ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ກາຊັກສະຖານ ກ່າວວ່າ ກຳລັງຮັກສາຄວາມສະຫງົບ ພາຍໃຕ້ການນຳພາຂອງຣັດເຊຍ ຈະເລີ້ມຖອນແລ້ວ


ທະຫານຣັດເຊຍພວມລົງຈາກເຮືອບິນທະຫານ ທ່າມກາງທີ່ມີການປະທ້ວງຂະໜາດໃຫຍ່ ທີ່ນະຄອນອາລມາຕີ ແລະຫົວເມືອງອື່ນໆຂອງກາຊັກສະຖານ. ຮູບນີ້ນຳອອກເຜີຍແຜ່ໂດຍກະຊວງປ້ອງກັນປະເທດຣັດເຊຍ ເມື່ອວັນທີ 8 ມັງກອນ 2022.
ທະຫານຣັດເຊຍພວມລົງຈາກເຮືອບິນທະຫານ ທ່າມກາງທີ່ມີການປະທ້ວງຂະໜາດໃຫຍ່ ທີ່ນະຄອນອາລມາຕີ ແລະຫົວເມືອງອື່ນໆຂອງກາຊັກສະຖານ. ຮູບນີ້ນຳອອກເຜີຍແຜ່ໂດຍກະຊວງປ້ອງກັນປະເທດຣັດເຊຍ ເມື່ອວັນທີ 8 ມັງກອນ 2022.

ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ທ່ານ​ກັ​ສ​ຊິ​ມ-ໂຈ​ມາ​ດ ຕໍ​ກາ​ເຢັບ ກ່າວ​ໃນ​ວັນ​ອັງ​ຄານວານນີ້​ວ່າ ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ຣັດ​ເຊຍຈະເລີ້ມ​ຖອນ​ອອກ​ໄປ​ຈາກປະ​ເທດ​ ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ກາງ​ດັ່ງ​ກ່າວ​ໃນ​ອີກ 2 ມື້ຫຼັງ​ຈາກ​ໄດ້​ເສັດ​ສິ້ນ​ພາ​ລະ​ກິດ ​ໃນ​ການ​ຊ່ວຍ​ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຢູ່​ທີ່ກາ​ຊັກ​ສະ​ຖານ.

ກອງກຳ​ລັງອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ປະ​ຕິ​ບັດ​ງານ​ຮັກ​ສາ​ສັນ​ຕິ​ພາບ​ອົງ​ການວ່າ​ດ້ວຍ​ສົນ​ທິ​ສັນ​ຍາ​ການ​ຮັກສາ​ຄວາມ​ປອດ​ໄພ​ຮ່ວມ ​ທີ່​ເອີ້ນ​ຫຍໍ້​ວ່າ CSTO ​ແມ່ນປະ​ກອບ​ດ້ວຍ​ພວກ​ທະ​ຫານ​ ຂອງ​ອະ​ດີດ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພາບ​ໂຊ​ຫວຽດ 4 ປະ​ເທດ. ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ສົ່ງ​ໄປ​ກາ​ຊັກ​ສະ​ຖານ​ຕາມ​ການ​ຮ້ອງ​ຂໍ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຕໍ​ກາ​ເຢັບ ທີ່​ໄດ້​ຖິ້ມ​ໂທດ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ ​ໃສ່ “ພວກ​ກໍ່​ການ​ຮ້າຍ” ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ຕ່າງ​ປະ​ເທດ.

ການ​ເດີນ​ຂະ​ບວນ​ໄດ້​ເລີ້ມ​ຂຶ້ນ ​ເມື່ອ​ວັນ​ທີ 2 ມັງ​ກອນ ໃນ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງປະ​ເທດເພື່ອ​ປະ​ທ້ວງ​ຕໍ່​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟສອງ​ເທົ່າແລະ​ໄດ້​ກາຍ​ເປັນ​ຄວາມ​ວຸ້ນ​ວາຍ​ທີ່​ຮ້າຍ​ແຮງ​ສຸດ ນັບ​ແຕ່​ກາ​ຊັກ​ສະ​ຖານ ໄດ້​ຮັບ​ເອກ​ກະ​ລາດ​ຈາກສະ​ຫະ​ພາບ​ໂຊ​ຫວຽດ​ ໃນ​ປີ 1991.

ມີ​ພົນ​ລະ​ເຮືອນ ແລະ​ເຈົ້າ​ໜ້າ​ທີ່ ​ຫຼາຍ​ສິບ​ຄົນ ໄດ້​ຖືກ​ຂ້າ​ຕາຍ​ໃນ​ເຫດ​ຄວາມ​ບໍ່​ສະ​ຫງົບ​ ລະ​ຫວ່າງ​ທີ່​ພວກ​ປະ​ທ້ວງ​ຢູ່ເມືອງ​ອາ​ລ​ມາ​ຕີຊຶ່ງ​ເປັນ​ເມືອງ​ຫຼວງ ໄດ້​ຈູດ​ໄຟເຜົາ​ຕຶກ​ໂຮງ​ການ​ລັດ​ຖະ​ບານແລະ​ເຂົ້າ​ຢຶດ​ເອົາ​ສະ​ໜາມ​ບິນ​ເປັນ​ເວ​ລາ​ສັ້ນໆ​ກ່ອນທີ່​ຈະ​ຖືກ​ທັບ​ມ້າງ​ໃນ​ວັນ​ທ້າຍ​ສັບ​ປະ​ດາ​ທີ່​ຜ່ານ​ມາ.

ເນື່ອງ​ຈາກ​ຄວາມ​ວຸ້ນ​ວາຍ ​ໄດ້​ແຜ່​ກະ​ຈາຍ​ອອກ​ໄປ​ຢ່າງ​ໄວ​ວາ ພວກ​ນັກ​ສັງ​ເກດ​ການ​ທາງ​ດ້ານ​ການ​ເມືອງຈຶ່ງ​ສະ​ເໜີ​ແນະ​ວ່າ ​ມັນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງຄວາມ​ບໍ່​ພໍ​ໃຈ​ຢ່າງ​ກວ້າງ​ຂວາງຢູ່​ໃນ​ປະ​ເທດ​ດັ່ງ​ກ່າວທີ່​ໄດ້​ດຳ​ລົງ​ຊີ​ວິ​ດ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ແບບ​ຜະ​ເດັດ​ການ ນັບ​ແຕ່​ໄດ້​ຮັບ​ເອກ​ກະ​ລາດເປັນ​ຕົ້ນ​ມາ.

ທ່ານ​ຕໍ​ກາ​ເຢັບ ​ກ່າວ​ຢູ່​ກອງ​ປະ​ຊຸມ ກັບ​ຄະ​ນະ​ລັດ​ຖະ​ບານ​ແລະ​ສະ​ພາ​ແຫ່ງ​ຊາດ​ຜ່ານທາງວີ​ດີ​ໂອ​ ໂດຍ​ເວົ້າ​ວ່າ “ພາ​ລະ​ກິດ​ຕົ້ນ​ຕໍ ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ CSTO ໄດ້​ສິ້ນ​ສຸດ​ລົງ​ດ້ວຍ​ຄວາມ​ສຳ​ເລັດ​ຜົນ​ແລ້ວ.”

ທ່ານ​ກ່າວ​ວ່າ ກຳ​ລັງ​ດັ່ງ​ກ່າວຈະ​ເລີ້ມ “ຖອນອອກເປັນ​ໄລ​ຍະໆ” ​ໃນ​ສອງມື້​ຂ້າງໜ້ານີ້ ແລະ​ຈະ​ແລ້ວ​ສຳ​ເລັດ ພາຍ​ໃນ​ເວ​ລາ “ບໍ່​ກາຍ​ສິບມື້.”

ເມື່ອ​ມີ​ການ​ຖາມ​ວ່າ ມັນ​ບໍ່​ເປັນ​ການ​ໄວ​ເກີນ​ໄປ​ບໍທີ່​ເລີ້ມມີ​ການ​ຖອນ​ທະ​ຫານ​ອອກ ໃນ​ເວ​ລາ​ພຽງ 5 ມື້​ຫຼັງ​ຈາກ​ພວກ​ທະ​ຫານ​ໄດ້​ໄປ​ເຖິງ ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ທ່ານດ​ະ​ມີ​ຕ​ຣີ ເພັ​ສ​ຄັອບ ກ່າວ​ວ່າ ມັນ​ເປັນ​ການ​ຕັດ​ສິນ​ໃຈ​ຂອງ​ກາ​ຊັກ​ສະ​ຖານ “ທັງ​ໝົດ​ຢ່າງ​ສິ້ນ​ເຊີງ.”​

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG