ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເລືອກຕັ້ງປະທານາທິບໍດີ ໃນກາຊັກສະຖານ


ແມ່ຍິງຊາວກາຊັກສະຖານ ຖືປ້າຍທີ່ຮຽກຮ້ອງລວມຕົວຄັດຄ້ານການເລືອກ
ແມ່ຍິງຊາວກາຊັກສະຖານ ຖືປ້າຍທີ່ຮຽກຮ້ອງລວມຕົວຄັດຄ້ານການເລືອກ

ພວກປະຊາຊົນຊາວກາຊັກສະຖານ ພາກັນອອກໄປ ປ່ອນບັດເລືອກຕັ້ງ ໃນວັນອາທິດມື້ນີ້ ຊຶ່ງຄາດຫວັງວ່າ ຈະເປັນການເລືອກຕັ້ງດ້ວຍສຽງຖ້ວມທົ້ນໃນການຕໍ່ການ ກໍາອໍານາດຕໍ່ໄປຂອງປະທານາທິບໍດີ Nursaltan Nazarbayev ທີ່ປົກຄອງປະເທດມາເປັນເວລາດົນ ນານແລ້ວນັ້ນ.

ການດໍາລົງຕໍາແໜ່ງຂອງປະທານາທິບໍດີຂອງຜູ້ນໍາ
Nazarbayev ຜູ້ມີອາຍຸໄດ້ 70 ປີນັ້ນ ຈະສິ້ນສຸດລົງ
ໃນທ້າຍປີ 2012 ຕໍ່ໜ້ານີ້ ແຕ່ທ່ານ ໄດ້ຮຽກຮ້ອງໃຫ້
ມີການເລືອກຕັ້ງຢ່າງກະທັນຫັນຫລັງຈາກປະຕິເສດບໍ່
ຍອມຮັບເອົາສະເໜີລົງປະຊາມະຕິສະບັບນຶ່ງທີ່ຈະຕໍ່
ອາຍຸວາລະການປົກຄອງຂອງທ່ານ ຂອງປະເທດທີ່
ອຸດົມຮັ່ງມີທີ່ສຸດປະເທດນຶ່ງໃນຂົງເຂດເອເຊຍກາງ ໄປຈົນ
ເຖິງປີ 2020. ທ່ານ Nazarbayev ຄາດຫວັງວ່າທ່ານ
ຈະສະມັກຮັບເລືອກຕັ້ງອີກນຶ່ງສະໄໝໃນປີ 2016.

ທ່ານ Nazarbeyev ອະດີດຄົນງານຜະລິດເຫລັກກ້າ ທີ່ໄດ້ປົກຄອງປະເທດ Kazakhstan ມາຕັ້ງແຕ່ສະໄໝອະດີດສະຫະພາບໂຊຫວຽດນັ້ນ ປະເຊີນກັບຜູ້ທ້າຊິງຕໍາແໜ່ງພຽງສາມຄົນ
ເທົ່ານັ້ນ ຄື ທ່ານ Gani Kasymov ພັກຮັກຊາດ ທ່ານ Zhambyl Akhametbekov
ຜູ້ນໍາພັກຄອມມີວນີສ ແລະທ່ານ Mels Yeleusizov ນັກເຄຶ່ອນໄຫວປົກປ້ອງສະພາບ
ແວດລ້ອມ.

ພວກຜູ້ນໍາພັກຝ່າຍຄ້ານພັກໃຫຍ່ຂອງປະເທດກາຊັກສະຖານ ໄດ້ຮຽກຮ້ອງໃຫ້ພວກປ່ອນບັດ
ລວມຕົວຄັດຄ້ານການເລືອກຕັ້ງ ໂດຍກ່າວວ່າ ພວກເຂົາເຈົ້າຍັງບໍ່ມີເວລາພຽງພໍທີ່ຈະທໍາການ
ໂຄສະນາຫາສຽງຢ່າງ ມີຄວາມໝາຍແລະ ແຈ້ງຂາວຂອງພວກຕົນໃຫ້ທັນເວລາການເລືອກ
ຕັ້ງຂອງວັນທີ່ 3 ເດືອນເມສານີ້.

ປາກົດວ່າປະເທດກາຊັກສະຖານຍັງບໍ່ເຄີຍມີການເລືອກຕັ້ງທີ່ເສລີແລະຍຸຕິທໍາເລີຍ ຕາມທີ່ໄດ້
ຮັບການສັງເກດການ ຂອງພວກນັກສັງເກດການ ຈາກນານາຊາດນັ້ນ.

XS
SM
MD
LG