ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຄັນຢາ ຖອນໂຕ ອອກຈາກ ​​​ສານ​ອາຍາ ​ນາໆ​ຊາດ (ວີດີໂອ)


ສະພາ ​ເຄນ​ຢາ ​ໄດ້​ລົງ​ຄະ​ແນນ​ສຽງໃຫ້​ປະ​ເທດ​ຖອນ​ອອກ​ຈາກ
ສານ​ອາຍາ​ນາໆ​ຊາດ ບ່ອນ​ທີ່ ປະທານາທິບໍດີ Uhuru
Kenyatta ​ແລະ​ຜູ້​ຮອງ​ຂອງ​ທ່ານ ​ມີກໍານົດ​ຈະ​ຖືກສອບ​ສວນ​
ການ​ກະທໍາ​ຜິດ​ຕ້ານ​ມະນຸດສະ​ທໍາ.

ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະຫັດ​ວານ​ນີ້ ມີ​ຄວາ​ມ​ເຄັ່ງ​ຕືງ ​
ແລະບັນດາ​ຜູ້​ແທນ​ບາງ​ຄົນໄດ້ພາກັນຢ່າງ​ອອກ​. ເຖິງແມ່ນ​ວ່າ
​ເຄນ​ຢາ ມີ​ການ​ຖອນ​ໂຕ​ອອກ​ຈາກ​ສານ ​ຢ່າງ​ເປັນ​ທາງ​ການກໍ
​ດີ ບົດບາດ​ດັ່ງກ່າວ​ຈະ​ບໍ່​ເປັນ​ຜົນ​ສະທ້ອນ ຕໍ່​ການ​ການ​ສອບ​
ສວນດັ່ງກ່າວ

ຜູ້​ນໍາ​ສ່ວນ​ໃຫຍ່​ສະພາ ທ່ານ Aden Duale ກ່າວ​ວ່າ ການ​ອອກ​ຈາກ​ສານ​ອາຍາ​ນາໆ​ຊາດ (ICC) ອາດ​ຈະ​ເປັນ​ການ ກູ້ໜ້າ” ​ເຄນ​ຢາ​ເອົາ​ໄວ້ ​ທັງ​ຈະ​ປົກ​ປ້ອງ​ປະຊາຊົນ​ ​ແລະ​ອະທິປະ​ໄຕຂອງ​ປະ​ເທດນໍາ ​ປະທານາທິບໍດີ Kenyatta ​ແລະ​ຜູ້​ລອງ​ທ່ານ William Roto ທັງ​ສອງ​ໄດ້​ຖືກ​ກ່າວ​ຫາວ່າ​ເປັນ​ຜູ້​ຍຸຍົງ​ສ້າງຄວາມ​ຮຸນ​ແຮງ ຫລັງ​ຈາກ​ການ​ເລືອກ​ຕັ້ງ ​ເຄນ​ຢາ ​ໃນ​ປີ 2007 ອັນເປັນ​ລະຍະຂອງ​ຄວາມ​ບໍ່​ສະຫງົບ ທີ່ເຮັດ​ໃຫ້ປະມານ 1,200 ຄົນ​ໄດ້​ເສຍ​ຊີວິດ.

ທັງ​ສອງ​ທ່ານ​ກ່າວ​ວ່າ ​ເຂົາ​ເຈົ້າ ບໍ່​ມີ​ຄວາມ​ຜິດ​ຫຍັງ ​ແຕ່​ເຂົາ​ເຈົ້າ​ໄດ້ສາບານ​ວ່າ​ຈະ​ໃຫ້​ການ
ຮ່ວມ​ມື​ກັບ ສານອາຊາຍາກໍາສົງຄາມ ທີ່​ກຸງ Hague. ການ​ສອບ​ສວນ​ທ່ານ Ruto ມີ​ກໍາໜົດ​
ເລີ້ມ​ໃນ​ອາທິດ​ໜ້າ​ນີ້ ຕິດ ຕາມມາ​ດ້ວຍ​ການ​ຕ້ານ ທ່ານ Kenyatta ທີ່ມີກໍາໜົດ​ໃນ​ເດືອນ​
ພະ​ຈິກ.

ບັນດາ​ໄອ​ຍະ​ການ​ ສານ​ອາຊາ​ຍະ​ກໍາ​ສົງຄາມ ກ່າວ​ວ່່າ ຍາດຕິ​ພີ່ນ້ອງ​ຂອງ​ຜູ້​ເຄາະ​ຮ້າຍ ​ໄດ້​ຮັບ​ການ​ຂູ່​ຂວັນ ​ແລະ​ສະ​ເໜີ​ຄາຈ້າງ​ ສິນ​ບົນ ​ເພື່ອ​ໃຫ້ດັດ​ແປງ​ຄໍາ​ໃຫ້ການ​ຂອງ​ເຂົາ​ເຈົ້າ.
XS
SM
MD
LG