ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກເຄື່ອນໄຫວສັງຄົມລາວ ໃນເຂດເມືອງໂຮນແລນ ຊ່ວຍເຫຼືອຄົນຫວ່າງງານ ຍ້ອນໂຄວິດ-19


ຍານາງກະວີ ພີມມະສານ ນັກເຄືອນໄຫວສັງຄົມ
ຍານາງກະວີ ພີມມະສານ ນັກເຄືອນໄຫວສັງຄົມ

ການລະບາດຂອງໂຄວິດ-19 ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດການເປັນຢູ່ ແລະເສດຖະ
ກິດຢ່າງຫຼວງຫຼາຍ ພ້ອມທັງໄດ້ເຮັດໃຫ້ມີຜູ້ຄົນເສຍຊີວິດ ຢູ່ໃນທົ່ວໂລກ. ບັດນີ້ ການດຳ
ລົງຊີວິດຫຼາຍໆຢ່າງ ຈະບໍ່ເໝືອນເດີມ ຈາກເຫດການປ່ຽນແປງ ອັນກະທັນ ທີ່ເປັນຜົນ
ກະທົບ ມາສູ່ການບໍ່ມີວຽກເຮັດງານທຳ ທຸລະກິດການຄ້າ ການຂາດລາຍໄດ້ ເຂົ້າມາ
ສູ່ຄອບຄົວ ແລະຫຼາຍໆພາກສ່ວນ ຂອງການດຳລົງ

ຊີວິດ. ກ່າວໂດຍສະເພາະ ບັນດາຜູ້ເຄາະຮ້າຍເຫຼົ່ານີ້ ຮວມມີ ສະມາຊິກສັງຄົມລາວ
ອາເມຣິກັນຢູ່ທີ່ເມືອງໂຮແລນ (Holland) ໃນລັດມີຊີແກນ (Michigan) ຕັ້ງຢູ່ໃນເຂດ
ພາກກາງຂອງສະຫະລັດ.

ເມືອງໂຮແລນ ມີໂຮງງານອຸດສະຫະກຳຫຼາຍຢ່າງ​ເຊັ່ນວ່າຜະລິດເຄື່ອງອາໄຫລ່ ລົດ
ຍົນໃຫ້ແກ່ບໍລິສັດ Ford ແລະບໍລິສັດ General Motor ພ້ອມທັງໂຮງງານ ເຟີນີເຈີ
ໂຮງງານເຮັດອາຫານ ແລະເຄື່ອງກໍ່ສ້າງຕ່າງໆ. ເມືອງດັ່ງກ່າວນີ້ ເປັນ ບ່ອນຕັ້ງຖິ່ນ
ຖານປະກອບວິຊາອາຊີບສຳລັບປະຊາຄົມອາເມຣິກັນເຊື້ອສາຍລາວ ຫຼາຍກວ່າ
5,000 ຄົນ.

ຍານາງກະວີ ພິມມະສານ ແມ່ນສະມາຊິກສັງຄົມລາວອາເມຣິກັນຄົນນຶ່ງຢູ່ໃນ​ຂົງ
ເຂດນີ້ ພ້ອມທັງເປັນນັກເຄື່ອນໄຫວສັງຄົມ. ເຖິງແມ່ນວ່າຍານາງກະວີ ມີໜ້າທີ່ວຽກ
ງານ ແລະຄວາມຮັບຜິດຊອບຂອງຕົນເອວແລ້ວກໍຕາມ ແຕ່ຍານາງ ກໍບໍ່ໄດ້ລົດລະ
ໃນຄວາມເປັນຫ່ວງນຳສະມາຊິກສັງຄົມລາວອາເມຣິກັນ ຜູ້ທີ່ກຳ ລັງປະສົບກັບບັນ
ຫາ ການບໍ່ມີວຽກເຮັດງານທຳ ຢູ່ໃນຂົງເຂດແຫ່ງນີ້. ຍານາງກະວີ ກ່າວເຖິງບັນຫາ
ແລະການອາສາສະໝັກຊ່ວຍເຫຼືອຂອງຂອງຍານາງ ສູ່ ວີໂອເອຟັງວ່າ:

ລິງໂດຍກົງ


ການລະບາດຂອງໂຄວິດ-19 ທີ່ຮ້າຍແຮງຂອງສັດຕະວັດທີ 21 ທີ່ບໍ່ໄດ້ມີການກະ
ກຽມປ້ອງກັນໄວ້ກ່ອນລ່ວງໜ້າ ຊຶ່ງປັດຈຸບັນນີ້ ຍັງບໍ່ທັນຄົ້ນພົບຢາປິ່ນປົວ ໃດໆ.
ນອກຈາກນັ້ນແລ້ວ ບັນດານັກວິທະຍາສາດຍັງມີຄວາມເປັນຫ່ວງວ່າ ໂຄວິດ-19
ນີ້ອາດຈະກັບຄືນມາສ້າງຜົນທົບຕໍ່ປະຊາຄົມອີກ ກ່ອນລະດູໜາວ ຈະມາເຖິງນີ້.

XS
SM
MD
LG