ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໄຊສົມພອນ ພົມວິຫານ ໄດ້ຮັບການ ເລືອກຕັ້ງ ເປັນປະທານ ແນວລາວສ້າງຊາດ


ທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮັບການເລືອກຕັ້ງ ເປັນປະທານ ແນວລາວສ້າງຊາດ ຜູ້ໃໝ່.
ທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ຮັບການເລືອກຕັ້ງ ເປັນປະທານ ແນວລາວສ້າງຊາດ ຜູ້ໃໝ່.

ທ່ານໄຊສົມພອນ ພົມວິຫານ ລູກຊາຍຂອງທ່ານໄກສອນ ພົມວິຫານ ໄດ້ຮັບ ການເລືອກຕັ້ງເປັນປະທານແນວລາວສ້າງຊາດ ຜູ້ໃໝ່ ເພື່ອຊີ້ນຳການຈັດ ຕັ້ງປະຕິບັດວິໄສທັດ 2030 ຂອງພັກ.

ກອງປະຊຸມຄັ້ງປະຖົມມະເລີກ ຂອງຄະກຳມະການສູນກາງແນວລາວສ້າງຊາດ ຊຸດທີ 10 ໄດ້ມີມະຕິຢ່າງເປັນເອກະສັນ ໃນການເລືອກຕັ້ງໃຫ້ ທ່ານໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ເປັນ ປະທານຄົນໃໝ່ຂອງແນວລາວສ້າງຊາດ ຢ່າງເປັນທາງການເມື່ອບໍ່ນານມານີ້ ດັ່ງທີ່ທ່ານນາງຄຳຈັນ ພົມແສງສະຫວັນ ຮອງປະທານຄະນະກຳມະການ ສູນກາງແນວລາວສ້າງຊາດ ໄດ້ຖະແຫລງຢືນຢັນວ່າ:

ກອງປະຊຸມຄັ້ງປະຖົມມະເລີກ ຂອງຄະກຳມະການສູນກາງແນວລາວສ້າງຊາດ ຊຸດທີ 10
ກອງປະຊຸມຄັ້ງປະຖົມມະເລີກ ຂອງຄະກຳມະການສູນກາງແນວລາວສ້າງຊາດ ຊຸດທີ 10

“ກອງປະຊຸມຄັ້ງປະຖົມມະເລີກ ຂອງຄະນະກຳມະການສູນກາງແນວລາວ ສ້າງຊາດ ສະໄໝທີ 10 ໄດ້ເປັນເອກະພາບກັນ ຢ່າງສົມບູນ ຮັບຮອງເອົາ ການສະເໜີແຕ່ງຕັ້ງ ທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມ ການເມືອງສູນກາງພັກ ເປັນປະທານຄະກຳມະການ ສູນກາງແນວລາວ ສ້າງຊາດ ສະໄໝທີ 10 ຮັບຮອງເອົາການສະເໜີແຕ່ຕັ້ງ ຮອງປະທານ ຄະນະສູນກາງແນວລາວສ້າງຊາດ ຈຳນວນ 6 ທ່ານ ແລະ ເປັນເອກະ ພາບກັນຮັບຮອງເອົາ ຄະນະປະຈຳ ຂອງຄະນະກຳມະການສູນກາງ ແນວລາວສ້າງຊາດ ຈຳນວນ 10 ທ່ານ.”

ໂດຍໃນໂອກາດດຽວກັນນີ້ ກອງປະຊຸມກໍໄດ້ຮັບຮອງລາຍງານການເມືອງ ຂອງຄະນະກຳມະການ ຊຸດທີ 9 ວິໄສທັດເຖິງປີ 2030 ຂອງແນວລາວ ສ້າງຊາດ ຍຸດທະສາດການພັດທະນາແນວລາວສ້າງຊາດ ໃນຊ່ວງປີ 2016-2025 ແຜນພັດທະນາ ລະຍະ 5 ປີ ໃນຊ່ວງປີ 2016-2020 ກົດລະບຽບການຄຸ້ມຄອງ ແລະການຈັດຕັ້ງປະຕິບັດຂອງແນວລາວ ສ້າງຊາດ ສະບັບປັບປຸງໃໝ່ ຕາມລຳດັບ.

ໂດຍສະເພາະແມ່ນວິໄສທັດ 2030 ນັ້ນ ກໍຄືການຈັດຕັ້ງປະຕິບັດຕາມມະຕິ ຂອງກອງປະຊຸມໃຫຍ່ ພັກປະຊາຊົນປະຕິວັດລາວ ຄັ້ງທີ 10 ທີ່ໄດ້ດຳເນີນ ການປະຊຸມເມື່ອວັນທີ 18-22 ມັງກອນ 2016 ທີ່ໄດ້ຮັບຮອງເອົາວິໄສທັດ ການພັດທະນາລາວ ເຖິງປີ 2030 ທີ່ຄະນະກົມການເມືອງສູນກາງພັກ ຊຸດທີ 9 ໄດ້ມອບໝາຍໃຫ້ໜ່ວຍງານຄົ້ນຄວ້າ ແຜນຍຸດທະສາດການພັດ ທະນາເສດຖະກິດແຫ່ງຊາດ ເປັນພາກສ່ວນຮັບຜິດຊອບດຳເນີນການຮ່າງ ນັບແຕ່ ປີ 2014 ແລະນຳເອົາຮ່າງວິໄສທັດດັ່ງກ່າວນີ້ ໄປໃຫ້ສະມາຊິກພັກ ປະກອບຄວາມເຫັນ ໃນທົ່ວປະເທດໃນຕະຫຼອດປີ 2015 ແລະນຳສະເໜີ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກດັ່ງກ່າວ.

ໂດຍວິໄສທັດການພັດທະນາລາວສູ່ປີ 2030 ດັ່ງກ່າວນີ້ ຍັງຄົງສືບຕໍ່ເປັນເປົ້າ ໝາຍຂອງພັກ ທີ່ຈະນຳພາປະເທດຊາດ ໃຫ້ຫລຸດພົ້ນຈາກສະພາບດ້ອຍພັດ ທະນາໃຫ້ໄດ້ ໃນປີ 2020 ເພື່ອຈະຍົກລະດັບໃຫ້ລາວ ເປັນປະເທດກຳລັງ ພັດທະນາ ທີ່ປະຊາກອນມີລາຍຮັບໃນລະດັບປານກາງ ໄປຫາສູງໃນປີ 2030 ເພື່ອກ້າວໄປສູ່ສັງຄົມນິຍົມ ໃຫ້ໄດ້ຢ່າງສົມບູນ ໃນອະນາຄົດ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ ກະຊວງການເງິນ ໄດ້ຢືນຢັນວ່າ ລັດຖະບານລາວ ໄດ້ວາງຄາດໝາຍ ການພັດ ທະນາເສດຖະກິດໃຫ້ຂະຫຍາຍຕົວສູງຂຶ້ນ ໃນອັດຕາສະເລ່ຍບໍ່ນ້ອຍກວ່າ 7.5 ເປີເຊັນຕໍ່ປີ ໃນຕະຫຼອດລະຍະ ຂອງການຈັດຕັ້ງປະຕິບັດແຜນການພັດທະນາ ເສດຖະກິດ ແລະສັງຄົມແຫ່ງຊາດ ລະຍະ 5 ປີຄັ້ງທີ 8 ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າຜະລິດຕະພັນລວມພາຍໃນ (GDP) ຖົວສະເລ່ຍເປັນລາຍ ຮັບຂອງປະຊາຊົນລາວໄດ້ 3,100 ໂດລາຕໍ່ຄົນ ໃນປີ 2020.

ແຕ່ການທີ່ສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກຍູ້ ໃຫ້ພາກກະສິກຳຂະຫຍາຍຕົວເພີ່ມຂຶ້ນ 3.2 ເປີເຊັນຕໍ່ປີສ່ວນພາກອຸດສາຫະກຳ ແລະການບໍລິການນັ້ນ ກໍຈະຕ້ອງຂະຫຍາຍຕົວເພີ່ມຂຶ້ນ 9.3 ເປີເຊັນ ແລະ 8.9 ເປີເຊັນຕໍ່ປີ ຕາມລຳດັບ ຊຶ່ງເຮັດໃຫ້ຈຳເປັນຈະຕ້ອງລະດົມເງິນທຶນ ທີ່ຈະນຳໃຊ້ ໃນໂຄງການພັດທະນາຕ່າງໆ ຂອງລັດຖະບານລາວໃຫ້ໄດ້ເຖິງ 27 ຕື້ໂດລາ ໃນລະຍະ 5 ປີດັ່ງກ່າວ ໂດຍໃນນີ້ກໍເປັນການລົງທຶນ ຂອງພາກລັດຖະບານລາວ 24-28 ເປີເຊັນ ພາກເອກະຊົນ 54-58 ເປີເຊັນ ແລະສິນເຊື່ອ ໃນລະບົບ ທະນາຄານ 19-21 ເປີເຊັນ ຂອງການລົງທຶນທັງໝົດ.

ນອກຈາກການຮັບຮອງເອົາວິໄສທັດດັ່ງກ່າວແລ້ວ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ກໍຍັງໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ຊຸດທີ 10 ຈຳນວນ 77 ທ່ານ ໂດຍແບ່ງເປັນກຳມະການສົມບູນ 69 ທ່ານ ແລະກຳມະ ການສຳຮອງ 8 ທ່ານ ສ່ວນກຳມະການກົມການເມືອງ ກໍມີ 11 ຄົນພາຍໃຕ້ ການນຳຂອງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດ ລາວ ແລະປະທານປະເທດລາວຄົນປັດຈຸບັນ.

XS
SM
MD
LG