ເຄັນຢາໄດ້ປະກາດອັດຊາຍແດນຂອງຕົນ ສຳຫລັບພວກທີ່ເດີນ
ທາງມາ ຈາກກີນີ ໄລບີເຣຍ ແລະ Sierra Leone ຊຶ່ງເປັນ 3 ປະ
ເທດທີ່ໄດ້ຖືກກະທົບໜັກທີ່ສຸດ ຈາກການລະບາດຂອງເຊື້ອໄວ
ຣັສອີໂບລາ.
ກະຊວງສາທາລະນະສຸກ ກ່າວໃນວັນເສົາວານນີ້ ວ່າ ການຕັດ
ສິນໃຈຂອງລັດຖະບານ ແມ່ນອີງໃສ່ຂໍ້ມູນຈາກອົງການອະນາໄມ
ໂລກຫຼື WHO ທີ່ເວົ້າເຖິງຄວາມຮ້າຍແຮງຂອງການລະບາດ ຂອງເຊື້ອໄວຣັສດັ່ງກ່າວ ວ່າໄດ້ຖືກປະເມີນຕໍ່າຫລາຍເກີນໄປ ແລະວ່າການລະບາດສາມາດດຳເນີນ ສືບຕໍ່ໄປອີກດົນເຕີບ.
ໃນຖະແຫຼງການສະບັບນຶ່ງ ກະຊວງສາທາລະນະສຸກກ່າວເຊັ່ນກັນວ່າ ການຫ້າມເດີນທາງ
ເຂົ້າປະເທດເປັນການຊົ່ວຄາວນີ້ ແມ່ນກວມເອົາດ່ານເຂົ້າປະເທດທັງໝົດຂອງເຄັນຢາ ແຕ່
ບໍ່ຮວມເອົາພວກນັກວິຊາຊີບ ທາງດ້ານຮັກສາສຸຂະພາບ ທີ່ກຳລັງພະຍາຍາມຕໍ່ສູ້ກັບການ
ລະບາດຂອງເຊື້ອໄວຣັສນີ້.
ໃນວັນເສົາວານນີ້ເຊັ່ນກັນ ສາຍການບິນ Kenya Airways ໄດ້ຮ່ວມກັບພວກສາຍການ
ບິນອື່ນໆ ທີ່ໄດ້ປະກາດຈຳກັດຖ້ຽວບິນໃນອາຟຣິກາຕາເວັນຕົກ ຍ້ອນເຊື້ອໄວຣັສອີໂບລານັ້ນ.
ສາຍການບິນ Kenya ເວົ້າວ່າ ຕົນຈະງົດພວກຖ້ຽວບິນໄປຍັງ ໄລບີເຣຍ ແລະ Sierra Leone ເລີ້ມແຕ່ວັນອັງຄານຈະມານີ້ເປັນຕົ້ນໄປ ໂດຍອີງໃສ່ການປະເມີນຄວາມສ່ຽງ
ໂດຍກະຊວງສາທາລະນະສຸກຂອງປະເທດ.
ໃນວັນພະຫັດຜ່ານມານີ້ ສາຍການບິນເກົາຫຼີ ກ່າວວ່າ ຕົນໄດ້ງົດຖ້ຽວບິນໄປຍັງນະຄອນຫຼວງ ໄນໂຣບີ ຂອງເຄັນຢາ ໃນອັນທີ່ຕົນເອີ້ນວ່າ ມາດຕະການເພື່ອຢຸດການແຜ່ລະບາດຂອງເຊື້ອໄວຣັສອີໂບລາ.
ບໍ່ໄດ້ມີລາຍງານໃດໆແຈ້ງໃຫ້ຊາບກ່ຽວກັບກໍລະນີຕິດເຊື້ອອີໂລບາໃນເຄັນຢາ ແຕ່ອົງການ
ອະນາ ໄມໂລກ ໄດ້ຈັດປະເທດອາຟຣິກາຕາເວັນອອກປະເທດນີ້ ວ່າເປັນເຂດທີ່ມີຄວາມສ່ຽງສູງສຳຫລັບພະຍາດດັ່ງກ່າວ ເພາະວ່າ ມັນເປັນຈຸດສູນກາງການຂົນສົ່ງທີ່ສຳຄັນແຫ່ງ
ນຶ່ງ.
ກ່ອນໜ້ານີ້ ສາຍການບິນ British Airways ແລະສາຍການບິນ Emirates ຈາກພາກ
ຕາເວັນອອກກາງ ກໍໄດ້ງົດການບໍລິການຂອງຕົນໄປຍັງຫລາຍໆເຂດຂອງອາຟຣິກາຕາເວັນຕົກ.