ປະທານາທິບໍດີອັຟການິສຖານ ໄດ້ປະນາມການໂຈມຕີດ້ວຍລະເບີດສະລະຊີບ ທີ່ງານແຕ່ງ
ງານແຫ່ງນຶ່ງ ໃນແຂວງພາກເໜືອຂອງອັຟການິສຖານ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນໂດຍ
ໄດ້ມີການປ່ຽນແປງໂຕເລກຜູ້ເສຍຊີວິດຈາກລາຍງານກ່ອນໜ້ານີ້ທີ່ວ່າ ມີຢ່າງໜ້ອຍ 20 ຄົນ
ເສຍຊີວິດໄປນັ້ນ.
ປະທານາທິບໍດີ ທ່ານ Hamid Karzai ກ່າວວ່າ ຮວມຢູ່ໃນພວກທີ່ເສຍຊີວິດ ຍ້ອນການໂຈມ
ຕີໃນວັນເສົາມື້ນີ້ ທີ່ແຂວງ Samangan ນັ້ນ ມີທ່ານ Ahmad Khan Sanmangani ທີ່ເປັນ
ສະມາຊິກສະພາຕໍ່າ ແລະນາຍພົນ Mohammed Khan ຜູ້ອໍານວຍການໜ່ວຍສືບລັບຂອງ
ແຂວງ Samangan. ນອກນັ້ນ ຍັງມີສະມາຊິກສະພານຶ່ງຄົນ ຜູ້ບັນຊາການຕໍາຫລວດນຶ່ງຄົນ
ແລະ ອະດີດເຈົ້າແຂວງ ໄດ້ຮັບບາດເຈັບໃນການໂຈມຕີຄັ້ງນີ້.
ປະທານາທິບໍດີ ໄດ້ແຕ່ງຕັ້ງຄະນະກໍາມະການນຶ່ງຂຶ້ນເພື່ອເລີ້ມສືບສວນເບິ່ງການໂຈມຕີພວກ
ພວກກໍ່ການຮ້າຍໃນເທື່ອນີ້.
ທ່ານ Kazai ກ່າວວ່າ “ພວກສັດຕູຂອງອັຟການິສຖານ ອີກຄັ້ງນຶ່ງ ໄດ້ແນເປົ້າ ໃສ່ພົນລະ
ເຮືອນຜູ້ໄຮ້ດຽງສາ.”
ພິທີແຕ່ງງານລູກສາວຂອງທ່ານ Samangani ໄດ້ຖືກຈັດຂື້ນທີ່ເມືອງ Aybak ຊຶ່ງເປັນເມືອງ
ເອກຂອງແຂວງ.
ເຈົ້າໜ້າທີ່ກ່າວວ່າ ຜູ້ໂຈມຕີສະລະຊີບ ໄດ້ເຂົ້າໄປໃນຫ້ອງພິທີແຕ່ງງານ ແລະໄດ້ສວມກອດ
ທ່ານ Samangani ກ່ອນຈະລະເບີດຕົນເອງ.
ນອກນັ້ນແລ້ວໃນວັນເສົາມື້ນີ້ ອົງການ NATO ກ່າວວ່າ ສະມາຊິກຄົນນຶ່ງຂອງ ຕົນ ໄດ້ຖືກຂ້າ
ຕາຍ ໃນການໂຈມຕີຂອງພວກກະບົດໃນພາກຕາເວັນອອກອັຟ ການິສຖານ.