ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີເຄັນຢາ ເສຍຊີວິດ ໃນອຸບັດເຫດເຮືອບິນຕົກ


ທ່ານ George Saitoti ລັດຖະມົນຕີຄວາມໝັ້ນຄົງພາຍໃນຂອງປະເທດເຄນຢາ ເປັນຜູ້ນຶ່ງ
ໃນຫົກຄົນ
ທີ່ເສຍຊີວິດ ໃນອຸບັດເຫດເຮືອບິນຕົກ ຢູ່ເຂດໃກ້ເມືອງຫຼວງໄນໂຣບີ ຕອນເຊົ້າ ວັນທີ 10 ເດືອນມິຖຸນາ 2012 ນີ້.
ທ່ານ George Saitoti ລັດຖະມົນຕີຄວາມໝັ້ນຄົງພາຍໃນຂອງປະເທດເຄນຢາ ເປັນຜູ້ນຶ່ງ ໃນຫົກຄົນ ທີ່ເສຍຊີວິດ ໃນອຸບັດເຫດເຮືອບິນຕົກ ຢູ່ເຂດໃກ້ເມືອງຫຼວງໄນໂຣບີ ຕອນເຊົ້າ ວັນທີ 10 ເດືອນມິຖຸນາ 2012 ນີ້.

ບັນດາເຈົ້າໜ້າ​ທີ່​ຕໍາຫຼວດ​ແລະ​ລັດ​ຖະບານ​ເຄັນ​ຢາ ກ່າວ​ວ່າ ທ່ານ George Saitoti ລັດຖະມົນຕີ​ກະຊວງ​ຄວາມ​ໝັ້ນຄົງພາຍ​ໃນ​ ແມ່ນຮວມ​ຢູ່​ໃນ​ຈໍານວນ​ຜູ້​ເສຍຊີວິດຫົກ​ຄົນ ​ໃນ​ອຸບັດ​ເຫດ​ເຮືອບິນ Helicopter ຕົກ ​ເມື່ອເຊົ້າວັນ​ອາທິດ​ມື້​ນີ້ ​ໃນ​ເຂດ​ພູ Ngong ຢູ່ໃກ້​ເມືອງຫຼວງ Nairobi.

​ເຈົ້າໜ້າ​ທີ່​ກ່າວວ່າ ​ໃນ​ຈໍານວນ​ຜູ້​ເສຍ​ຊີວິດ​ ຍັງ​ມີ​ໂຮມ​ທັງ ຜູ້​ຊ່ວຍ​ຄົນ​ນຶ່ງ ແລະຜູ້​ອາລັກຂາ
ຄົນ​ນຶ່ງ​ ຂອງ​ທ່ານລັດຖະມົນຕີ Saitoti ນໍາ.

ທ່ານ Saitoti ​ເຄີຍ​ດໍາລົງ​ຕໍາ​ແໜ່​ງຮອງ​ປະທານາທິບໍດີ​ມາ​ກ່ອນ ແລະໄດ້​ວາງ​ແຜນການ​ວ່າ​
ຈະ​ສະມັກ​ປະທານາທິບໍດີ​ໃນ​ການ​ເລືອກ​ຕັ້ງ​ເດືອນ​ມີນາ ປີໜ້າ​ນີ້.

ຊື່​ຂອງ​ຜູ້​ເສຍ​ຊີວິດຄົນ​ອື່ນໆ​ອີກ ​ຍັງ​ບໍ່​ໄດ້​ຮັບ​ການຢືນຢັນ. ພວກ​ເຫັນ​ເຫດການ​ກ່າວ​ວ່າ
ສົບ​ຜູ້​ເສຍ​ຊີວິດ​ຖືກ​ເຜົາ​ໄໝ້​ຈົນບໍ່​ສາມາດ​ຮູ້​ໄດ້​ວ່າ​ເປັນ​ຜູ້​ໃດ.

​ສາ​ເຫດ​ຂອງ​ອຸບັດ​ເຫດ​ເຮືອບິນ​ຕົກ​ນີ້ ຍັງ​ຢູ່​ພາຍ​ໃຕ້​ການ​ສືບສວນ​ສອບ​ສວນຢູ່.

XS
SM
MD
LG