ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານ Kenyatta ນໍາໜ້າ ໃນການເລືອກຕັ້ງ ປະທານາທິບໍດີ ເຄນຢາ (ສະໄລດ໌)


 Raila Odinga ນາຍົກລັດຖະມົນຕີເຄນຢາ ຄູ່ແຂ່ງ
ຄົນສຳຄັນຂອງທ່ານ Kenyattaໂດຍທີ່ມີ ຄະແນນຫ່າງກັນໃນສັດສ່ວນ
53 ຕໍ່ 42 ເປີເຊັນ
Raila Odinga ນາຍົກລັດຖະມົນຕີເຄນຢາ ຄູ່ແຂ່ງ ຄົນສຳຄັນຂອງທ່ານ Kenyattaໂດຍທີ່ມີ ຄະແນນຫ່າງກັນໃນສັດສ່ວນ 53 ຕໍ່ 42 ເປີເຊັນ
ເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງຂອງ Kenya ຍັງສື ບ ຕໍ່ນັບບັດຄະແນນສຽງການປ່ອນບັດເລືອກເອົາປະທານາ
ທິບໍດີ ໃນວັນຈັນຜ່ານມານີ້ ຊຶ່ງຜົນການນັບຄະແນນສຽງຂັ້ນ
ຕົ້ນ ເທົ່າທີ່ຜ່ານມາ ສະແດງໃຫ້ເຫັນວ່າ ທ່ານ Uhuru
Kenyatta ໄດ້ຮັບຄະແນນນໍາໜ້າ.

ມີໜ່ວຍປ່ອນບັດບໍ່ຮອດເຄິ່ງນຶ່ງ ຂອງຈໍານວນທັງໝົດ ໄດ້
ລາຍງານຜົນການ ນັບບັດຄະແນນສຽງ ທີ່ໄດ້ເລີ້ມຄືນອີກ
ໃນວັນພຸດມື້ນີ້ ລຸນຫລັງທີ່ໄດ້ພັກຜ່ອນ ໃນຄືນກ່ອນນັ້ນ.

ຜົນການນັບຄະແນນສຽງດັ່ງກ່າວ ໄດ້ເຮັດໃຫ້ທ່ານ Kenyatta
ມີຄະແນນນໍາ ໜ້ານາຍົກລັດຖະມົນຕີ Raila Odinga ຄູ່ແຂ່ງ
ຄົນສຳຄັນຂອງທ່ານ ໂດຍທີ່ມີ ຄະແນນຫ່າງກັນໃນສັດສ່ວນ
53 ຕໍ່ 42 ເປີເຊັນ.

ພວກເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງເວົ້າວ່າ ມາຮອດດຽວນີ້ມີບັດຄະແນນສຽງ
ເກືອບຮອດ 330 ພັນບັດ ຖືເປັນໂມຄະ ຍ້ອນບໍ່ປະຕິບັດຕາມລະບຽບໃນການປ່ອນ
ບັດ. ຍ້ອນມີກໍານົດວ່າ ຜູ້ສະໝັກທີ່ຊະນະການເລືອກຕັ້ງຕ້ອງໄດ້ຮັບຄະແນນສຽງ
ຫລາຍກວ່າ 50 ເປີເຊັນ ຂອງຈໍານວນບັດທັງໝົດ ທີ່ປ່ອນໄປນັ້ນ ແຕ່ພວກນັກວິ
ເຄາະບາງຄົນ ທໍານາຍວ່າ ທ່ານ Kenyatta ຈະໄດ້ຮັບຄະແນນສຽງໜ້ອຍກວ່າຈໍາ
ນວນທີ່ຕ້ອງການໜ້ອຍນຶ່ງ ແລະຈະປະເຊີນກັບການເລືອກ ຕັ້ງຮອບຕັດສິນຊີ້ຂາດ ໃນເດືອນເມສາທີ່ຈະມາເຖິງນີ້.

ພວກນັກສັງເກດການສາກົນໄດ້ເວົ້າວ່າ ການລົງຄະແນນສຽງເລືອກຕັ້ງ ເວົ້າລວມແລ້ວ ແມ່ນສະຫງົບດີ.

ພາບການເລືອກຕັ້ງໃນເຄນຢາ:

XS
SM
MD
LG