ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ 10 ຄົນ ເສຍຊີວິດ ໃນເຫດລະເບີດ ໃນວັດ 2 ແຫ່ງຢູ່ເຄັນຢາ


ພວກເຈົ້າໜ້າທີ່ໃນພາກຕາເວັນອອກສຽງເໜືອຂອງເຄັນຢາເວົ້າວ່າ ຢ່າງໜ້ອຍມີ 10 ຄົນ
​ເສຍ​ຊີວິດ ​ເວລາພວກຄົນ​ຮ້າຍແກວ່ງລະເບີດມື ເຂົ້າໄປ ໃນວັດ 2 ແຫ່ງ.

ພວກເຈົ້າໜ້າທີ່ຍັງກ່າວອີກວ່າ 40 ຄົນໄດ້ຮັບບາດເຈັບ ໃນການໂຈມຕີ ພ້ອມໆກັນ ໃນ
ວັນອາທິດມື້ນີ້ ທີ່ວັດ​ແຫ່ງ​ນຶ່ງ​ຂອງ​ສາ​ສະນາຄາໂຕລິກໂຣມັນ ແລະວັດ​ແຫ່ງ​ນຶ່ງ​ຂອງ​ສາສະ
ໜາ African Inland ທີ່ເມືອງ Garissa ໃກ້ກັບຊາຍແດນໂຊມາເລຍ.

ໄດ້ມີການວາງລະເບີດ ແລະການລັກພາໂຕ ເກີດຂຶ້ນຢ່າງຫລວງຫລາຍ ຢູ່ໃນ ເຄັນຢາ ນັບຕັ້ງແຕ່ເດືອນຕຸລາປີກາຍນີ້ເປັນຕົ້ນມາ ຫລັງ​ຈາກກໍາລັງທະຫານຂອງເຄນຢາຂ້າມ
ຊາຍແດນເຂົ້າໄປໃນໂຊມາເລຍ ເພື່ອຊ່ວຍປະເທດນັ້ນ ຕໍ່ສູ້ກັບພວກຫົວຮຸນແຮງອິສລາມ
al-Shabab.

XS
SM
MD
LG