ເຫດລະເບີດແຕກ ຢູ່ນອກວັດ ສາສະໜາອິສລາມ ໃນນະຄອນ
ຫລວງໄນໂຣບີຂອງເຄນຢາ ໄດ້ສັງຫານຊີວິດຂອງຢ່າງໜ້ອຍ 3
ຄົນ ແລະໄດ້ເຮັດໃຫ້ສະມາຊິກສະພາແຫ່ງຊາດທ່ານນຶ່ງໄດ້ຮັບ
ບາດເຈັບ.
ຜູ້ຊ່ວຍຂອງທ່ານ Yusuf Hassan Abdi, ສະມາຊິກສະພາ
ແຫ່ງຊາດຂອງເຄນຢາ ກ່າວຕໍ່ວີໂອເອ ພະແນກໂຊມາລີວ່າ ສະມາຊິກສະພາແຫ່ງຊາດ ທ່ານນີ້ກໍາລັງຕອບຄໍາຖາມຂອງປະຊາຊົນ ຢູ່ນອກວັດ al-Hidaya ໃນຂະນະທີ່ລະເບີດ ໄດ້ແຕກຂຶ້ນໃນວັນສຸກວານນີ້. ຜູ້ຊ່ວຍຂອງທ່ານເວົ້າວ່າ ທ່ານ Abdi ໄດ້ຮັບບາດເຈັບຢູ່ ຂາທັງສອງເບື້ອງ ແລະມືກໍ້າຊ້າຍ.
ຍັງບໍ່ເປັນທີ່ຮູ້ກັນເທື່ອວ່າ ທ່ານ Abdi ແມ່ນເປົ້າໝາຍຂອງການໂຈມຕີຄັ້ງນີ້ຫລືບໍ່.
ສ່ວນທາງສະພາກາແດງກໍເວົ້າວ່າ ຢ່າງໜ້ອຍມີອີກ 7 ຄົນໄດ້ຮັບບາດເຈັບ ຢູ່ໃນເຫດລະ ເບີດດັ່ງກ່າວ ຊຶ່ງເກີດຂຶ້ນຢູ່ເຂດຄຸ້ມ Eastleigh ທີ່ມີຊາວໂຊມາລີອາໄສຢູ່ເປັນສ່ວນໃຫຍ່.
ເຫດລະເບີດແຕກຄັ້ງນີ້ແມ່ນເກີດຢູ່ເຂດຄຸ້ມບ້ານດັ່ງກ່າວເປັນຄັ້ງທີ 2 ໃນຊ່ວງໄລຍະສອງ ມື້ຜ່ານມານີ້ ຊຶ່ງເຫດລະເບີດແຕກໃນວັນພຸດຜ່ານມານັ້ນ ກໍໄດ້ເຮັດໃຫ້ຢ່າງໜ້ອຍ 8 ຄົນ ໄດ້ຮັບບາດເຈັບ.
ຍັງບໍ່ມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈຕີ ທີ່ເກີດຂຶ້ນໃນວັນສຸກດັ່ງກ່າວນີ້ ເທື່ອ.
ໃນຮອບປີຜ່ານມານີ້ ທີ່ເຄັນຢາໄດ້ມີເຫດລະເບີດແຕກຫລາຍໆງວດ ຊຶ່ງພວກເຈົ້າໜ້າທີ່ ໄດ້ຖິ້ມໂທດໃສ່ກຸ່ມ al-Shabab ຊຶ່ງເປັນກຸ່ມຫົວຮຸນແຮງອິສລາມ ໃນຢູ່ໂຊມາລີ.
ພວກທະຫານເຄນຢາໄດ້ເຄື່ອນເຂົ້າໄປໃນໂຊມາລີ ເພື່ອປາບປາມກຸ່ມ al-Shabab ແລະ ກຸ່ມຫົວຮຸນແຮງດັ່ງກ່າວປະກາດວ່າຈະທໍການໂຈມຕີແກ້ແຄ້ນຄືນຢູ່ໃນເຄນຢາໃຫ້ໄດ້.