ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ລະນຶກເຖິງ ວັນຄົບຮອບ 50 ປີ ໃນການ ລອບສັງຫານ ມື້ລາງ ປ.Kennedy (ວີດີໂອ)


Obama Proclaims Day of Remembrance for JFK
please wait

No media source currently available

0:00 0:01:28 0:00
ລິງໂດຍກົງ
ສະຫະລັດລະນຶກເຖິງຂີດໝາຍວັນຄົບຮອບ 50 ປີ ໃນການລອບ
ສັງຫານມື້ລາງ ປະທານາທິບໍດີ John F. Kennedy ໃນວັນສຸກ
ມື້ນີ້ ດ້ວຍພິທີໄວ້ອາໄລ ແລະການຢືນສະຫງົບສະຕິອາລົມ.

ປະທານາທິບໍດີບາຣັກ ໂອບາມາ ໄດ້ສັ່ງໃຫ້ຊັກທຸງຊາດ ຂຶ້ນເຄິ່ງ
ເສົາຢູ່ທົ່ວສະຫະລັດເພື່ອເປັນກຽດໃຫ້ແກ່ມື້ລາງປະທານາທິບໍດີ
ທີ່ໄດ້ຖືກຍິງຕາຍ ໃນທ້າຍປີທີ 3 ຂອງການເຂົ້າຮັບຕຳແໜ່ງສະ
ໄໝທຳອິດຂອງທ່ານ.

ຈະມີການຕີລະຄັງ ທີ່ນະຄອນ Dallas ໃນລັດ Texas ຊຶ່ງເປັນ
ຫົວເມືອງໃນພາກຕາເວັນຕົກສຽງໃຕ້ຂອງສະຫະລັດບ່ອນທີ່ປະ
ທານາທິບໍດີ Kennedy ໄດ້ ຖືກລອບສັງຫານນັ້ນ. ພ້ອມດຽວກັນນີ້ ກໍຍັງຈະມີການຢືນສະ
ຫງົບສະຕິອາລົມ ຢູ່ຕາມສະຖານທີ່ສຳຄັນຕ່າງໆ ໃນຊີວິດຂອງມື້ລາງ ປະທານາທິບໍດີ.
ທ່ານ David McCullough ນັກປະຫວັດສາດ ທີ່ໄດ້ຮັບລາງວັນ Pulitzer ຈະເປັນຜູ້ອ່ານ
ຄຳປາໄສຈຳນວນນຶ່ງຂອງມື້ລາງປະທານທິບໍດີ Kennedy.

ຕາໜ່າງໂທລະພາບ CBS ຈະອອກຂ່າວແບບ live-stream ໃນການປະກາດຂ່າວດັ້ງ ເດີມຂອງຕົນ ກ່ຽວກັບເຫດການທີ່ວ່ານີ້.

ທ່ານໂອບາມາເອີ້ນມື້ລາງປະທານາທິບໍດີ Kennedy ວ່າ ເປັນ “ລັດຖະກອນພິເສດ” ທີ່ມີ ວິໄສທັດອັນກວ້າງໄກແລະຍຶດໝັ້ນໃນຫຼັກອຸດົມການຢ່າງຈິງຈັງ. ທ່ານໂອບມາໄດ້ໄປວາງ ພວງມາລາ ທີ່ຂຸມຝັງສົບຂອງປະທານາທິບໍດີ Kennedy ຢູ່ທີ່ສຸສານແຫ່ງຊາດອາຣ໌ລິງຕັນ ໃນມື້ວັນພຸດຜ່ານມານີ້.

XS
SM
MD
LG