ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທາງ​ການ​ ກາ​ຊັກ​ສະ​ຖານ ​ພວມຊອກຫາ​ສາ​ເຫດ ຂອງ​ອຸ​ບັດ​ເຫດ ​ເຮືອ​ບິນ​ໂດຍ​ສານ​ຕົກ


ທຽນ​ໄຂ​ໃນ​ຮູບ​ຊົງ​ຫົວ​ໃຈ ແລະ​ເຈ້ຍ​ເຮືອ​ບິນ ​ໄດ້​ຖືກວາງ​ໄວ້​ຢູ່​ໃກ້ໆ​ກັບ​ສະ​ໜາມ​ບິນ​ສາ​ກົນ​ອາ​ລ​ມາ​ຕີ, ຢູ່ນອກ​ເມືອງ​ອາ​ລ​ມາ​ຕີ ​ຂອງ​ກາ​ຊັກ​ສະ​ຖານ, ​ວັນ​ທີ 28 ທັນ​ວາ 2019.
ທຽນ​ໄຂ​ໃນ​ຮູບ​ຊົງ​ຫົວ​ໃຈ ແລະ​ເຈ້ຍ​ເຮືອ​ບິນ ​ໄດ້​ຖືກວາງ​ໄວ້​ຢູ່​ໃກ້ໆ​ກັບ​ສະ​ໜາມ​ບິນ​ສາ​ກົນ​ອາ​ລ​ມາ​ຕີ, ຢູ່ນອກ​ເມືອງ​ອາ​ລ​ມາ​ຕີ ​ຂອງ​ກາ​ຊັກ​ສະ​ຖານ, ​ວັນ​ທີ 28 ທັນ​ວາ 2019.

ເຈົ້າ​ໜ້າ​ທີ່​ລະ​ດັບສູງ​ຂອງ​ກາ​ຊັກ​ສະ​ຖານທ່ານ​ນຶ່ງ ກ່າວ​ວ່າ ​ໃນ​ເບື້ອງ​ຕົ້ນທາງ​ການ ກຳ​ລັງ​ກວດ​ເບິ່ງ​ຄວາມ​ເປັນ​ໄປ​ໄດ້ຂອງ “​ການ​ຜິດ​ປົກ​ກະ​ຕິ​ທາງ​ດ້ານ​ເທັກ​ນິກ” ຫຼື ຄວາມ​ຜິດ​ພາດ​ຂອງ​ນັກ​ບິນ ໃນ​ອຸ​ບັດ​ເຫດ​ ​ເຮືອ​ບິນ​ຂອງສາຍ​ການ​ບິນ Bek Air ຕົກ ທີ່​ໄດ້​ສັງ​ຫານ 12 ຄົນ ​ຈາກ​ທັງ​ໝົດ 98 ຄົນ ທີ່​ປະ​ກອບ​ດ້ວຍຜູ້​ໂດຍ​ສານ ລວມ​ທັງ​ລູກ​ເຮືອ​ຢູ່​ເທິງ​ເຮືອ​ບິນ ເມື່ອ​ຕອນ​ເຊົ້າ​ວັນ​ສຸກ​ຜ່ານ​ມາ.

ທ່ານ​ໂຣ​ມັນ ສະ​ກ​ລາຍ​ຢາ (Roman Sklyar) ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ກ່າວ​ວ່າ ຄະ​ນະ​ກຳ​ມາ​ທິ​ການ​ພິ​ເສດ​ຂອງ​ລັດ​ຖະ​ບານ ໄດ້​ຖືກ​ສົ່ງ​ໄປ​ຍັງ​ຈຸດ​ເກີດ​ເຫດ ເພື່ອ​ດຳ​ເນີນ​ການ​ສືບ​ສ​ວນ​ສອບ​ສວນ ໃນ​ອຸ​ບັດ​ເຫດ​ດັ່ງ​ກ່າວ ຊຶ່ງ​ໄດ້​ເກີດ​ຂຶ້ນ ໃນ​ຂະ​ນະ​ທີ່​ເຮືອ​ບິນ​ລຸ້ນ Fokker 100 ໄດ້​ພະ​ຍາ​ຍາມ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ ອາ​ລ​ມາ​ຕີ ເພື່ອບິນໄປ​ຍັງ​ນະ​ຄອນຫຼວງ ນູ​ຣ-ໂຊ​ຣ​ທັນ (Nur-Sultan).

ທ່ານ​ສະ​ກ​ລາຍ​ຢາ ຍັງໄດ້​ເຕືອນ​ວ່າ ເຖິງ​ຢ່າງ​ໃດ​ກໍ​ຕາມ ການ​ສືບ​ສວນ​ສອບ​ສວນ ແມ່ນ​ຢູ່​ໃນ​ຂັ້ນ​ຕົ້ນ​ຢູ່ ແລະ​ຍັງ​ບໍ່​ທັນ​ມີ​ການ​ບົ່ງ​ຊີ້​ເຖິງ​ສາ​ເຫດ​ເທື່ອ.

​ທ່ານ​ໄດ້​ກ່າວ​ຕໍ່​ໄປ​ວ່າ 8 ຄົນ​ໄດ້​ເສຍ​ຊີ​ວິດ ຢູ່​ທີ່​ບ່ອນ​ເກີດ​ເຫດ ລວມ​ທັງ​ນັກ​ບິນ ໃນ​ຂະ​ນະ​ດຽວ​ກັນ ສອງ​ຄົນ​ໄດ້​ເສຍ​ຊີ​ວິດ ຢູ່​ທີ່ສະ​ໜາມ​ບິນ ແລະ​ອີກ​ສອງ​ຄົນ ຢູ່​ທີ່​ໂຮງ​ໝໍ.

ທ່ານ​ສະ​ກ​ລາຍ​ຢາ ໄດ້​ກ່າວ​ຕື່ມ​ວ່າ 49 ຄົນ ໄດ້​ຖືກ​ສົ່ງ​ໄປ​ຮັກ​ສາ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ໂດຍ​ມີ 18 ຄົນ​ຢູ່​ໃນ​ອາ​ການ​ສາ​ຫັດ.

“ເຫດ​ຜົນ​ອາດເປັນຍ້ອນ​ຄວາມ​ຜິດ​ພາດ​ຂອງ​ນັກ​ບິນ ຫຼື ​ຍ້ອນ​ດ້ານ​ເທັກ​ນິກ” ທ່ານ​ສະ​ກ​ລາຍ​ຢາ ໄດ້​ກ່າວ​ໄປ ຢູ່​ທີ່​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ໃນ​ເມືອງ​ອາ​ລ​ມາ​ຕີ ເມື່ອ​ວັນ​ສຸກ​ຜ່ານ​ມາ.

ທ່ານ​ກ່າວ​ອີກວ່າ “ເຮືອ​ບິນ​ລຳ​ນັ້ນ ຫັກ​ອອກ​ເປັນ​ສອງ​ສ່ວນ. ພວກ​ຜູ້​ໂດຍ​ສານຜູ້​ທີ່​ເສຍ​ຊີ​ວິດ​ໂດຍ​ສ່ວນ​ໃຫຍ່​ແລ້ວ ແມ່ນຢູ່​ສ່ວນ​ດ້ານ​ໜ້າ​ຂອງ​ເຮືອ​ບິນ.”

ກາ​ຊັກ​ສະ​ຖານ ໃນ​ວັນ​ເສົາ​ມື້​ວານນີ້ ໄດ້​ຈັດ​ພິ​ທີ​ວັນ​ໄວ້​ອາ​ໄລເພື່ອ​ລຳ​ລຶກ​ເຖິງ​ພວກ​ຜູ້​ເຄາະ​ຮ້າຍ​ຂອງ​ອຸ​ບັດ​ເຫດ​ເຮືອ​ບິນ​ຕົກ​ນັ້ນ.

​ຢູ່ໃນ​ນະ​ຄອນຫຼວງ ​ນູ​ລ-ໂຊ​ລ​ທັນ ທຸງ​ຊາດ​ທັງຫຼາຍ ໄດ້​ຖືກ​ຊັກ​ລົງ​ເຄິ່ງ​ເສົາ ສຳ​ລັບ​ວັນ​ໄວ້​ອາ​ໄລ ໃນ​ຂະ​ນະ​ທີ່ ບັນ​ດາ​ເຈົ້າ​ໜ້າ​ທີ່ ໄດ້​ຮຽກ​ຮ້ອງຢ່າງ​ຮີບ​ດ່ວນໄປ​ຍັງ​ປະ​ຊາ​ຊົນ ໃຫ້ບໍ​ລິຈາກ​ເລືອດ ​ເພື່ອຊ່ອຍ​ເຫຼືອ​ພວກ​ທີ່​ລອດ​ຊີ​ວິດຫຼາຍໆ​ຄົນ ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ.

ອ່ານ​ຂ່າວ​ນີ້​ຕືີ່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG