ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກເທັນນິສ ນາງ Kerber ຍາດໄດ້ໄຊຊະນະຈາກ ມືເທັນນິສເບີນຶ່ງ ຂອງໂລກ ນາງ Williams ທີ່ອອສເຕຣເລຍ


ນັກເທັນນິສຂອງເຢຍຣະມັນ ນາງ Angelique Kerber ຈູບຂັນແຊ້ມປ້ຽນ ໃນຂະນະທີ່ ນາງ Serena Williams ຂອງສະຫະລັດ ຕົບມືຊົມເຊີຍ ຫຼັງຈາກ ນາງ Kerber ຍາດໄດ້ໄຊຊະນະ ການແຂ່ງຂັນຮອບຄູ່ສຸດທ້າຍ ໃນ Australian Open ຢູ່ທີ່ Melbourne Park, ປະເທດອອສເຕຣເລຍ, ວັນທີ 30 ມັງກອນ 2016.
ນັກເທັນນິສຂອງເຢຍຣະມັນ ນາງ Angelique Kerber ຈູບຂັນແຊ້ມປ້ຽນ ໃນຂະນະທີ່ ນາງ Serena Williams ຂອງສະຫະລັດ ຕົບມືຊົມເຊີຍ ຫຼັງຈາກ ນາງ Kerber ຍາດໄດ້ໄຊຊະນະ ການແຂ່ງຂັນຮອບຄູ່ສຸດທ້າຍ ໃນ Australian Open ຢູ່ທີ່ Melbourne Park, ປະເທດອອສເຕຣເລຍ, ວັນທີ 30 ມັງກອນ 2016.

ດາລານັກເທັນນິສ ອາເມຣິກັນ ນາງ Serena Williams ໄດ້
ຜ່າຍແຜ້ ຢ່າງບໍ່ໜ້າເຊື່ອ ໃນການແຂ່ງຂັນຮອບສຸດທ້າຍ ຂອງ
Australian Open ໂດຍເສຍໄຊໃຫ້ແກ່ ນາງ Angelique
Kerber ຂອງເຢຍຣະມັນ ຜູ້ທີ່ເປັນອັນດັບທີ 7 ຂອງໂລກ.

ນາງ Kerber ໄດ້ຄອງຕຳແໜ່ງແຊ້ມ Grand Slam ເປັນຄັ້ງ
ທຳອິດ ຂອງປີ ໃນວັນເສົາວານນີ້ ໂດຍໂຄ່ນລົ້ມ ນັກເທັນນິສ
ມືນຶ່ງຂອງໂລກ ໃນສາມເຊັດ (6-4, 3-6, 6-4).

ນາງ Kerber ນັກເທັນນິສມືຊ້າຍ ອາຍຸ 28 ປີ ໄດ້ເຂົ້າຮອບ
ສຸດທ້າຍເປັນຄັ້ງທຳອິດ ຂອງງານແຂ່ງຂັນໃຫຍ່ ໃນຂະນະທີ່
ນາງ Williams ຜູ້ທີ່ໄດ້ລິ້ນຜິດພາດໂດຍບໍ່ມີຄວາມກົດດັນຫຍັງເລີຍ 23 ເທື່ອ ໃນເຊັດ
ທຳອິດເທົ່ານັ້ນ ຜູ້ທີ່ຄົ້ວຫາ ຕຳແໜ່ງແຊ້ມ ຄັ້ງທີ 7 ຂອງນາງ ຢູ່ເດີ່ນແຂ່ງຂັນ ໃນນະຄອນ
Melbourne ແລະ ໄດ້ຕຳແໜ່ງແຊ້ມ ຂອງ Grand Slam ລວມທັງໝົດ 22 ຄັ້ງມາແລ້ວ.
ຊຶ່ງອັນນັ້ນ ຈະເທົ່າທຽມກັບສະຖິຕິ ທີ່ໄດ້ຄອງໂດຍ ນັກເທັນນິສເຢຍຣະມັນ ນາງ Steffi
Graf ຜູ້ທີ່ເປັນ ນັກເທັນນິສ ຂວັນໃຈ ຂອງນາງ Kerber ຢາມເຍົາໄວ.

ໄຊຂຊະນະໃນຄັ້ງນີ້ ໄດ້ສົ່ງເສີິມໃຫ້ນາງ Kerber ກາຍມາເປັນ ມີເທັນນິສ ເບີສອງຂອງ
ໂລກ ແລະ ເກີດຂຶ້ນພຽງປີດຽວ ຫຼັງຈາກນາງ ໄດ້ຜ່າຍແພ້ ຮອບທຳອິດ ໃນນະຄອນ
Melbourne.

ສ່ວນການແຂ່ງຂັນ ຮອບສຸດທ້າຍ ຂອງຊາຍດ່ຽວ ໃນວັນອາທິດມື້ນີ້ ຈະມີນັກເທັນນິສ ອັນ
ດັບສູງສຸດ ທ້າວ Novak Djokovic ຂອງເຊີເບຍ ສູ້ກັບ ເບີສອງ ທ້າວ Andy Murray ຂອງອັງກິດ.

XS
SM
MD
LG