ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ທ່ານ Panetta ກ່າວວ່າ ປ. Kazai ຄວນສະແດງ ຄວາມຮູ້ບຸນຄຸນ ຕໍ່ນາໆຊາດ


ລັດຖມົນຕິປັ້ອງກັນປະເທດ ທ່ານ Leon Panetta ກ່າວວ່າ ປະທານາ ທິບໍດີ ອັຟການິສຖານ ຕ້ອງສະແດງຄວາມຮູ້ບຸນຄຸ່ນຕໍ່ທະຫານ ນາໆຊາດ
ລັດຖະມົນ​ຕີປ້ອງ​ກັນ​ປະ​ເທດສະຫະລັດກ່າວ​ວ່າ ປະທານາທິບໍດີ
ອັຟກາ​ນິສຖານ ຕ້ອງ​ສະ​ແດງຄວາມ​ຮູ້​ບຸນຄຸນ​ຕໍ່ກໍາລັງ​ປະສົມ​ຂອງ
ນາໆ​ຊາດ ​ທີ່​ຕໍ່ສູ້ແລະ​ເສຍ​ຊີວິດ ​ເພື່ອ​ປະ​ເທດ​ຂອງ​ທ່ານ ​ແທນ​ທີ່​
ຈະ​ຕຳ​ໜິຕິຕຽນ​ພວກ​ເຂົາ​ເຈົ້າ.


ທ່ານ Leon Panetta ​ໄດ້​ກ່າວຕອບ​ໂຕ້​ໃນ​ວັນ​ສຸກວານ​ນີ້ ຕໍ່​ຄໍາ​
ຖະ​ແຫລ​ງ​ຂອງ ປະທານາ​ທິບໍດີ Hamid Karzai ​ໃນ​ວັນ​ພະຫັດ
ທີ່​ເວົ້າວ່າ ສະຫະລັດບໍ່​ສາມາດ ​ໄລ່ຕິດຕາມ​ພວກ​ກໍ່​ການ​ຮ້າຍ ​ທີ່​
ມີ​ຖານ​ປະຕິບັດ​ງານ ​ຢູ່ໃນປາ​ກິ​ສຖານ ​ແລະໄດ້ ​ເຈາະ​ຈົງ​ໃສ່ແຕ່
ພວກກະບົດ ຢູ່​ໃນອັຟກາ​ນິສຖານ​ແທນ.

ທ່ານ Panetta ກ່າວ​ວ່າ “ຂ້າພະ​ເຈົ້າຄິດ​ວ່າ ມັນ​ອາດ​ຈະ​ຊ່ວຍ ຖ້າ​ຫາກ​ວ່າ ​ປະທານາທິ
ບໍດີ ໃນ​ບາງ​ຄັ້ງບາງ​ຄາວ ​ສະ​ແດງ​ຄວາມຂອບ​ອົກ​ຂອບໃຈ​ຂອງ​ທ່ານ ​ຕໍ່ການ​ເສຍ​ສະລະ​ຂອງ​ພວກ​ທະຫານທີ່​ໄດ້​ຕໍ່ສູ້ ​ແລະ​ເສຍ​ຊີວິດເພື່ອອັ​ຟກາ​ນິສຖານ ​ແທນ​ທີ່​ຈະຕິຕຽນ​ພວກ
ເຂົາ​ເຈົ້າ.”

ການ​ໃຫ້​ຄວາມ​ເຫັນຂອງລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ​ໄດ້​ມີ​ຂື້ນ​ໃນ​ຂະ ນະ​ທີ່​ຄວາມ​ເຄັ່ງ​ຕືງລະຫວ່າງວໍ​ຊິງ​ຕັນ ​ແລະຄາ​ບູນ ​ໄດ້ເພີ້​ມທະວີຂື້ນ ​ຈາກ​ການ​ໂຈມ​ຕີ​ພາຍ​ໃນ ຊຶ່ງ​ສະມາຊິກກໍ​າລັງ​ຮັກສາ​ຄ​ວາ​ມປອດ​ໄພ​ຂອງອັຟກາ​ນິສຖານ ​ໄດ້​ອ່ວາຍ​ປາຍປືນ​ໃສ່
ທະຫານ​ນາໆ​ຊາດນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG