​ວານ​ນີ້ ທີ່​ໄດ້​ເລີ້ມ​ຂຶ້ນ​ໃນ​ຕອນ​ບ່າຍ ​ດ້ວ​ຍ​ການ​ວາງລະ​ເບີດ​ ​ຢູ່ນອກ​
ທະ​ນາ​ຄານ ແລະໂຈມ​ຕີ​ດ້ວຍ​ລະ​ເບີດ​ສະ​ຫຼ​ະ​ຊີບ ​ຢູ່​ໃນ​ຫ້ອງ​ຮັບ​ແຂກໂຮງ​ແຮມ.

ມື​ປືນ​ສີ່​ຄົນ​ໄດ້​ເຫັນ​ຢູ່​ໃນ​ກ້ອງວົງ​ຈອນ​ປິດ ຍ່າງ​ຜ່ານ​ບ່ອນ​ຈອດ​ລົດ ຢ່າງ​ໜ້ອຍ​ຄົນ​ນຶ່ງ​ໄດ້​
ຢຸດ​ເພື່ອ​ຍິງ​ປືນ​ໃສ່​ຜູ້​ຄົນ.

ສະ​ມາ​ຊິກ​ສະ​ພາ​ກາ​ແດງ ກຳ​ລັງ​ຊ່ວຍ​ແມ​່​ຍິງ​ຄົນ​ນຶ່ງ ຮ້ອງ​ໄຫ້ ຫຼັງ​ຈາກ​ໄດ້​ຮູ້​ວ່າ ສະ​ມາ​ຊິກ​ໃນຄອບ​ຄົວ​ຂອງ​ລາວ ​ໄດ້​ຖືກ​ຂ້າ​ຕາຍ ຈາ​ກ​ການ​ໂຈມ​ຕີ​ ຂອງ​ພວກ​ກໍ່​ການ​ຮ້າຍ ໃນ​ວັນ​ພຸດ​ ວັນ​ທີ 16 ມັງ​ກອນ 2019 ທີ່​ໄນ​ໂຣ​ບີ ປະ​ເທດ​ເຄັນ​ຢາ.
ສະ​ມາ​ຊິກ​ສະ​ພາ​ກາ​ແດງ ກຳ​ລັງ​ຊ່ວຍ​ແມ​່​ຍິງ​ຄົນ​ນຶ່ງ ຮ້ອງ​ໄຫ້ ຫຼັງ​ຈາກ​ໄດ້​ຮູ້​ວ່າ ສະ​ມາ​ຊິກ​ໃນຄອບ​ຄົວ​ຂອງ​ລາວ ​ໄດ້​ຖືກ​ຂ້າ​ຕາຍ ຈາ​ກ​ການ​ໂຈມ​ຕີ​ ຂອງ​ພວກ​ກໍ່​ການ​ຮ້າຍ ໃນ​ວັນ​ພຸດ​ ວັນ​ທີ 16 ມັງ​ກອນ 2019 ທີ່​ໄນ​ໂຣ​ບີ ປະ​ເທດ​ເຄັນ​ຢາ.

ພວກ​ພະ​ນັກ​ງານ​ຫ້ອງ​ການ ຄົນ​ງານ​ໂຮງ​ແຮມແລະ​ແຂກ​ທີ່ມີ​ຄວາມ​ຢ້ານ​ກົວໄດ້​ພາ​ກັນ
​ແລ່ນ​ໜີອອກ​ມາ​ຈາກ​ຕຶກ​ຕ່າງໆ ປີນ​ອອກ​ທາງ​ປ່ອງ​ຢ້ຽມ ລີ້​ຢູ່​ຫຼັງ​ລົດ​ຕຳ​ຫຼວດແລະ​ທຸກ​
ສິ່ງ​ຢ່າງ ​ທີ່​ເຂົາ​ເຈົ້າສາ​ມາດ​ໃນ​ຂະ​ນະ​ທີ່​ສຽງ​ປືນ​ດັງ​ກ້ອງ​ອອກ​ມາຈາກຝາ.

​ຕຳ​ຫຼວດ​ໄດ້​ພົບ​ເຫັນ​ພາບ​ທີ່​ເສົ້າ ແລະ​ເປັນ​ຕາ​ຢ້ານ​ຢູ່​ໃນ​ນຶ່ງ​ຂອງ​ບັນ​ດາຮ້ານ​ອາ​ຫານ
ຊຶ່ງພວກ​ທີ່​ເຂົ້າໄປ​ຮັບ​ປະ​ທານ​ອາ​ຫານ​ທີ່​ໄດ້​ຮັບ​ບາດ​ເຈັບ ແລະ​ເສຍ​ຊີ​ວິດຢູ່ທີ່​ໂຕະ​ເຂົາ
​ເຈົ້າ ລົ້ມ​ຟຸ​ບ​ລົງ​ທັບ​ອາ​ຫານທີ່​ກິນ​ຍັງບໍ່​ທັນ​ໝົດ.

ພວກ​ເຫັນ​ເຫດ​ການ​ຄົນ​ອື່ນ​ໆ​ກ່າວ​ວ່າ ເຂົາ​ເຈົ້າ​ເຫັນແຂນ​ຂາ​ຂອງ​ມະ​ນຸດ​ຢັ່ງ​ຢາຍ​ຢູ່​
ຕາມພື້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG