ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

82 ຄົນ​ເສຍຊີວິດ​​ ​ໃນ​ເຫດ​ທໍ່ນໍ້າມັນລະເບີດ ທີ່ເຄັນຢາ


ບັນດາ​ຜູ້​ເຄາະ​ຮ້າຍ​ໃນ ​ເຫດ​ໄຟ​ໄໝ້ທີ່ Nairobi, Kenya,
ບັນດາ​ຜູ້​ເຄາະ​ຮ້າຍ​ໃນ ​ເຫດ​ໄຟ​ໄໝ້ທີ່ Nairobi, Kenya,

ເຈົ້າ​ໜ້າ​ທີ່​ເຄັນ​ຢາ​ກ່າວ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ໃນເຫດ​ທໍ່​ນໍ້າມັນລະ​ເບີດຂະໜາດແຮງ ​ແລະ​ໄຟ​ໄໝ້​ທີ່​ຕິດຕາມ​ມາ ໃນ​ນະຄອນຫລວງ​ໄນ​ໂຣບີນັ້ນ​ ຍັງ​ສືບ​ຕໍ່ເພີ່ມ​ຂຶ້ນ​ ​ໂດຍໄດ້ມີຢ່າງ​ນ້ອຍ 82 ຄົນ​ແລ້ວທີ່​ຕາຍ​ໄປ​ໃນ​ໄຟ​ ແລະ​ບາດ​ເຈັບ​ຫລາຍ​ກວ່າ 100 ຄົນ. ບັນດາ​ຊາວ​ເມືອງ​ໄດ້​ສົມທົບ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ສືບ​ຕໍ່​ຊອກ​ຫາ​ພວກໄດ້​ຮັບ​ເຄາະຕື່ມ​ອີກ ​ໃນ​ວັນ​ອັງຄານ​ມື້​ນີ້.

ທາງ​ການ​ເຄັນ​ຢາ​ກ່າວ​ວ່າ ​ເຫດການ​ຮ້າຍ​ດັ່ງກ່າວ​ໄດ້​ເລີ້ມ​ຂຶ້ນ​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້ ຫຼັງ​ຈາກ​ເຄື່ອງ​ອັດ​ທໍ່​ນໍ້າມັນ​ລະ​ເບີດ​ຂຶ້ນ ​ເຮັດ​ໃຫ້​ນໍ້າມັນ​ຮົ່ວໄຫລ​ ອອກ​ມາ​ໃສ່​ທໍ່​ລະບາຍ​ນໍ້າ​ເສຍ​ໃນຄຸ້ມຄົນ​ທຸກ​ Sinai ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ​ນັ້ນ ຊຶ່ງພວກ​ປະຊາຊົນ​ພາກັນ​ຟ້າວ​ແລ່ນ​ໄປຕັກ​ເອົາ​ນໍ້າມັນ​ທີ່​ຮົ່ວ​ໄຫລ​ອອກ​ມາ.

ທ່ານ Kiraitu Murungi ລັດຖະມົນຕີ​ກະຊວງ​ພະລັງງານ​ເຄັນ​ຢາ​ ກ່າວ​ຕໍ່​ວີ​ໂອ​ເອວ່າ
ປະຊາຊົນ​ບາງ​ຄົນຢູ່​ໃນ​ເຂດ​ດັ່ງກ່າວກໍາລັງ​ຄົວກິນ​ຢູ່​ແລະ​ອີກ​ບາງ​ຄົນ​ກໍ​ກໍາລັງສູບຢາ ​ຊຶ່ງ
ເບິ່ງ​ຄື​ວ່າ ​ເປັນ​ຕົ້ນ​ເຫດ​ທີ່​ພາ​ໃຫ້ເກີດໄຟລຸກໄໝ້​ຂຶ້ນ​ ​ແລະລຸກລາມ​ໄປ​ສູ່​ບໍລິເວນ​ທີ່ກວ້າງ ​ໃຫຍ່​ນັ້ນ.

ໄຟ​ໄໝ້​ໄດ້​ເຜົາ​ຜູ້​ຄົນ​ເປັນ​ເຖົ່າ​ຖ່ານ​ໃນ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ ​ແລະ​ຢູ່​ໃນ​ຫ້ວຍນໍ້າ​ສາຍ​ນຶ່ງທີ່ຢູ່​ໃກ້ໆ ບ່ອນ​ທີ່​ຫລາຍໆ​ຄົນ​ພາກັນ​ໂຕນ​ລົງ​ນໍ້າ​ເພື່ອ​ພະຍາຍາມ​ມອດ​ໄຟ​ທີ່​ກໍາລັງ​ໄໝ້​ເຄື່ອງນຸ່ງ​ຫົ່ມ​ແລະ​ຜົມ​ຂອງ​ເຂົາ​ເຈົ້າ​ນັ້ນ. ແປວ​ໄຟ​ຈາກ​ແຮງ​ລະ​ເບີດ ຍັງ​ໄດ້​ໄໝ້​ພວກ​ຕຶກ​ອາຄານ​ແລະ​ຕູບຈໍານວນ​ນຶ່ງ ທີ່​ຕັ້ງ​ຢູ່​ໃກ້ໆ​ນັ້ນ​.

XS
SM
MD
LG