ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ຜູ້ປົກຄອງລັດ ເຄັນທັກກີ ກ່າວວ່າ ຈຳນວນຜູ້ເສຍຊີວິດ ຍ້ອນພາຍຸທໍເນໂດ ຍັງຄົງແມ່ນ 64 ຄົນ ແຕ່ມີຄວາມເປັນໄປໄດ້ວ່າຈະເພີ້ມຂຶ້ນຕື່ມ


ແມ່ຍິງຄົນນຶ່ງກຳລັງຄົ້ນຫາສິ່ງຂອງ ຢູູ່ເມືອງ ດໍສັນສະປຣິງສ໌, ລັດເຄັນທັກກີ ບ່ອນທີ່ແມ່ ແລະ ປ້າຂອງລາວເສຍຊີວິດຈາກພາຍຸທໍເນໂດ ໃນວັນທີ 13 ທັນວ່າ 2021.
ແມ່ຍິງຄົນນຶ່ງກຳລັງຄົ້ນຫາສິ່ງຂອງ ຢູູ່ເມືອງ ດໍສັນສະປຣິງສ໌, ລັດເຄັນທັກກີ ບ່ອນທີ່ແມ່ ແລະ ປ້າຂອງລາວເສຍຊີວິດຈາກພາຍຸທໍເນໂດ ໃນວັນທີ 13 ທັນວ່າ 2021.

ຜູ້ປົກຄອງລັດເຄັນທັກກີ ກ່າວວ່າ ຈຳນວນຜູ້ເສຍຊີວິດຍັງຄົງເປັນ 64 ຄົນ ຍ້ອນພາຍຸລົມໝຸນ ຫຼື ທໍເນໂດຫຼາຍຫົວທີ່ຮ້າຍແຮງ ພັດຖະລົ່ມລັດທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງແຫ່ງນີ້ຂອງສະຫະລັດ ໃນຕອນແລງວັນສຸກ ແລະຕອນເຊົ້າຂອງວັນເສົາທີ່ຜ່ານມາ, ແຕ່ທ່ານໄດ້ກ່າວວ່າໂຕເລກດັ່ງກ່າວແມ່ນເປັນໄປໄດ້ສູງວ່າຈະເພີ້ມຂຶ້ນ ໂດຍຈຳນວນທັງໝົດອາດບໍ່ຮູ້ໄດ້ເທື່ອເປັນເວລາຫຼາຍອາທິດ.

ໃນການກ່າວຖະແຫລງຕໍ່ບັນດານັກຂ່າວຈາກ ແຟຣັງຟອດ (Frankfort) ເມືອງເອກຂອງລັດນັ້ນ ທ່ານ ແອນດີ ເບເຊຍ (Andy Beshear) ໄດ້ເລີ້ມແຈ້ງສະພາບການໃນວັນຈັນວານນີ້ ໂດຍເວົ້າວ່າ “ຂ້າພະເຈົ້າຮູ້ຄືກັນກັບພວກຄົນທີ່ອາໄສຢູ່ໃນເຂດພາກຕາເວັນຕົກຂອງເຄັນທັກກີນີ້, ຂ້າພະເຈົ້າຮູ້ສຶກ ກໍບໍ່ສະບາຍຫຼາຍໃນມື້ນີ້.”

ທ່ານ ເບເຊຍ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ກຳລັງຮັບມືກັບເຫດການພາຍຸທໍເນໂດທີ່ຮ້າຍແຮງສຸດໃນປະຫວັດສາດຂອງລັດ ຊຶ່ງໄດ້ຖືກກະທົບໂດຍພາຍຸຢ່າງໜ້ອຍສີ່ຫົວ, ນຶ່ງໃນນັ້ນໄດ້ພັດຖະລົ່ມຢູ່ເທິງໜ້າດິນດ້ວຍລົມແຮງຢ່າງໜ້ອຍເຖິງ 321 ກິໂລແມັດຕໍ່ຊົ່ວໂມງ ໃນເຂດພາກຕາເວັນຕົກຂອງລັດເຄັນທັກກີ ແລະທຳລາຍທຸກສິງທຸກຢ່າງທີ່ຢູ່ໃນເສັ້ນທາງຂອງມັນ. ທ່ານໄດ້ກ່າວອີກວ່າ ເຮືອນຊານຫຼາຍພັນຫລັງໄດ້ຮັບຄວາມເສຍຫາຍ ຖ້າວ່າບໍ່ໄດ້ຖືກທຳລາຍ.

ຜູ້ປົກຄອງລັດເຄັນທັກກີ ໄດ້ກ່າວວ່າ 64 ຄົນທີ່ໄດ້ເສຍຊີວິດ ເປັນຈຳນວນທີ່ຖືກຕ້ອງທີ່ສຸດທີ່ພວກເຂົາເຈົ້າມີໃນວັນຈັນວານນີ້ ໂດຍມີຜູ້ເຄາະຮ້າຍອີກ 18 ຄົນ ຍັງບໍ່ທັນໄດ້ຖືກລະບຸໂຕເທື່ອ. ຢ່າງໜ້ອຍ 105 ຄົນ ແມ່ນຍັງຫາຍສາບສູນຢູ່. ພາຍໃນຈຳນວນຄົນທີ່ໄດ້ເສຍຊີວິດ ແມ່ນພວກພະນັກ ງານຂອງໂຮງງານຜະລິດທຽນໃນເມືອງເມຟີລ (Mayfield).

ຜູ້ປົກຄອງລັດ ໄດ້ກ່າວວ່າ ທ່ານບໍ່ມີການກະປະມານທີ່ແນ່ນອນກວ່ານີ້ ກ່ຽວກັບຈຳນວນຄວາມເສຍຫາຍທີ່ລັດໄດ້ຮັບຍ້ອນພາຍຸ, ແຕ່ທ່ານໄດ້ເດົາວ່າ ມັນອາດເປັນຈຳນວນຫຼາຍຮ້ອຍລ້ານໂດລາ. ທ່ານກ່າວອີກວ່າ ລັດຈະທຸ້ມເທເງິນເພື່ອສ້າງສາຟື້ນຟູຄືນໃໝ່ພື້ນທີ່ທັງຫຼາຍທີ່ໄດ້ຮັບຜົນກະທົບ ແລະ ວ່າທ່ານກຳລັງເຮັດວຽກກັບລັດຖະບານກາງເຊັ່ນກັນ.

ຈາກບັນຊີທະວີດເຕີຂອງທ່ານໃນວັນຈັນວານນີ້ ສະມາຊິກສະພາສູງຈາກລັດເຄັນທັກກີ ແລະເປັນຜູ້ນຳສຽງສ່ວນນ້ອຍ ສັງກັດພັກຣີພັບບລີກັນ ທ່ານ ມິຕຈ໌ ເມັກຄອນແນລ ໂດຍຕາງໜ້າໃຫ້ແກ່ບັນດາຄະນະຜູ້ແທນສະພາຂອງລັດເຄັນທັກກີ ຂໍສະແດງຄວາມຂອບໃຈເຖິງທ່ານປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ສຳລັບການປະກາດອະນຸມັດການຊ່ອຍເຫຼືອຈາກລັດຖະບານກາງຢ່າງວ່ອງໄວຂອງທ່ານ ຊຶ່ງຈະປ່ອຍເງິນແລະຊັບພະຍາກອນຕ່າງໆເພື່ອແກ້ໄຂໄພພິບັດຢູ່ໃນລັດດັ່ງກ່າວນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG