ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ກ່າວ​ວ່າ ກົດ​ໝາຍ​ຕາມ​ລັດ​ຖະ​ທຳ​ມະ​ນູນ ໄດ້​ມີ​ການ​ຟື້ນ​ຟູ​ຄືນ​ແລ້ວ


ຜູ້​ຊາຍ​ຄົນ​ນຶ່ງ​ ຖ່າຍ​ຮູບປະ​ຕູ​​ປ່ອງ​ຢ້ຽມ​​ທີ່​ແຕກ​ຂອງຫ້ອງ​ການ​ຕຳ​ຫຼວດ ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ທີ່​ນະ​ຄອນ​ອາ​ລ​ມາ​ຕີ ປະ​ເທດ​ກາ​ຊ​ັກ​ສະ​ຖານ ເມື່ອ​ວັນ​ທີ 5 ມັງ​ກອນ 2022.
ຜູ້​ຊາຍ​ຄົນ​ນຶ່ງ​ ຖ່າຍ​ຮູບປະ​ຕູ​​ປ່ອງ​ຢ້ຽມ​​ທີ່​ແຕກ​ຂອງຫ້ອງ​ການ​ຕຳ​ຫຼວດ ຊຶ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ທີ່​ນະ​ຄອນ​ອາ​ລ​ມາ​ຕີ ປະ​ເທດ​ກາ​ຊ​ັກ​ສະ​ຖານ ເມື່ອ​ວັນ​ທີ 5 ມັງ​ກອນ 2022.

ກົດ​ໝາຍ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ສ່ວນ​ໃຫຍ່​ແມ່ນໄດ້​ມີ​ການ​ຟື້ນ​ຟູ​ແລ້ວ ນັ້​ນ​ຄື​ຄຳ​ເວົ້າ​ຂອງປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ທ່ານ​ກັ​ສ​ຊິ​ມ-ໂຈ​ມາ​ດ ຕໍ​ກາ​ເຢັບ ທີ່​ໄດ້ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ ໃນ​ວັນ​ສຸກມື້ນີ້ ຫຼັງ​ຈາກ​ໄດ້​ເກີດ​ຄວາມ​ວຸ້ນ​ວາຍ ​ເປັນ​ເວ ລາ​ນຶ່ງ​ອາ​ທິດ ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ກາງ​ແຫ່ງນັ້ນ.

ຖະ​ແຫຼງ​ການຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເວົ້າ​ວ່າ “ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​ເຂົ້າ​ຄວບ​ຄຸມ​ສະຖາ​ນະ​ການ​ໄດ້​ແລ້ວ. ແຕ່​ພວກ​ກໍ່​ການ​ຮ້າຍ​ຍັງ​ສືບ​ຕໍ່​ໃຊ້​ອາ​ວຸດ​ ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊັບ​ສິນ​ຂອງ​ປະ​ຊາ​ຊົນ ດັ່ງ​ນັ້ນ ການ​ປະ​ຕິ​ບັດ​ງານ​ຕໍ່​ຕ້ານ​ການ​ກໍ່ການ​ຮ້າຍ​ຄວນ​ຈະ​ດຳ​ເນີນ​ຕໍ່​ໄປ ຈົນ​ກວ່າ​ພວກ​ຫົວ​ຮຸນ​ແຮງ ໄດ້​ຖືກ​ກຳ​ຈັດ​ໃຫ້​ໝົດ​ໄປ​ຢ່າງ​ສິ້ນ​ຊາກ.”

ອົງ​ການ​ຂ່າວ​ຣອຍ​ເຕີ້ ​ລາຍ​ງານ​ວ່າ ຜູ້​ຄົນ​ຍັງ​ໄດ້​ຍິນສຽງ​ປືນ​ດັງ​ຂຶ້ນໃນ​ຕອນ​ເຊົ້າວັນ​ສຸກມື້ນີ້ ​ທີ່​ນະ​ຄອນ​ອາ​ລ​ມາ​ຕີ ຊຶ່ງ​ເປັນ​ຫົວ​ເມືອງ​ໃຫຍ່​ສຸດ​ຂອງ​ປະ​ເທດ.

ກະ​ຊວງ​ພາຍ​ໃນ​ຂອງ​ກາ​ຊັກ​ສະ​ຖານ​ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໃນ​ວັນ​ສຸກມື້ນີ້​ວ່າ “ອາ​ຊະ​ຍາ​ກອນ ​ຕິດ​ອາ​ວຸດ” 26 ຄົນ ໄດ້​ຖືກ “ກຳ​ຈັດ” ໃນ​ຂະ​ນະ​ທີ່ອີກ 3,000 ຄົນ ​ໄດ້​ຖືກ​ຄຸມ​ຂັງ. ນອກນັ້ນ ທາງ​ກະ​ຊວງ​ຍັງ​ກ່າວ​ວ່າ ມີຕຳ​ຫຼວດ ​ແລະ​ກຳ​ລັງ​ຮັກ​ສາ​ດິນ​ແດນ 18 ຄົນ ໄດ້​ຖືກ​ຂ້າ​ຕາຍ ນັບ​ແຕ່​ການ​ປະ​ທ້ວງ​ເລີ້ມມາ.

ການ​ປະ​ທ້ວງ​ເລີ້ມ​ຂຶ້ນ​ໃນ​ທ້າຍ​ອາ​ທິດ​ແລ້ວ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ​ເປັນ​ສອງ​ເທົ່າ. ແຕ່​ເນື່ອງ​ຈາກ​ມັນ​ມີການ​ແຜ່​ລາມ​ໄປ​ທົ່ວ​ປະ​ເທດ​ຢ່າງວ່ອງ​ໄວ​ແລະ​ຂະ​ຫຍ​າຍ​ວົງ​ກວ້າງ​ອອກ ຊຶ່ງ​ພວກນັກ​ສັງ​ເກດ​ການ​ສະ​ເໜີ​ແນະ​ວ່າ ມັນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ໃຫຍ່ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວທີ່​ໄດ້​ດຳ​ລົງ​ຊີ​ວິ​ດ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ ນັບ​ແຕ່​ໄດ້​ຮັບ​ເອກ​ກະ​ລາດ​ຈາກ​ສະ​ຫະ​ພາບ​ໂຊ​ຫວຽດ​ໃນ​ປີ 1991.

​ລາຍ​ງານ​ຂ່າວ​ທີ່​ຖ່າຍຕາ​ມ​ຖະ​ໜົນຫົນ​ທາງ​ສາຍ​ຕ່າງໆ​ໃນ​ນະ​ຄອ​ນ​ອາ​ລ​ມາ​ຕີ​ສະ​ແດງ​ໃຫ້​ເຫັນ​ວ່າ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ຊຶ່ງ​ຈຳ​ນວນ​ນຶ່ງ​ຢູ່​ໃນ​ລົດ​ຫຸ້ມ​ເກາະໄດ້​ແນມ​ເຫັນ​ວ່າ​ຍິງ​ປືນ​ເຂົ້າ​ໃສ່​ພວກ​ປະ​ທ້ວງ ທີ່​ຈະ​ຕຸ​ລັດ​ສາ​ທາ​ລະ​ນະ​ລັດ ໃນ​ນະຄອນ​ດັ່ງ​ກ່າວ. ຜູ້​ຕາງ​ໜ້າ​ຂອງ​ກຸ່ມ​ປະ​ທ້ວງ​ຄົນ​ນຶ່ງ ກ່າວ​ຕໍ່​ວິ​ທະ​ຍຸ ​ຢູ​ໂຣບ​ເສ​ລີ​ວ່າ ພວກ​ປະ​ທ້ວງ​ສ່ວນ​ໃຫຍ່ ຢູ່​ທີ່​ຈະ​ຕຸ​ລັດ​ດັ່ງ​ກ່າວ​ບໍ່​ໄດ້​ຕິດ​ອາ​ວຸດ.

ອົງ​ການ​ຂ່າວ​ Tass ຂອງ​ຣັດ​ເຊຍ​ລາຍ​ງານ​ໃນ​ຕອນ​ແລງວັນ​ພະ​ຫັດ​ນີ້​ວ່າ ໄດ້​ມີ​ການ​ຂັບ​ໄລ່​ພວກ​ປະ​ທ້ວງ​ອອກ​ໄປ​ຈາກ​ຈະ​ຕຸ​ລັດ​ດັ່ງ​ກ່າວ​ແລ້ວ ແຕ່​ສຽງ​ປືນ​ຍັງ​ດັງຂຶ້ນ​ຢ່າງ​ກະ​ຈັດ​ກະ​ຈາຍ. ອົງ​ການ​ຂ່າວ​ຣອຍ​ເຕີ້ແລະ​ເອ​ພີ ຕ່າງ​ກໍ​ລາຍ​ງານ​ວ່າ ມີ​ສຽງ​ປືນ​ດັງ​ຂຶ້ນ​ເປັນ​ບາງ​ຄັ້ງ​ບາງ​ຄາວ.

ຕຳ​ຫຼວດ​ກາ​ຊັກ​ສະ​ຖານ​ລາຍ​ງານ​ວ່າ ໄດ້​ສັງ​ຫານ​ພວກ​ປະ​ທ້ວງ​ຫຼາຍ​ສິບ​ຄົນ​ໃນ​ຄືນ​ວັນ​ພຸດ​ຕໍ່​ໃສ່​ວັນ​ພະ​ຫັດ ແລະ​ຈັບ​ກຸມ​ຫຼາຍກວ່າ 2,000 ຄົນ ​ໃນ​ມື້​ກ່ອນ. ມີລາຍ​ງານ​ວ່າ ມີ​ຕຳ​ຫຼວດ​ຫຼາຍ​ເຖິງ 18 ຄົນ​ໄດ້​ຖືກ​ຂ້າ​ຕາຍ ອີງ​ຕາມ​ຄຳ​ເວົ້າ​ຂອງຕຳ​ຫຼວດ ຊຶ່ງ​ຜູ້​ນຶ່ງນັ້ນ ລາຍ​ງານ​ແຈ້ງວ່າ​ໄດ້​ຖືກ​ຕັດ​ຄໍ.

ທ່ານ​ນາງ​ຊາ​ມາ​ລ ຊຶ່ງ​ເປັນ​ນາຍ​ຄູ​ໂຮງ​ຮຽນ​ອະ​ນຸ​ບານກ່າວ​ຕໍ່​ອົງ​ການ​ຂ່າວ​ AFP ​ໃກ້ໆ​ບ້ານ​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ບ່ອນ​ທີ່​ກະ​ສອບ​ລູກ​ປືນ​ ໄດ້​ເຮ່ຍ​ຊະ​ຊາຍ​ຢັ່ງ​ຢາຍ​ຢູ່​ຕາມ​ພື້ນ​ດິນນັ້ນວ່າ “ຂ້ອຍ​ບໍ່​ເຄີຍ​ຮູ້​ວ່າ ຜູ້​ຄົນ​ຂອງ​ພວກ​ເຮົາ​ ໜ້າ​ຢ້ານ​ກົວ​ຂະ​ໜາດນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG