ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ມີນາ ໒໐໒໔

30 ຄົນເສຍຊີວິດ ໃນອຸບັດຕິເຫດ ລົດເມຕຳກັນ ທີ່ປະເທດ ເຄັນຢາ


ຊາກຫັກພັງຂອງລົດເມ ແລະ ລົດບັນທຸກທີ່ຕຳກັນທີ່ເມືອງ ມີກາ ຂົງເຂດຕັ້ງຢູ່ໃກ້ໆກັບເມືອງ ຊາລກາ ຕາມທາງຫຼວງ ນາຄູຣູ-
ແອລດໍເຣັດ, ປະເທດ ເຄັນຢາ. 31 ທັນວາ,2017.
ຊາກຫັກພັງຂອງລົດເມ ແລະ ລົດບັນທຸກທີ່ຕຳກັນທີ່ເມືອງ ມີກາ ຂົງເຂດຕັ້ງຢູ່ໃກ້ໆກັບເມືອງ ຊາລກາ ຕາມທາງຫຼວງ ນາຄູຣູ- ແອລດໍເຣັດ, ປະເທດ ເຄັນຢາ. 31 ທັນວາ,2017.

ອຸບັດຕິເຫດລົດເມຕຳກັນໃນພາກກາງຂອງປະເທດ ເຄັນຢາ ເມື່ອຕອນເຊົ້າວັນອາທິດ
ມື້ນີ້ ໄດ້ເຮັດໃຫ້ປະຊາຊົນເສຍຊີວິດຢ່າງໜ້ອຍ 30 ຄົນ.

ອົງການຂ່າວ AFP ລາຍງານວ່າ ອຸບັດຕິເຫດໄດ້ເກີດຂຶ້ນຢູ່ທາງດ່ວນ ນາຄູຣູ-ແອລດໍເຣັດ
ເມື່ອລົດເມທີ່ເດີນທາງຈາກເມືອງ ບູເຊຍ ໄດ້ຕຳເຂົ້າໃສ່ລົດບັນທຸກທີ່ເດີນທາງຈາກເມືອງ
ນາຄູຣູ.

ຕາມການກ່າວຂອງອົງການສະພາກາແດງ ເຄັນຢາ ນັ້ນ, ປະຊາຊົນ 18 ຄົນໄດ້ຮັບບາດ
ເຈັບໃນອຸບັດຕິເຫດດັ່ງກ່າວ.

ລົດເມໄດ້ແລ່ນຢູ່ເສັ້ນທາງທີ່ຜິດໃນເວລາທີ່ເກີດອຸບັດຕິເຫດນັ້ນ, ອີງຕາມການກ່າວຂອງ
ໜັງສືບ ເດິ ສຕາ (The Star) ຂອງ ເຄັນຢາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG