ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ.Karzai ​ວ່າ ຈະເລື່ອນເວລາ ໃນການເຊັນ ຂໍ້ຕົກລົງ ຄວາມໝັ້ນຄົງ (ສະໄລດ໌/ວີດີໂອ)


ທ່ານ Kazai ​ສ້າງ​ຄວາມ​ປະຫຼາດ​ໃຈ ໃຫ້​ແກ່​ເຈົ້າໜ້າ​ທີ່ ສະຫະລັດ ແລະ​ອັຟກາ​ນິສຖານ ທີ່ຈະ​ເລື່ອນ​ເວລາ​​ ​ໃນການເຊັນ​ຂໍ້​ຕົກລົງ ຄວາມ​ປອດ​ໄພສອງ​ຝ່າ​ຍ.
ທ່ານ Kazai ​ສ້າງ​ຄວາມ​ປະຫຼາດ​ໃຈ ໃຫ້​ແກ່​ເຈົ້າໜ້າ​ທີ່ ສະຫະລັດ ແລະ​ອັຟກາ​ນິສຖານ ທີ່ຈະ​ເລື່ອນ​ເວລາ​​ ​ໃນການເຊັນ​ຂໍ້​ຕົກລົງ ຄວາມ​ປອດ​ໄພສອງ​ຝ່າ​ຍ.
ບັນດາ​ຜູ້​ນໍາ​ໃນສະພາ​ແຫ່ງ​ຊາດອັ​ຟກາ​ນິສຖານ ສືບ​ຕໍ່​ພິຈາ
ລະນາຮ່າງ​ຂໍ້​ຕົກລົງ ສະບັບ​ໃໝ່ ວ່າ​ດ້ວຍຄວາມ​ປອດ​ໄພ​ກັບ
ສະຫະລັດ​ໃນ​ວັນສຸກ​ມື້​ນີ້ ຫລັງ​ຈາກ​ໄດ້​ມີ​ກາ​ເຄື່ອນ​ໄຫວ​ຢ່າງ
​ກະທັນຫັນ ​ໂດຍປະທານາທິບໍດີ Hamid Karzai.

ທ່ານ Karzai ​ໄດ້​ສ້າງ​ຄວາມ​ປະຫຼາດ​ໃຈໃຫ້​ແກ່​ເຈົ້າໜ້າ​ທີ່
ສະຫະລັດ ​ແລະ ​ອັຟກາ​ນິສຖານ ໃນ​ວັນ​ພະຫັດ​ວານ​ນີ້ ​ເວ
​ລາ​ທ່ານ​ກ່າວ​ວ່າ ທ່ານ​ກໍາລັງພິຈາລະນາ ​ເລື່ອນ​ເວລາ ໃນ
ການ​ເຊັນ​ຂໍ້​ຕົກລົງ ວ່າ​ດ້ວຍຄວາມ​ປອດ​ໄພສອງ​ຝ່າ​ຍ ອອກ
​ໄປຈົນຮອດ​ຫລັງ​ຈາກການ​ເລືອກ​ຕັ້ງປະທານາທິບໍດີ​ອັຟກາ​
ນິສຖານ ​ໃນ​ເດືອນເມສາ ປີ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ທໍານຽບຂາວ ກ່າວ​ວ່າ ຄວາມ​ບໍ່​ສາມາດ​ທີ່​ຈະ​ບັນລຸ​ການ​ຕົກລົງໃນ​ຂັ້ນສຸດ​ທ້າຍ ​ພາຍ​ໃນ​ສອງ​ສາມ​ອາທິດ​ຈະ ​ມາ​ເຖິງ​ນີ້ ອາດ​ຈະ​ຂັດຂວາງ​ບໍ່ໃຫ້​ສະຫະລັດ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ ສາມາດ​ວາງ​ແຜນ​ສຳລັບ​ການ​ມີໜ້າ​ຢູ່ ​ໃນ​ອັຟກາ​ນິສຖານ ຫຼັງຈາກ​ປີ 2014 ​ໄດ້.



ການເຄື່ອນ​ໄຫວ​ຂອງ ທ່ານ Karzai ​ເທື່ອຫລ້າ​ສຸດ​ນີ້ ອາດ​ເປັນ​ໄພ​ອັນຕະລາຍ​ຕໍ່​ ​ການ​ໃຫ້ເງິນຊ່ວຍ​ເຫຼືອຂອງ​ຕ່າງປະ​ເທດ ​ແກ່​ອັຟກາ​ນິສຖານ.

ການ​ປ່ຽນໃຈຂອງທ່ານ Kafzai ກ່ຽວ​ກັບ​ການ​ເຊັນຂໍ້​ຕົກລົງດັ່ງກ່າວ​ນີ້ ມີ​ຂື້ນ​ຫລັງ​ຈາກ
ທ່ານ​ກ່າວ​ຄຳ​ປາ​ໄສ​ທີ່​ກະ​ຕຸ້ນ​ຄວາມ​ຮູ້ສຶກ ຕໍ່ບັນດາ​ຜູ້ນຳ​ຊົນ​ເຜົ່າແລະປະຊາຄົມ 2,500 ຄົນ ທີ່​ໄດ້​ຖືກ​ເລືອກເຂົ້າມາ​ນັ່ງ​ຢູ່​ໃນ​ສະພາ Loya Jirga ໂດຍ​ການ ສະ​ແດງ​ຄວາມ​ສະໜັບສະໜຸນ​ຂອງທ່ານ​ຕໍ່​ຂໍ້​ຕົກລົງ​ດັ່ງກ່າວ.

US Afghan
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG