ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຊາວ​ເຄັນ​ຢາ ໄວ້ອາ​ໄລ ​ແກ່​ພວກ​ເສຍຊີວິດ ພ້ອມກັບຊອກຫາ ຜູ້ຕ້ອງສົງໄສ ອີກຄົນນຶ່ງ


Deadly Day at Kenyan University
please wait

No media source currently available

0:00 0:02:37 0:00

ເບິ່ງວີດີໂອ ລາຍງານນີ້

ຊາວ​ເຄັນ​ຢາ ກຳລັງ​ໄວ້ອາ​ໄລ ​ແກ່​ພວກ​ເສຍຊີວິດ ຫຼັງຈາກ
ການ​ບຸກ​ໂຈມ​ຕີ​ ໂດຍ​ພວກ​ຫົວ​ຮຸນ​ແຮງ al-Shabab ຕະຫລອດ
ມື້ ຢູ່​ທີ່ມະຫາວິທະຍາ​ໄລ​ແຫ່ງ​ນຶ່ງ ທາງ​ພາກ​ຕາ​ເວັນ​ອອກ​
ຂອງ​ປະ​ເທດ ​ໃນ​ວັນ​ພະຫັດ​ວານ​ນີ້ ທີ່​ໄດ້​ເຮັດ​ໃຫ້ 147 ຄົນ ​
ເສຍ​ຊີວິດ ພ້ອມ​ກັນ​ກັບ ພວກ​ທຳ​ການໂຈມຕີ 4 ຄົນ.

ລັດຖະບານ ​ເຄັນ​ຢາ ສະ​ເໜີ​ໃຫ້​ລາງວັນ​ເງິນ 220,000 ດອນ​ລາ
ສຳ​ຫລັບ​ສະມາຊິກ al-Shabab ອີກ​ຄົນ​ນຶ່ງ ທີ່​ມີ​ສ່ວນ​ກ່ຽ​ວພັນ
​ກັບ​ການ​ໂຈມ​ຕີ​ ຄື ທ້າວ Mohammed Mohamud Kuno ຜູ້​ທີ່
ມີຊື່ ຢູ່​ໃນ​ບັນຊີຕິດຕາມສິ້ງຊອມ​ເບິ່ງ ຂອງ​ລັດຖະບານ​ແລ້ວນັ້ນ. ຜູ້ກ່ຽວ​ໄດ້​ຖືກ​ສົງ​ໄສວ່າ ​ເປັນ​ຫົວໜ້າ​ດ້ານ​ປະຕິບັດ​ການ​ພາຍ​ນອກ ຕໍ່ຕ້ານເຄັນ​ຢາ ຂອງກຸ່ມ al-Shabab. ຜູ້ກ່ຽວຍັງ​ມີ​ຊື່ວ່າ Gamadhere ຫຼື Dulyadayna.

ທາງ​ການຕ້ອງການ​ໂຕ ທ້າວ Kuno ເພື່ອສອບ​ປາກຄຳ ກ່ຽວ​ກັບ​ການ​ໂຈມ​ຕີ ຢູ່​ທີ່ ມະຫາວິ​ທະຍາ​ໄລ Garissa ບ່ອນ​ທີ່​ພວກ​ໂຈມ​ຕີ ​ໄດ້​ບຸກ​ເຂົ້າ​ໄປໃນ​ວິ​ທະຍາ​ເຂດ​ ກ່ອນ​ຟ້າ​ແຈ້ງ​ໃນວັນ​ພະຫັດ​ວານ​ນີ້ ​ແລະ ​ໄດ້​ເປີດ​ສາກ​ຍິງໃສ່​ນັກ​ສຶກສາ. ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄດ້​ຕໍ່ສູ້​ກັບພວກ​ຫົວ​ຮຸນ​ແຮງ ​ເປັນ​ເວລາ 15 ຊົ່ວ​ໂມງ ​ແລະ ​ໄດ້​ຊ່ວຍ​ເຫຼືອ​ພວກ​ນັກຮຽນ ຫຼາຍກວ່າ 500 ຄົນ​ອອກ​ມາ​ໄດ້ ກ່ອນ​ທີ່​ຈະ​ຍິງ​ສັງຫານ​ພວກ​ໂຈມ​ຕີ.

ກຸ່ມ Al-Shabab ກ່າວ​ວ່າ ການ​ໂຈມ​ຕີນັ້ນ ​ແມ່ນ​ເປັນ​ການ​ແກ້​ແຄ້ນ ຕໍ່ການ​ປະຕິບັດງານ​ຂອງ​ກອງທະຫານ​ເຄັນ​ຢາ ຢູ່​ໃນ​ Somalia ປະ​ເທດເພື່ອບ້ານ ຊຶ່ງ​ເປັນ​ຖານ​ທີ່​ໝັ້ນຂອງ​ພວກກຸ່ມ​ຫົວ​ຮຸນ​ແຮງອິສລາມ ດັ່ງກ່າວ.

ປະທານາທິບໍດີ ​ໂຊ​ມາ​ເລຍ ທ່ານ Hassan Sheikh Mohamud ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​
ຮ່ວມ​ມື ​ດ້ານ​ຄວາມ​ໝັ້ນຄົງ ກັບ ​ເຄັນ​ຢາ ຫຼາຍຂຶ້ນຕື່ມ​ອີກ ​ໂດຍ​ສະແດງ​ຄວາມ​ເສົ້າສະຫລົດ​ໃຈ ​ແລະ ​ເອີນ​ການ​ໂຈມ​ຕີ​ດັ່ງ​ກ່າວວ່າ “ປ່າ​ເຖື່ອນ.” ທ່ານ ກ່າວ​ໃນ​ວັນ​ສຸກ​ມື້​ນີ້ ວ່າ ການ​ສັງຫານ​ນັ້ນ ສະ​ແດງ​ໃຫ້ເຫັນເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະຕ້ອງໄດ້​ລົບ​ລ້າງ “​ໄພ​ຄຸກຄາມ” ຂອງ​ກຸ່ມ al-Shabab ໃຫ້ໝົດສິ້ນໄປຈາກ​ຂົງ​ເຂດ​ນີ້.

Kenya Attack
please wait
Embed

No media source currently available

0:00 0:01:24 0:00

XS
SM
MD
LG