ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສິນລະປິນ ຊັ້ນຍອດ ໄດ້ຮັບກຽດຕິຍົດ ທີ່ ໂຮງມະຫໍລະສົບ Kennedy (ສະໄລດ໌)


ປະທານາທິບໍດີ Barack Obama ແລະ ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ເຂົ້າຮ່ວມໃຫ້ກຽດ ບັນດານັກສິນລະປິນ ຊັ້ນຍອດ.
ປະທານາທິບໍດີ Barack Obama ແລະ ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ເຂົ້າຮ່ວມໃຫ້ກຽດ ບັນດານັກສິນລະປິນ ຊັ້ນຍອດ.
ນັກສິນລະປິນຊັ້ນຍອດ ລວມທັງພວກນັກເຕັ້ນບາເລ ແລະນັກ
ດົນຕີ ນັກຮ້ອງບລູ ພາກັນໄດ້ຮັບກຽດຖືກເຊີນປະຈໍາປີ ໃນວັນ
ອາທິດວານນີ້ ທີ່ໂຮງມະຫໍລະສົບແຫ່ງຊາດ John F. Kennedy
Center for Performing Arts ໃນນະຄອນວໍຊິງຕັນ ທີ່ໄດ້ປະ
ກອບສ່ວນເຂົ້າໃນການເຜີຍແຜ່ວັດທະນາທໍາອາເມຣິກັນໃນຕະ
ຫລອດຊີວິດຂອງພວກເຂົາເຈົ້າມາ.

ສໍາລັບປີນີ້ ບັນດາຜູ້ໄດ້ຮັບກຽດ ກໍແມ່ນນັກສິນລະປິນ Buddy
Guy ນັກຫລີ້ນກິຕາ ສັນຍາລັກທີ່ມີຊຶ່ສຽງ ນັກສະແດງ Dustin
Hoffman ຜູ້ໄດ້ຮັບ ລາງວັນ Academy Award ນັກເວົ້າຕະ
ຫລົກໃນຕອນເດິກ David Letterman ນັກເຕັ້ນບາເລ
Natalia Makarova ແລະຂະນະດົນຕີ Rock Band Zeppelin.

ປະທານາທິບໍດີ ສະຫະລັດ ທ່ານ Barack Obma ແລະສະຕີ
ໝາຍເລກນຶ່ງ ທ່ານນາງ Michelle Obama ໄດ້ເຂົ້າຮ່ວມຢູ່ໃນພິທີທີ່ Kennedy Center.

ໃນຕອນເຊົ້າຂອງວັນອາທິດວານນີ້ ປະທານາທິບໍດີ ແລະສະຕີໝາຍເລກນຶ່ງ ໄດ້ຕ້ອນຮັບ ບັນດາຜູ້ໄດ້ຮັບກຽດຕິຍົດທີ່ ທໍານຽບຂາວ ບ່ອນທີ່ທ່ານ Obama ກ່າວວ່າ ບັນດາຜູ້ໄດ້ ຮັບກຽດຕິຍົດ “ດົນໃຈໃຫ້ພວກເຮົາເຫັນສິ່ງຕ່າງໆ ໃນທາງໃໝ່” ແລະ “ໃຫ້ເພີ່ງພໍໃຈກັບ ຄວາມງາມຢູ່ໃນໂລກນີ້ວ່າ ມີຫລາຍຊໍ່າໃດ.”

ຢູ່ທີ່ ໂຮງລະຄອນແຫ່ງຊາດ Kennedy Center ປະທານາທິບໍດີ ໄດ້ຂອບໃຈເປັນເຊີງ ຕະຫລົກຕໍ່ວົງດົນຕີ Led Zeppelin ທີ່ພາກັນປະພຶດໂຕເຂົາເຈົ້າດີ ຢູ່ທີ່ທໍານຽບຂາວ ດັ່ງ ທີ່ທ່ານກ່າວວ່າ ວົງດົນຕີທີ່ມີຊື່ສຽງດັ່ງກ່າວນີ້ ມີປະຫວັດສາດວ່າ “ທໍາຄວາມເປື້ອນເປີ້ ແລະຊະຊາຍຢູ່ໃນໂຮງແຮມ”.

ສະໄລດ໌ພາບພວກນັກສະແດງທີ່ໄດ້ຮັບກຽດຕິຍົດຂອງ Kennedy Center 2012:
XS
SM
MD
LG