ສານສູງສຸດຂອງເຄນຢາໄດ້ລົບລ້າງຜົນຂອງການເລືອກຕັ້ງປະທານາທິບໍດີທີ່ຈັດຂຶ້ນ
ໃນເດືອນແລ້ວນີ້ ທີ່ໄດ້ເອົາໄຊຊະນະໃຫ້ແກ່ປະທານາທິບໍດີ Uhuru Kenyatta ທີ່
ດໍາລົງຕໍາແໜ່ງຢູ່ໃນປັດຈຸບັນ.
ສານດັ່ງກ່າວເວົ້າໃນວັນສຸມື້ນີ້ວ່າ ຄະນະກໍາມະການເລືອກຕັ້ງມີຄວາມຜິດຖານ
"ເຮັດວຽກແບບຂາດລະບຽບການ ແລະເຮັດສິ່ງທີ່ຜິດກົດໝາຍ" ຢູ່ໃນລະຫວ່າງ
ປະຕິບັດງານການເລືອກຕັ້ງ ຊຶ່ງໄດ້ທໍາລາຍຄວາມຖືກຕ້ອງຂອງການເລືອກຕັ້ງ.
ຜູ້ນໍາພັກຝ່າຍຄ້ານ ທ່ານ Raila Odinga ໄດ້ເຮັດຄໍາຮ້ອງສະເໜີຕໍ່ສານໃຫ້ເອົາ
ຜົນຂອງການລົງຄະແນນສຽງເລືອກຕັ້ງທີ່ຈັດຂຶ້ນໃນເດືອນສິງຫາທີ່ຜ່ານມານັ້ນ
ຖິ້ມ. ທ່ານ Odinga ເວົ້າວ່າຜົນຂອງການເລືອກຕັ້ງດັ່ງກ່າວ ທີ່ເຮັດໃຫ້ທ່ານເສຍ
ໄຊໃຫ້ແກ່ທ່ານ Kenyatta ປະມານ 1 ລ້ານ 4 ແສນສຽງນັ້ນແມ່ນຜິດພາດ.
ລັດຖະທໍາມະນູນຂອງເຄນຢາລະບຸໄວ້ວ່າ ການເລືອກຕັ້ງໃໝ່ ບັດນີ້ຈະຕ້ອງໄດ້
ຈັດຂຶ້ນພາຍໃນ 60 ມື້ ນັບແຕ່ມື້ລົບລ້າງຜົນການເລືອກຕັ້ງໄປ.
ນັບແຕ່ມື້ມີການເລືອກຕັ້ງ ພັນທະມິດທີ່ດີທີ່ສຸດແຫ່ງຊາດ ຫລື NASA, ຊຶ່ງເປັນແນວ
ໂຮມ ຝ່າຍຕໍ່ຕ້ານລັດຖະບານ ໄດ້ເວົ້າວ່າ ລະບົບການລົງຄະແນນສຽງຖືກລັກເຈາະ
ຂໍ້ມູນ ຊຶ່ງພາໃຫ້ມີ "ການເລືອກຕັ້ງທີ່ຂີ້ຫລັກ."
ກະຊວງການຄັງຂອງເຄນຢາ ເວົ້າວ່າ ລັດຖະບານໄດ້ແບ່ງເອົາງົບປະມານສໍາລັບ
ການເລືອກ ຕັ້ງ 483 ລ້ານໂດລາ ໂດຍທີ່ເອົາ 415 ລ້ານໂດລາໃຫ້ແກ່ຄະນະກໍາມະ
ການເລືອກຕັ້ງ ທີ່ເອີ້ນກັນວ່າ IEBC.
ທ່ານ Nanjala Nuyabola ນັກຄົ້ນຄວ້າຊາວເຄນຢາເວົ້າວ່າ ເຖິງແມ່ນວ່າໃຊ້ຈ່າຍ
ເງິນຫລາຍປານນີ້ ກໍຍັງມີບັນຫາກັບການລົງທະບຽນຜູ້ປ່ອນບັດເລືອກຕັ້ງ, ການ
ສົ່ງຈໍານວນຄະແນນສຽງທີ່ນັບແລ້ວ, ແລະຄວາມຊັກຊ້າໃນການແຈກຢາຍຟອມບັນ
ທຶກຢູ່ສະຖານທີ່ປ່ອນບັດ.
ທ່ານ Nuyabola ກ່າວວ່າ "ພວກເຮົາໄດ້ຮັບຄໍາໝັ້ນສັນຍາວ່າຈະມີການເລືອກຕັ້ງ
ແບບໃຊ້ລະບົບດິຈິຕອລ. ແຕ່ພວກເຮົາກໍບໍ່ມີການເລືອກຕັ້ງແບບໃຊ້ລະບົບດິຈິຕອລ.
"ມີສິ່ງດຽວທີ່ ໃຊ້ລະບົບດິຈິຕອລກໍຄືການລົງທະບຽນຜູ້ປ່ອນບັດ. ສ່ວນອັນອື່ນໆ
ແມ່ນໃຊ້ມືເຮັດ 100 ເປີເຊັນເລີຍ. ສະນັ້ນມັນຈຶ່ງເຮັດໃຫ້ທ່ານຄິດຢາກຖາມວ່າ ເງິນ
ທັງໝົດນັ້ນແມ່ນເອົາໄປຈ່າຍໃສ່ຫຍັງກັນແທ້?"
ໜຶ່ງອາທິດກ່ອນການເລືອກຕັ້ງ ທ່ານ Chris Msando ຫົວໜ້າດ້ານເທັກໂນໂລຈີ
ດ້ານຂໍ້ມູນ ຫລື IT ຂອງຄະນະກໍາມະການເລືອກຕັ້ງຖືກທໍລະມານ ແລະກໍຄາດຕະ
ກໍາ. ທ່ານ Scheaffer Okore ເຈົ້າໜ້າທີ່ໂຄງການທີ່ອົງການ Siasa Place ຊຶ່ງ
ເປັນອົງການທີ່ກ່ຽວຂ້ອງກັບດ້ານການເມືອງເວົ້າວ່າ ລາວບໍ່ເຊື່ອດອກວ່າ ພວກເຈົ້າ
ໜ້າທີ່ຈະດໍາເນີນການສອບສວນໃດເລີຍ.