ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳ​ນຽບ​ຂາວ ປະ​ນາມ​ການ​ກ່າວ​ຫາ ​ຄັ້ງ​ທີ​ສອງ ກ່ຽວ​ກັບ ຄວາມປ​ະ​ພຶດ​ ທີ່ບໍ່​ເໝາະ​ສົມ​ທາງ​ເພດ ໂດຍ​ທ່ານ ຄາ​ແວ​ນໍ


ສານ​ສູງ​ສຸດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 23 ກັນ​ຍາ, 2018.
ສານ​ສູງ​ສຸດ ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. 23 ກັນ​ຍາ, 2018.

ທຳ​ນຽບ​ຂາວ ໄດ້​ກ່າວ​ປະ​ນ​າມ ​ການ​ກ່າວ​ຫາຄັ້ງ​ໃໝ່ ກ່ຽວ​ກັບ ຄວາມປະ​ພຶດ​ທີ່ບໍ່​ເໝາະ​
ສົມທາງເພດ ຕໍ່ຜູ້ພິພາພາກ ແບຣັດ ຄາແວນໍ, ເຊິ່ງແມ່ນຜູ້ຖືກສະເໜີຊື່ສຳລັບສານສູງ
ສຸດ ສະຫະລັດ ຂອງປະທານາທິບໍດີ ດໍໂນລ ທຣຳ.

ວາ​ລະ​ສານ The New Yorker ໄດ້​ລາຍ​ງານ​ໃນ​ແລງວັນ​ອາ​ທິດ​ວານນີ້​ວ່າ ສະ​ມາ​ຊິກ​
ສະພາສູງ ສະຫະລັດ ສອງທ່ານ ກຳລັງສືບສວນສອບສວນການກ່າວຫາຂອງແມ່ຍິງ
ຄົນທີ່ວ່າ ທ່ານ ຄາແວນໍ ໄດ້ແກ້ເຄື່ອງໃຫ້ຄົນເບິ່ງຢູ່ງານປາຕີ້ໃນຫໍພັກແຫ່ງນຶ່ງຂອງມະ
ຫາວິທະຍາໄລ ເຢລ ໃນລະຫວ່າງສົກຮຽນປີ 1983-1984. ນາງ ເດໂບຣາ ຣາມີເຣັສ
ອາຍຸ 53 ປີໄດ້ອະທິບາຍເຫດການດັ່ງກ່າວໃນການສຳພາດ ຫຼັງຈາກຖືກຕິດຕໍ່ໂດຍວາ
ລະສານ ແລະ ໄດ້ກ່າວວ່າ ທ່ານ ຄາແວນໍ ໄດ້ຍູ້ອະໄວຍະວະເພດຂອງເພິ່ນໃສ່ໜ້າຂອງ
ນາງ ແລະ ໄດ້ເຮັດໃຫ້ນາງຈັບໂດຍບໍ່ໄດ້ຮັບການຍິນຍອມຈາກນາງ ໃນຂະນະທີ່ນາງ
ໄດ້ຍູ້ທ່ານອອກໄປ.

ໂຄ​ສົກ​ທຳ​ນຽບ​ຂາວ ທ່ານ ເຄ​ຣີ ຄູ​ເພັກ ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ກ່າວ​ປະ
ນາມການລາຍງານດັ່ງກ່າວນັ້ນ. ທ່ານ ຄູເພັກ ໄດ້ກ່າວວ່າ “ການກ່າວອ້າງທີ່ມີມາດົນ
ເຖິງ 35 ປີທີ່ບໍ່ມີຫຼັກຖານຢືນຢັນນີ້ ແມ່ນການໂຄສະນາໃສ່ຮ້າຍທີ່ປະສານງານການຄັ້ງ
ຫຼ້າສຸດ ໂດຍພວກເດໂມແຄຣັດ ເຊິ່ງມີເຈຕະນາຈະທຳລາຍຜູ້ຊາຍທີ່ດີຄົນນຶ່ງ.” ທ່ານໄດ້
ກ່າວຕື່ມວ່າ “ການກ່າວອ້າງນີ້ແມ່ນໄດ້ຖືກປະຕິເສດໂດຍທຸກຄົນຜູ້ທີ່ໄດ້ເວົ້າວ່າໄດ້ຢູ່ໃນ
ເຫດການນັ້ນ ແລະ ບໍ່ສອດຄ່ອງກັນຢ່າງສິ້ນເຊີງກັບສິ່ງທີ່ແມ່ຍິງ ແລະ ຜູ້ຊາຍທັງຫຼາຍຜູ້
ທີ່ຮູ້ຈັກຜູ້ພິພາກສາ ຄາແວນໍ ໃນເວລາຮຽນຢູ່ມະຫາວິທະຍາໄລ ໄດ້ເວົ້ານັ້ນ. ທຳນຽບ
ຂາວ ຈະໃຫ້ການສະໜັບສະໜູນຜູ້ພິພາກສາ ຄາແວນໍ ຢ່າງເດັດດ່ຽວ.”

ນາງ ຣາ​ມີ​ເຣັ​ສ ໄດ້​ຍອມ​ຮັບ​ຕໍ່​ຜູ້​ລາຍ​ງານ​ຂອງວາ​ລະ​ສານ New Yorker ທ້າວ ໂຣ​ນັນ
ຟາໂຣ ກັບ ນາງ ເຈນ ມາຍເຢີ ວ່າ ລາວໄດ້ກິນເຫຼົ້ານຳກັນ ແລະ ວ່າລາວບໍ່ຈື່ມັນປານໃດ.
ແຕ່ຫຼັງຈາກການປຶກສາຫາລືກັບທະນາຍຄວາມຄົນນຶ່ງແລ້ວ, ນາງ ຣາມີເຣັສ ກໍໄດ້ກ່າວ
ຕໍ່ວາລະສານດັ່ງກ່າວວ່າ ລາວຮູ້ສຶກໝັ້ນໃຈພໍໃນຄວາມຈຳຂອງລາວວ່າມັນໄດ້ເກີດຂຶ້ນ.

ທ່ານ ຄາ​ແວ​ນໍ ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ຂອງ​ນາງ ຣາ​ມີ​ເຣັ​ສ ໃນ​ຖະ​ແຫຼງ​ການ​ສະ​ບັບ​
ນຶ່ງ ທີ່ຖືກເປີດເຜີຍຜ່ານທຳນຽບຂາວ, ແລະ ເອີ້ນມັນວ່າ “ເປື້ອນ, ສົກກະປົກ ແລະ ອະ
ທິບາຍຕໍ່ໄປບໍ່ໄດ້ອີກ.”

ວາ​ລະ​ສານ New Yorkers ເວົ້າ​ວ່າ​ເຂົາ​ເຈົ້າ​ບໍ່​ສາ​ມາດ​ຊອກ​ຜູ້​ເຫັນ​ເຫດ​ການ​ຄົນ​ອື່ນໆ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG