ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຊູດານຢ້ຽມຢາມເຄັນຢາ


ປະທານາທິບໍດີຊູດານ ທ່ານ Omar Hassan al-Bashir ໂບກມື ຂະນະທີ່ທ່ານເດີນທາງ ໄປເຖິງສະຖານທີ່ຈັດພິທີປະກາດໃຊ້ລັດຖະ ທຳມະນູນ ສະບັບໃໝ່ຂອງເຄັນຢາ ທີ່ ນະຄອນຫຼວງ ໄນໂຣບີ (27 ສິງຫາ 2010)
ປະທານາທິບໍດີຊູດານ ທ່ານ Omar Hassan al-Bashir ໂບກມື ຂະນະທີ່ທ່ານເດີນທາງ ໄປເຖິງສະຖານທີ່ຈັດພິທີປະກາດໃຊ້ລັດຖະ ທຳມະນູນ ສະບັບໃໝ່ຂອງເຄັນຢາ ທີ່ ນະຄອນຫຼວງ ໄນໂຣບີ (27 ສິງຫາ 2010)

ປະທານາທິບໍດີຊູດານ ທ່ານ Omar al-Bashir ເດີນທາງໄປຮ່ວມ ພິທີປະກາດໃຊ້ກົດ ໝາຍລັດຖະທຳມະນູນສະບັບໃໝ່ຂອງເຄັນຢາ ທີ່ນະຄອນຫຼວງ ໄນໂຣບີ ໃນວັນສຸກມື້ນີ້ ທັງໆທີ່ສານອາຊະຍາກຳນາໆຊາດ ໄດ້ມີຄຳສັ່ງໃຫ້ຈັບທ່ານ ໃນຂໍ້ຫາຂ້າລ້າງເຊື້ອຊາດເຜົ່າ ພັນ ແລະອາຊະຍາກຳສົງຄາມ.

ເຄັນຢາ ເປັນສະມາຊິກປະເທດນຶ່ງ ຂອງສານອາຊະຍາກຳນາໆຊາດ. ດ້ວຍເຫດນີ້ ເຄັນຢາ ຈຶ່ງຈຳເປັນຕ້ອງ ໃຫ້ຄວາມຮ່ວມມື ແກ່ສານອາຊະຍາກຳ ນາໆຊາດ.

ໂຄສົກຄົນນຶ່ງ ຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສຳນັກງານ ຢູ່ສະຫະລັດ ກ່າວວ່າ ການໄປຮ່ວມພິທີ ຂອງທ່ານ Bashir ຈະທຳລາຍພາບພົດກ່ຽວກັບ ການສະເຫຼີມສະຫຼອງ ຄັ້ງປະວັດສາດ ໃນການປະກາດໃຊ້ ລັດຖະທຳມະນູນສະບັບໃໝ່ ຂອງເຄັນຢາ ຕະຫຼອດໄປ.

ສານອາຊະຍາກຳນາໆຊາດ ໄດ້ອອກໝາຍຈັບ ທ່ານ Bashir ໃນປີກາຍ ໃນຂໍ້ຫາ ອາຊະຍາກອນສົງຄາມ ແລະການກໍ່ໂທດກຳຕ້ານມະນຸດຊາດ ຢູ່ໃນເຂດດາຟົວຂອງ ຊູດານ. ໃນເດືອນແລ້ວນີ້ ສານດັ່ງກ່າວໄດ້ເພີ້ມຂໍ້ຫາຂ້າລ້າງເຜົ່າພັນ ຕໍ່ທ່ານ Bashir.

ຄະນະໄອຍະການຂອງສານອາຊະຍາກຳນາໆຊາດ ກ່າວວ່າ ປະທານາທິບໍດີ Bashir ເປັນຜູ້ບົງການຢູ່ເບື້ອງຫຼັງ ໃນການປຸກລະດົມໃຫ້ມີການສັງຫານ ຂົ່ມຂືນສຳເລົາ ແລະ ການກໍ່ໂທດກຳອື່ນໆ ຕໍ່ພົນລະເຮືອນ ຢູ່ໃນເຂດດາຟົວ ບ່ອນທີ່ລັດຖະບານໄດ້ສູ້ລົບ ກັບພວກກະບົດ ມາແຕ່ປີ 2003. ຊູດານໄດ້ປະຕິເສດ ຕໍ່ຂໍ້ຫາເຫຼົ່ານີ້ ແລະປະຕິເສດ ບໍ່ຍອມຮັບຮູ້ ສານອາຊະຍາກຳ ນາໆຊາດ.

XS
SM
MD
LG