ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

4 ຄົນເສຍຊີວິດ ​ໃນການໂຈມຕີ ຢູ່​ໄນ​ໂຣບີ


ຜູ້ໄດ້ຮັບບາດເຈັບຄົນ​ນຶ່ງ ​ໃນການໂຈຕີຂອງພວກຫົວຮຸນແຮງ ​ໄດ້​ຮັບ​ການ​ປິ່ນປົວ​ບາດ​ແຜ ທີ່ໂຮງໝໍແຫ່ງນຶ່ງໃນນະຄອນຫລວງໄນໂຣບີ,
ວັນທີ 11 ມີນາ 2012.
ຜູ້ໄດ້ຮັບບາດເຈັບຄົນ​ນຶ່ງ ​ໃນການໂຈຕີຂອງພວກຫົວຮຸນແຮງ ​ໄດ້​ຮັບ​ການ​ປິ່ນປົວ​ບາດ​ແຜ ທີ່ໂຮງໝໍແຫ່ງນຶ່ງໃນນະຄອນຫລວງໄນໂຣບີ, ວັນທີ 11 ມີນາ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ເຄັນ​ຢາກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ al-Shabab ເປັນ​ຜູ້​ຮັບ ຜິດຊອບ​ໃນການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ມື​ ໃນ​ນະຄອນຫລວງ​ໄນ​ໂຣບີ ທີ່​ໄດ້​ສັງຫານ​ປະຊາຊົນ​ໄປຢ່າງ​ໜ້ອຍ 4 ຄົນ ​ແລະ​ເຮັດ​ໃຫ້​ບາດເຈັບ​ຕື່ມ​ອີກ​ປະມານ 40 ຄົນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ຫາ​ກຸ່ມ​ດັ່ງກ່າວ ທີ່​ເຂົ້າ​ຂ້າງ​ກັບ​ເຄືອ​ຂ່າຍ Al-Qaida ໃນ​ການ​ແກວ່ງ​ລະ​ເບີດ​ມື​ເຂົ້າ​ໃສ່​ບ່ອນ​ຈອດ​ລົດ ຢູ່​ທາງ​ນອກ​ສະຖານີລົດ​ບັສທີ່​ສໍາຄັນ​ແຫ່ງ​ນຶ່ງ​ໃນ​ວັນ​ເສົາ​ວານ​ນີ້. ທ່ານ Charles Owino ຮອງ​ໂຄສົກ​ຕໍາຫລວດ​ອ້າງ​ຄໍາ​ເວົ້າ​ຂອງ​ພວກເຫັນ​ເຫດການທີ່​ກ່າວ​ວ່າ ​ໄດ້​ມີ​ການ​ແກ່ວ​ງລະ​ເບີດ​ມື​ຫລາຍ​ລູກອອກ​ມາ​ຈາກ​ລົດ​ຄັນ​ນຶ່ງ​ທີ່​ກໍາລັງ​ແລ່ນ​ໄປຜ່ານໄປ.

ການ​ໂຈມ​ຕີ​ຄັ້ງ​ນີ້​ເປັນ​ເທື່ອຫລ້າ​ສຸດ​ຂອງ​ການ​ໂຈມ​ຕີ​ດ້ວຍ​ປືນ ລະເບີດ​ ແລະ​ລະ​ເບີດ​ມື ທີ່​ໄດ້​ມີ​ມາ​ຕິດ​ຕໍ່​ກັນ​ຫລາຍ​ບັ້ນ ຊຶ່ງ​ໄດ້​ສັງຫານ​ປະຊາຊົນ​ໄປ​ແລ້ວ​ຫລາຍ​ສິບ​ຄົນ ນັບ​ແຕ່​ເຄັນ​ຢາ​ໄດ້​ສົ່ງ​ທະຫານ​ໄປ​ຍັງ​ໂຊ​ມາ​ເລຍ​ໃນເດືອນ​ຕຸລາ​ຜ່ານ​ມາ ເພື່ອ​ທໍາ​ການ​ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ al-Shabab ທີ່ມີ​ສາຍ​ພົວພັນ​ກັບ​ເຄື​ອຂ່າ​ຍ al-Qaida ນັ້ນ.

ທາງ​ການ​ເຄັນ​ຢາ​ກ່າວ​ວ່າ ຄົນ​ເຄັນ​ຢາ​ຄົນ​ນຶ່ງ​ທີ່ສະໜັບສະໜຸນພວກ​ນັກ ຕໍ່ສູ້​ຫົວ​ຮຸນ​ແຮງ al-Shabab ​ໄດ້​ຖືກ​ຈັບ​ກຸມ​ ແລະ​ຕັດສິນ​ວ່າ​ມີ​ຄວາມຜິດໃນ​ເຫດການ​ໂຈມ​ຕີ​ຄັ້ງກ່ອນໆ ​ແຕ່​ຍັງ​ບໍ່​ມີ​ໃຜ​ອ້າງ​ເອົາ​ຄວາມ​ຮັບຜິດ​ຊອບ​ໃນ​ການ​ສັງຫານ​ຜູ້​ຄົນ​ໃນ​ວັນ​ເສົາ​ວານ​ນີ້​ເທື່ອ.

XS
SM
MD
LG