ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໔ ຕຸລາ ໒໐໒໔

ເຄັນຢາແລກສິນເຊື່ອຄາບອນ ກັບເຄື່ອງກອງນໍ້າສະອາດ ໃຫ້ປະຊາຊົນໃນເຂດຊົນນະບົດ (ເບິ່ງວີດີໂອພາສາລາວ/ອັງກິດ)


ພວກພະນັກງານກຽມເອົາເຄື່ອງກອງນໍ້າ LifeStraw Family ໄປແຈກຢາຍຟີ ໃຫ້ປະຊາຊົນໃນໝູ່ບ້ານຕ່າງໆ.
ພວກພະນັກງານກຽມເອົາເຄື່ອງກອງນໍ້າ LifeStraw Family ໄປແຈກຢາຍຟີ ໃຫ້ປະຊາຊົນໃນໝູ່ບ້ານຕ່າງໆ.

ການຊື້ຂາຍສິນເຊື່ອຄາບອນນັ້ນ ແມ່ນເປັນຄວາມຄິດທີ່ຂ້ອນຂ້າງຈະໃໝ່ຢູ່ໃນຂົງເຂດອາຟຣິ ກາ ທີ່ມີການຊື້ຂາຍສິນເຊື່ອຄາບອນ ບໍ່ຮອດ 3% ຂອງການຄ້າສິນເຊື່ອຄາບອນໃນທົ່ວໂລກ ທີ່ມູນຄ່າທັງໝົດ 144 ພັນລ້ານໂດລານັ້ນ. ລະບົບດັ່ງກ່າວແມ່ນມີເປົ້າໝາຍເພື່ອລົດຜ່ອນ ແກສຄາບອນ ໄດອອ໊ກໄຊດ໌ ໃນທົ່ວໂລກລົງ ໂດຍການອະນຸຍາດໃຫ້ໂຄງການຕ່າງໆທີ່ປ່ອຍ ອາຍແກສຄາບອນອອກໃນລະດັບຕໍ່ານັ້ນ ຂາຍສິນເຊື່ອໃຫ້ແກ່ພວກໂຄງການທີ່ປ່ອຍອອກ ຫລາຍແລະຕ້ອງການຈະລົດອາຍແກສດັ່ງກ່າວລົງ ພາຍໃຕ້ອະນຸສັນຍາ Kyoto ນັ້ນ. ການ ຄ້າຄາບອນກໍາລັງເລີ່ມຂະຫຍາຍຕົວ ຢູ່ໃນບັນດາປະເທດອາຟຣິກາ ເຊັ່ນເຄນຢາ ຊຶ່ງມີບໍລິ ສັດນຶ່ງຈາກສະວີສເຊີແລນດ໌ ເຂົ້າໄປປະກອບສ່ວນໃນໂຄງການນີ້ຢູ່ທີ່ນັ້ນ. ນັກຂ່າວວິໂອເອ Cathy Majtenyi ມີລາຍງານກ່ຽວກັບສິ່ງທ້າທາຍແລະຜົນດີຕ່າງໆ ຈາກຕະຫລາດຄາບອນ ໃນອາຟຣິການັ້ນ ຊຶ່ງດາຣາຈະນໍາມາສະເໜີທ່ານ.

ມີສິ່ງ​ນຶ່ງແປກໃໝ່​ຢູ່​ໃນ​ຫລາຍໆບ້ານ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ເຄນ​ຢາ ຄື​ເຄຶ່ອງກອງ​ນໍ້າ
LifeStraw Family ທີ່​ຜະລິດ​ໂດຍບໍລິສັດ Vestergaard Frandsen ຊຶ່ງ​ເປັນ​ບໍລິສັດ​
ສ້າງຜະລິດ​ຕະພັນ​ດ້ານ​ສຸຂະພາບ​ ຈາກ​ສະ​ວິສ​ເຊີ​ແລນ​ດ໌ ທີ່​ພວກ​ເຮັດ​ວຽກ​ໃຫ້​ປະຊາ​ຄົມໄດ້​
ເອົາ​ໄປແຈກ​ຢາຍ​ຟີ​ ໃຫ້​ແກ່ 900,000 ຄອບຄົວ.

ພາຍ​ໃຕ້​ໂຄງການ​ນໍ້າ​ດື່ມ​ສະອາດ​ປອດ​ໄພທີ່​ວ່າ​ນີ້ ບໍລິສັດ Vestergaard ​ມຸ່ງ​ຫວັງ​ທີ່​ຈະ​
ຫາກໍາ​ໄລ ​ໂດຍ​ການ​ຂາຍ​ສິນ​ເຊື່ອ​ຄາບ​ອນ​ໃນ​ຕະຫລາດ​ຄາ ບ​ອນ​ໂລກ​ ທີ່​ມີ​ມູນ​ຄ່າ 144 ພັນ​ລ້ານ​ໂດ​ລາ​ນັ້ນ.

ນາງ Alison Ann Hill ​ຜູ້​ຈັດການຝ່າຍ​ພັດທະນາ​ແນວ​ຄິດ​ ປະ​ຈໍາ​ຫ້ອງການ​ຢູ່​ໃນ​ສະຫະ
ລັດ​ ຂອງ​ບໍລິສັດ Vestergaard Frandsen ກ່າວ​ວ່າ

“What we are looking at is about two million...ສິ່ງ​ທີ່​ພວກ​ເຮົາ​ມຸ່ງ​ຫວັງ​ທີ່​ຈະ​
ເຮັດນັ້ນ ກໍ​ຄື​ ລົດ​ລະດັບການ​ປ່ອຍແກ​ສຄາບ​ອນ ລົງ​ໃຫ້​ໄດ້​ປະມານສອງ​ລ້ານໂຕ້ນ
ຕໍ່​ປີ ​ໂດຍ​ການ​ສະໜອງ​ເຄື່ອງ​ກອງ​ນໍ້າ LifeStraw Family ​ໃຫ້​ແກ່ 90 ​ເປີ​ເຊັນ​
ຂອງຄອບຄົວ​ໃນ​ແຂວງນັ້ນ.”

ການ​ຄິດ​ໄລ່​ດັ່ງກ່າວ​ແມ່ນ​ອິງ​ຕາມ​ປະລິມານ​ຟືນ ທີ່​ຄອບຄົວຂະໜາດ​ກາງ​ ​ໃຊ້​ຕົ້ມນໍ້າ ​ເພື່ອ​ຈະ​ໄດ້​ນໍ້າ​ດື່ມ​ທີ່​ສະອາດ​ປອດ​ໄພນັ້ນ.

ໂຄງການ​ເຄື່ອງ​ກອງ​ນໍ້າ LifeStraw Family ຂອງ​ບໍລິສັດ Vestergaard Frandsen
ເປັນ​ນຶ່ງ​ໃນຫລາຍ​ກ່ວາ 60 ​ໂຄງການ​ໃນ​ຂົງ​ເຂດ​ອາ​ຟຣິກາ ທີ່ໄດ້ຈົດທະບຽນ​ຢູ່​ພາຍ​ໃຕ້​ໂຄງ
ການ CDM ​ຫລື ກົນ​ໄກ​ການພັດ ທະ​ນາ​ທີ່ສະອາດ​ຂອງ​ອະນຸ​ສັນຍາ Kyoto ທີ່​ລະບຸ​ໃຫ້
ພວກ​ປະ​ເທດ​ທີ່​ຈະ​ເລີນ​ອຸດສາ​ຫະກໍາ​ທັງຫລາຍ​ ລົງທຶນ​ເຂົ້າ​ໃສ່​ໃນ​ໂຄງການລົດ​ຜ່ອນ​ອາຍ
ແກ​ສເຮືອນ​ແກ້ວ​ ໃນ​ພວກ​ປະ​ເທດ​ພວມ​ພັດທະນາ ລົງ​ນັ້ນ.

ພວກ​ໂຄງການ​ດັ່ງກ່າວຈະ​ໄດ້​ຮັບ​ນຶ່ງ​ສິນ​ເຊື່ອ​ຄາບ​ອນ ສໍາລັບທຸກໆໂຕ້ນ​ກ້ອນ​ຂອງທາດ​ຄາ
ບ​ອນ​ໄດ​ອ໊ອກ​ໄຊ້ ທີ່​ປ້ອງ​ກັນ​ບໍ່​ໃຫ້​ຊືມ​ເຂົ້າສູ່​ບັນຍາກາດ​ໂລກ. ຈາກນັ້ນ ສິນ​ເຊື່ອ​ຄາບ​ອນ
ຈະ​ຖືກ​ຂາຍທອດອອກໃນ​ຕະຫລາດ ​ໃຫ້​ແກ່​ພວກປະ​ເທດ​ທີ່​ຈະ​ຕ້ອງລົດຜ່ອນແກ​ສ​ຄາບ​ອນ
ຂອງ​ຕົນ​ລົງ​ ພາຍ​ໃຕ້​ອະນຸ​ສັນຍາ Kyoto ​ແຕ່​ບໍ່​ສາມາດ​ຈະ​ເຮັດ​ໄດ້ນັ້ນ.

ຄລິກຢູ່ບ່ອນນີ້ ເພື່ອເບິ່ງວີດິໂອພາສາລາວ ຫລືຄລິກຢູ່ບ່ອນສື່ວິນໂດວ໌ ຫລື mp4 ທາງເທິງຂວາມື

ພວກ​ທີ່ວິຈານຕະຫລາດ​ຄາບ​ອນ​ໂລກ ກ່າວ​ວ່າ ລະບົບ​ການ​ດັ່ງກ່າວ ​ແມ່ນເປັນ​ການຊຸກຍູ້​ໃຫ້
ພວກ​ບໍລິສັດທັງຫລາຍ​ໃນ​ປະ​ເທດ​ທີ່​ຈະ​ເລີນອຸດສາຫະກໍາ ​ສືບ​ຕໍ່​ສ້າງ​ມົນ​ລະ​ພິດ​ໃສ່​ບັນຍາກາດ​
ຂອງ​ໂລກ ​ແຕ່ໃນ​ຂະນະ​ດຽວ​ກັນ ກໍ​ສາມາດ​ປະຕິບັດ​ຕາມມາດຕະຖານ​ການ​ປ່ອຍ​ແກ​ສ​ເຮືອນ​
ແກ້ວ ​ໂດຍ​ການ​ຊື້​ສິນ​ເຊື່ອຄາບ​ອນນັ້ນ.

ນອກ​ນີ້​ແລ້ວ ພວກ​ເຂົາ​ເຈົ້າຍັງ​ເວົ້າ​ວ່າ ມັນ​ບໍ່​ຍຸດຕິ​ທໍາ ທີ່​ພວກ​ໂຄງການ​ຕ່າງໆ​ທີ່​ປອດ​ມົນ​ລະ​ພິດ​ໃນ​ອາ​ຟຣິກາ ​ແລະຂົງ​ເຂດ​ພວມພັດທະນາ​ອື່ນໆ​ ຈະ​ໄປສະໜັບສະໜຸນ​ພວກ​ສ້າງ​ມົນ​ລະ​ພິດ​ໃນ​ປະ​ເທດ​ທີ່​ພັດທະນາ​ແລ້ວ.

ຊາວບ້ານທົດສອບເຄື່ອງກອງນໍ້າ LifeStraw ຂອງບໍລິສັດ Vestergaard Frandsen ທີ່ປະເທດເຄັນຢາ.
ຊາວບ້ານທົດສອບເຄື່ອງກອງນໍ້າ LifeStraw ຂອງບໍລິສັດ Vestergaard Frandsen ທີ່ປະເທດເຄັນຢາ.

ແຕ່​ວ່າ​ ໃນ​ພວກ​ປະ​ເທດ​ອາ​ຟຣິ
ການັ້ນ ສິນ​ເຊື່ອ​ຄາບ​ອນ ຖື​ວ່າ
ເປັນເຄື່ອງ​ຈັກໃໝ່ ສໍາລັບ​ການ​
ອຸ​ນະ​ລັກຮັກສາ​ສິ່ງແວດ​ລ້ອມ
ແລະ​ການ​ເຕີບ​ໂຕ​ທາງ​ເສດ​ຖະ
ກິດ ອິງ​ຕາມທ່ານ Adriaan
Tas ຜູ້​ອໍານວຍ​ການ​ຝ່າຍ​ຈັດ
ການ​ຂອງ​ບໍລິສັດ​ ທີ່​ປຶກສາຄາ
ບ​ອນ​ອາ​ຟຣິກາຈໍາ​ກັດ ຫລື
Carbon Africa Ltd. ທີ່​ມີ
ສໍານັກ​ງານຢູ່​ນະຄອນຫລວງ
ໄນ​ໂຣບີ​. ທ່ານ​ທັສກ່າວວ່າ

“A big project like Lake
Turkana... ​ໂຄງການ​ໃຫຍ່ໆ
ດັ່ງ​ເຊັ່ນໂຄງ ການ​ພະລັງ​ລົມ​ທະ​ເລ​ສາບ Turkana ນັ້ນ ພວກເຮົາ​ພໍປະ​ເມີນ​ໄດ້​ວ່າ ​
ແຕ່ລະ​ປີ ຈະ​ໄດ້​ຮັບ​ເງິນ 7
ລ້ານ 5 ແສນຢູ​ໂຣ ຈາກ​ຕະຫລາດ​ຄາບ​ອນ. ຖ້າ​ຫາກ​ພວກ​ເຮົາ​ເລີ່​ມສົມ​ທຽບ​ຕົວ​
ເລກ​ນີ້​ ກັບ​ເງິນບໍລິຈາກຊ່ວຍ​ເຫລືອຈາກ​ຕ່າງປະ​ເທດ ເຊ່ນ​ທຶນຊ່ວຍ​ເຫລື​ອພັດ
ທະ​ນາ​ຕ່າງປະ​ເທດ ຫລື ODA ນັ້ນ ​ເຮົາ​ກໍຈະ​ຮູ້ໄດ້​ວ່າ ພວກ​ຕະຫລາດ​ຄາບ​ອນ
ສາມາດນໍາເງິນສົດ ເຂົ້າ​ໄປ​ຍັງ​ພວກ​ປະ​ເທດ​ພວມພັດທະນາ ໄດ້ຫລາຍເທົ່າໆ​ ກັນກັບ​ເງິນ​ຊ່ວຍ​ເຫລືອ ODA.”

ທ່ານທາສ ກ່າວ​ວ່າ ພວກ​ປະ​ເທດ​ອາ​ຟຣິກາ​ຈະ​ຕ້ອງ​ຕັດສິນ​ໃຈວ່າ ພວກ​ເຂົາ​ເຈົ້າຈະສາມາດ​
ພັດທະນາໄດ້ຢ່າງ​ປະຢັດ ​ໂດຍ​ການ​ໃຊ້​ນໍ້າມັນຈາກ​ຊາກ​ຫີນ​ຂອງສັດດຶກ​ດໍາ​ບັນ ຫລື​ວ່າພວກ​
ພະລັງງານທີ່​ໝຸນ​ໃຊ້​ຄືນ​ໃໝ່​ໄດ້ ​ແລະບໍ່​ເປັນ​ໄພ​ຕໍ່​ສະພາບ​ແວດ​ລ້ອມ ​ເຊັ່ນ ​ໄຟຟ້າ​ນໍ້າຕົກ ລົມ ​ແລະແສງຕາ​ເວັນນັ້ນ.

ທ່ານທັສ ກ່າວ​ຕື່ມ​ວ່າ ພວກ​ໂຄງການ​ທີ່​ເລີ່​ມຕົ້ນ​ຂື້ນ​ຢູ່​ໃນ​ຫລາຍໆ​ປະ​ເທດ ​ເຊັ່ນ​ເຄນ​ຢາ ທີ່​ບໍ່
ໄດ້​ຈົດ​ທະບຽນ​ໃຫ້​ທັນ​ກໍານົດທ້າຍ​ປີໜ້າ​ນັ້ນ ຈະປະ​ເຊີນ​ກັບອຸບປະສັກໃຫຍ່​ຫລາຍ​ຢ່າງ ​ເວລາ
ເງື່ອນ​ໄຂ​ບາງ​ຂໍ້​ທີ່​ພົວ​ພັນ​ກັບ​ອະນຸ​ສັນຍາ Kyoto ໝົດກໍ​ນົດລົງ ຊຶ່ງທ່ານອະທິ​ບາຍ​ວ່າ:

“One of the problems that we are facing... ນື່ງ​ໃນ​ຫລາຍໆ​ບັນ ຫາ​ທີ່​ພວກ​ເຮົາ​ປະ​ເຊີນ ຢູ່​ໃນ​ເວລາ​ນີ້ ກໍ​ແມ່ນ​ວ່າ ສະຫະພາບຢຸ​ໂຣບ ​ໄດ້​ແຈ້ງ​ໃຫ້​ຊາບ​ຢ່າງ​ຈະ​ແຈ້ງ​ແລ້ວ​ວ່າ ຫລັງ​ຈາກ​ປີ 2012 ​ໄປ ພວກ​ເຂົາ​ເຈົ້າ ຈະ​ຮັບ​ເອົາ​ແຕ່​ສິນ​ເຊື່ອ​ຄາບ​ອນ ທີ່​ມາ​ຈາກ​ພວກ​ປະ​ເທດ​ດ້ອຍ​ພັທະນາ ຫລື LDC ​ເທົ່າ​ນັ້ນ. ສະ​ນັ້ນ ​ໂຕ​ຢ່າງ ປະເທດ​ເຄນ​ຢາ ທີ່ບໍ່​ແມ່ນ​ປ​ະ​ເທດ​ດ້ອຍ​ພັທະນາ ​ແລະອາ​ຟຣິກາ​ໃຕ້ ກາ​ນາ ​ໄນ​ຈີ​ເຣຍ ​ແລະ​ອື່ນໆ ພວກ​ປະ​ເທດ​ເຫລົ່າ​ນັ້ນແມ່ນຈະ​ບໍ່​ສາມາດ ໄດ້​ຮັບ​ຜົນ​ປະ​ໂຫຍດ​ອີກ ຖ້າ​ຫາກ​ວ່າສະ​ຫະພາບຢຸ​ໂຣບຍັງ​ຍຶດໝັ້ນ​ຢູ່​ໃນ​ທ່າ​ທີດັ່ງ​ກ່າວ​ຂອງ​ຕົນ​.”

ກອງ​ປະຊຸມ​ກ່ຽວ​ກັບ​ການປ່ຽນ​ແປງຂອງດິນ​ຟ້າ​ອາກາດ ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ບັ້ນ​ຕໍ່​ໄປ ທີ່​ຈະ​ເວົ້າ​ເຖິງ​ຄວາມ​ກ້າວໜ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ອະນຸ​ສັນຍາ Kyoto ນັ້ນ ຈະ​ຈັດ​
ຂື້ນ​ທີ່​ເມືອງ Durban ​ປະ​ເທດ​ອາ​ຟຣິກາ​ໃຕ້ ໃນ​ທ້າຍ​ປີ​ນີ້.

ເບິ່ງວີດິໂອ ພາສາອັງກິດ

XS
SM
MD
LG