ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ປ. Nazarbayev ແຫ່ງກາຊັກສະຖານ ຖືກເລືອກຕັ້ງຄືນອີກ ໂດຍບໍ່ມີ ຜູ້ສະໝັກຝ່າຍຄ້ານແທ້ໆ ເຂົ້າແຂ່ງຂັນ


ປ. Nursultan Nazarbayev ແຫ່ງກາຊັກສະຖານ ຍ່າງເຂົ້າໜ່ວຍປ່ອນບັດ ທີ່ນະຄອນຫຼວງ Astana ວັນທີ 26 ເມສາ 2015.

ປະທານາທິບໍດີ Nursultan Nazarbayev ​ແຫ່ງ​ກາຊັກ​ສະ
ຖານ ​ໄດ້​ຖືກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ ຄືນ​ອີກ​ສະໄໝ​ໜຶ່ງ
ກຳນົດ​ຫ້າ​ປີ ​ໃນ​ວັນ​ອາທິດ​ວານ​ນີ້ ໃນ​ການ​ປ່ອນ​ບັດທີ່​ບໍ່​ມີ​ຜູ້
​ຄັດຄ້ານ​ຢ່າງ​ແທ້​ຈິງ​ເລີຍນັ້ນ.

ທ່ານ Nazarbayev ​ໄດ້​ຮັບ​ 97.7 ​ເປີ​ເຊັນ​ຂອງ​ບັດຄະ​ແນນ
​ສຽງ​ທັງ​ໝົດ. ພວກ​ຜູ້​ສະໝັກ​ເລືອກ​ຕັ້ງ​ອີກ​ສອງ​ທ່ານ ຊຶ່ງ​ຜູ້​ໜຶ່ງ​ເປັນ​ເຈົ້າ​ໜ້າ​ທີ່​ພັກ​ຄອມ​ມີ​ວ
ນິດ​ທີ່​ບໍ່​ມີ​ໃຜ​ຮູ້ຈັກ ​ແລະ​ອີກ​ຄົນ​ໜຶ່ງ​ເປັນ​ສະມາຊິກ​ສະຫະພັນກຳມະບານ​ທີ່​ຜູ້​ຄົນ​ບໍ່​ຮູ້ຈັກ​ຫຼາຍໄດ້​ຮັບ​ສຽງ​ສະໜັບສະໜຸນ 1 ​ເປີ​ເຊັນ ຫຼື​ໜ້ອຍ​ກວ່າ​ນັ້ນ.

ຄະນະ​ກຳມະການ​ກຳກັບການ​ເລືອກ​ຕັ້ງກ່າວ​ວ່າ ​ໄດ້​ມີ​ຄົນ​ໄປ​ປ່ອນ​ບັດ​ຫຼາຍ​ເປັນ​ປະຫວັດ​ການ ຄື​ຫຼາຍ​ກວ່າ 95 ​ເປີ​ເຊັນ​ຂອງ​ຈຳນວນ​ຜູ້​ມີ​ສິດ​ປ່ອນ​ບັດ.

ກາ​ຊັກ​ສະຖານ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ບໍ່​ນ້ຳມັນ ​ໄດ້​ຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນ ນັບ​ແຕ່​ໄດ້​ຮັບ
​ເອ​ກະລາດ​ຈາກ​ອະດີດ​ສະຫະພາບ​ໂຊ​ຫວຽດ​ໃນ​ປີ 1991 ​ເປັນ​ຕົ້ນ​ມາ.

ປະ​ເທດ​ດັ່ງກ່າວໄດ້​ຫຼີກ​ລ້ຽງ​ຈາກສົງຄາມ​ ພ້ອມ​ທັງ​ຄວາມ​ຮຸນ​ແຮງ​ແລະ​ການ​ລຸກ​ຮື​ຂຶ້ນ​ທາງ​ດ້ານ​ການ​ເມືອງ ທີ່​ໄດ້​ທຳລາຍ​ຫຼາຍໆປະ​ເທດ​ໃນ​ອະດີດ​ສະຫະພາບ​ໂຊ​ຫວຽດ​. ກາ​ຊັກ​ສະ
ຖານ​ເປັນ​ພັນທະ​ມິດ​ທີ່​ໃກ້ຊິດ ​ກັບທັງຣັດ​ເຊຍ​ແລະ​ສະຫະລັດ ອາ​ເມ​ລິ​ກາ.

​ແຕ່​ທ່ານ Nazarbayev ​ໄດ້​ເປັນ​ຜູ້ນຳຄົນ​ດຽວ ຂອງ​ກາ​ຊັກ​ສະຖານ​ ມາຕັ້ງ​ແຕ່​ປີ 1989. ບັນດາ​ກຸ່ມ​ປົກ​ປ້ອງ​ສິດ​ທະ​ມະນຸດ ພາກັນ​ກ່າວ​ຫາ​ທ່ານ​ວ່າ ປາບ​ປາມ​ການ​ປາກ​ເວົ້າ​ຢ່າງ​ເສລີ ​ແລະພວກ​ຄັດຄ້ານ. ການ​ເລືອກ​ຕັ້ງ​ໃນ​ກາ​ຊັກ​ສະຖານ​ບໍ່​ເຄີຍ​ຖືກ​ປະກາດວ່າ ດຳ​ເນີນ​ໄປ​ຢ່າງ​ເສລີ​ແລະ​ຍຸຕິ​ທຳ ​ໂດ​ຍພວກ​ຕິດຕາມ​ສິ້ງ​ຊອມ​ເບິ່ງ​ການ​ເລືອກ​ຕັ້ງ​ນາໆ​ຊາດ ຈັກ​ເທື່ອ.

ລາຄາ​ນ້ຳມັນ​ຕົກ​ໃນ​ໄລຍະ​ຫຼັງໆ​ນີ້ ​ໄດ້​ພາ​ໃຫ້​ເສດຖະກິດ​ຂອງ​ກາ​ຊັກ​ສະຖານ​ຕົກ​ຕໍ່າ ລົງ​.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG