ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄັນ​ຍາ​ລົງຄະແນນສຽງກ່ຽວກັບ ລັດຖະທໍາມະນຸນສະບັບໃໝ່


ຊາວ​ເຄັນ​ຍາ​ ​ໃນຈຳນວນ​ຫລວງຫລາຍ ພາກັນ​ໄປຢ່ອນ​ບັດລົງ​ຄະ​ແນນ​ສຽງ ໃນ​ວັນ​ພຸດ​ມື້​ນີ້ ​ໃນການ​ລົງ​ປະຊາ​ມະຕິ​ກ່ຽວ​ກັບລັດ​ຖະທຳ​ມະນູນສະບັບ​ໃໝ່​ ຊຶ່ງຈະຈຳກັດ​ອຳນາດ​ຂອງ​ປະທານາທິບໍດີ​ລົງ​ ໃນ​ຂະນະ​ທີ່​ໃຫ້ອຳນາດ​ຫລາຍ​ຂຶ້ນ​ແກ່ທາງການ​ປົກຄອງທ້ອງ​ຖິ່ນ. ຄາດ​ວ່າຜົນ​ການ​ລົງ​ປະຊາ​ມະຕິ​ຊຸດທຳ​ອິດ​ ຈະຮູ້​ໄດ້​ໃນ​ຄືນ​ວັນ​ພະ​ຫັດ​ຫາ​ວັນ​ສຸກ​ນີ້.

ການ​ຢັ່ງ​ຫາງ​ສຽງ​ປະຊາຊົນ​ສະ​ແດງ​ໃຫ້​ເຫັນ​ວ່າ ຊາວ​ເຄັນ​ຍາສ່ວນໃຫຍ່ຈະ​ລົງ​ຄະ​ແນນ​ສຽງ​ຮັບຮອງ​ເອົາ​ລັດ​ຖະທຳ​ມະນູນ​ສະບັບໃໝ່​ນີ້ ທີ່ກວມ​ເອົາ​ຫລາຍໆບັນຫາ ອັນ​ໂຮມ​ທັງ​ສິດທິ​ກ່ຽວ​ກັບ​ທີ່​ດີ​ນແລະ​ການ​ຮີດ​ລູກ.

ພວກ​ເຈົ້າໜ້​າທີ່​ເຄັນ​ຢາ ​ໄດ້​ໃຫ້​ຄໍາ​ໝັ້ນສັນຍາ​ວ່າ ການ​ລົງ​ປະຊາ​ມະຕິ​ຈະ​ເປັນ​ໄປ​ຢ່າງ​
ໂປ່​ງໃສ ​ແລະ​ເປັນ​ສັນຕິ ກ່ວາການ​ເລືອກ​ຕັ້ງປະທານາທິບໍດີ​ທີ່​ເປັນ​ບັນຫາ​ຖົກ​ຖຽງ​ກັນ
ໃນ​ປີ 2007 ນັ້ນ ຊຶ່ງ​ການ​ກ່າວ​ຫາ​ຕ່າງໆ​ກ່ຽວ​ກັບການ​ສໍ້​ໂກງການ​ເລືອກ​ຕັ້ງ​ ໄດ້​ພາ​
ໃຫ້​ມີ​ການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ລຸນ​ຫັລງການ​ເລືອກ​ຕັ້ງ ທີ່ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ເຖິງ
1,300 ຄົນ

ກົດໝາຍ​ລັດ​ຖະທຳ​ມະນູນ​ໃໝ່ນີ້ ຈະຈຳກັດຈໍານວນ​ສະມາຊິກ​ໃນ​ຄະນະ​ລັດຖະບານ​
ລົບ​ລ້າງ​ຕໍາ​ແໜ່​ງ​ນາຍົກລັດຖະມົນຕີ​ ​ແລະຈຳກັດການມີ​ກຳມະສິດ​ໃນທີ່​ດິນຂອງ​ຜູ້​ຄົນ
ທີ່​ບໍ່​ຖື​ສັນຊາດເຄັນ​ຍາ​.

XS
SM
MD
LG