ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Kazai ຈະພົບປະ ກັບ ປ. ໂອບາມາ ທີ່ ກຸງວໍຊິງຕັນ


ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai
ປະທານາທິບໍດີອັຟການິສຖານ ທ່ານ Hamid Karzai
ປະທານາທິບໍດີ​ອັຟກາ​ນິສຖານ ທ່າ​ນ Hamid Kazai ມີ​ກຳນົດ
ເດີນ ທາງ​ມານະຄອນຫຼວງວໍ​ຊິງ​ຕັນ ​ໃນ​ວັນ​ຈັນຈະ​ມານີ້ ​ເພື່ອ​ເຈ
ລະຈາ​ຫາລື​ກັບປະທານາທິບໍດີ Barack Obama.

​ໂຄສົກກະຊວງການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Victoria
Nu-land ກ່າວ​ໃນ​ວັນ ພ​ະຫັດ ວານ​ນີ້ວ່າ “ມີ​ຫລາ​ຍຢ່າງ​ທີ່​ຈະ​ສົນ
ທະນາ​ກັນ” ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ຂອງທ່ານ Kazai.

ທ່ານ​ນາງກ່າວ​ວ່າ ການ​ສົນ​ທະນາ​ຄາດ​ວ່າ ຈະ​ຮວມ​ເຖິງ​ຫລາຍໆ
ເລື່ອງ​ນັບ​ແຕ່​ການ​ການ​ມີໜ້າ​ຫຼັງຈາກ​ການ​ຖອນທະຫານສະຫະ
ລັດ​ໃນ​ປີ 2014 ແລະ​ການ​ຊ່ວຍ​ເຫລືອດ້ານ​ການ​ເງິນ ​ເພື່ອ​ຄວາມ​
ປອດ​ໄພໃນ ຂອບ​ເຂດ​ທີ່​ກວ້າງຂວາງຢູ່​ໃນ​ພູມີພາກ. ບັນດາ​ເຈົ້າ
​ໜ້າ​ທີ່ ຂອງທັງ​ສອງ​ປະ​ເທດຫວັງ​ວ່າ ການ​ພົບ​ປະ​ທີ່​ວ່າ​ນີ້ ຈະເຮັດ​
ໃຫ້​ເປັນ​ການສະດວກ​ສະ ບາຍ​ຂຶ້ນສຳລັບ​ການ​ຖອນ​ທະຫານສະຫະລັດຫຼັງຈາກ​ໄດ້ພົວ
ພັນໃນ​ການ ​ເຮັດ​ສົງຄາມມາ​ເປັນ​ເວລາ​ດົນກວ່ານຶ່ງ​ທົດ​ສະ​ວັດ ​ໃນ​ຂະນະ​ທີ່​ສາມາດ
ຮັກສາ​ໄວ້ຄວາມ​ປອດໄພທີ່​ໄດ້​ຊະນະ​ມາ​ດ້ວຍ​ຄວາມຍາກລໍາບາກ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ​ແລະອັຟກາ​ນິສຖານ​ໄດ້​ປະຊຸມ​ກັນກ່ຽວ​ກັບຂອບ​ເຂດໃນການ
ມີໜ້າ​ຂອງສະຫະລັດຢູ່​ໃນ​ປະ​ເທດດັ່ງາວ ຫລັງ​ຈາກພາລະກິດໃນ​ການສູ້​ລົບ​ນາໆ​ຊາດສີ້​ນ
ສຸດ​ລົງ​ໃນ​ປີ 2014​.

ປັດ​ຈຸ​ບັນ​ນີ້ ຍັງ​ມີທະຫານສະຫະລັດປະ​ມານ 68,000 ຄົນ​ຢູ່​ໃນອັຟການິສຖານ.​ ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ກອງທັບສະຫະລັດ​ໄດ້​ຮຽກຮ້ອງ ​ໃຫ້ຮັກສາ​ກໍາລັງ​ທະຫານ ​ໄວ້ປະ
ມານ 15,000 ພັນຄົນຢູ່​ໃນ ອັຟກາ​ນິສ ຖານ ​ແຕ່ເຈົ້າ​ໜ້າ​ທີ່​ຂອງສະຫະລັດອີກ​ຈຳນວນ​ນຶ່ງ ​ໄດ້​ຮຽກຮ້ອງ​ໃຫ້​ຮັກ ສາກໍາລັງທະຫານໃນ​ຈຳນວນ​ທີ່​ໜ້ອຍ​ກວ່າ​ນັ້ນ​ໄວ້ຢູ່​ໃນອັຟກາ​ນິສຖານ.
XS
SM
MD
LG