ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ເຍາະ​ເຍີ້ຍ​ ຜູ້​ກ່າວ​ຫາ ທ່ານ ແບ​ຣັດ ຄາ​ແວ​ນໍ ກ່ຽວ​ກັບ ການ​ລວນ​ລາມ​ທາງ​ເພດ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ ການ​ຄ້າ ລະ​ຫວ່າງ ສະ​ຫະ​ລັດ, ກາ​ນາ​ດາ ແລະ ເມັກ​ຊິ​ໂກ, ແລະ ການ​ສະ​ເໜີ​ຊື່​ຂອງ​ທ່ານ ແບ​ຣັດ ຄາ​ແວ​ນໍ ໃນ​ສານ​ສູງ​ສຸດ ທີ່​ສວນ​ກຸຫຼາບ​ຂອງ​ທຳ​ນຽບ​ຂາວ. 1 ຕຸ​ລາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ ການ​ຄ້າ ລະ​ຫວ່າງ ສະ​ຫະ​ລັດ, ກາ​ນາ​ດາ ແລະ ເມັກ​ຊິ​ໂກ, ແລະ ການ​ສະ​ເໜີ​ຊື່​ຂອງ​ທ່ານ ແບ​ຣັດ ຄາ​ແວ​ນໍ ໃນ​ສານ​ສູງ​ສຸດ ທີ່​ສວນ​ກຸຫຼາບ​ຂອງ​ທຳ​ນຽບ​ຂາວ. 1 ຕຸ​ລາ, 2018.

ໃນ​ຂະ​ນະ​ທີ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສູງ​ ກຳ​ລັງ​ລໍ​ຖ້າ​ຜົນ​ຂອງ​ການ​ສືບ​ສວນ​ສອບ​ສວນ
ອົງການສັນຕິບານກາງ ຫຼື FBI ແລະ ກະກຽມສຳລັບການລົງຄະແນນສຽງຄັ້ງສຸດທ້າຍ
ທີ່ອາດເປັນໄປໄດ້ ກ່ຽວກັບຜູ້ຖືກສະເໜີຊື່ເປັນຜູ້ພິພາກສາສານສູງສຸດຂອງປະທານາ
ທິບໍດີ ດໍໂນລ ທຣຳ, ທ່ານ ແບຣັດ ຄາແວນໍ ນັ້ນ, ທ່ານ ທຣຳ ໄດ້ໃຊ້ເວລາສ່ວນນຶ່ງຂອງ
ການໂຮມຊຸມນຸມທາງການເມືອງຂອງເພິ່ນເຍາະ ເຢີ້ຍແມ່ຍິງ ຜູ້ທີ່ໄດ້ກ່າວຫາວ່າທ່ານ
ຄາແວນໍ ວ່າ ລວນລາມທາງເພດຕໍ່ ລາວ.

ການ​ສືບ​ສວນ​ສອບ​ສວນ​ຂອງ​ອົງ​ການ FBI ໄດ້​ເລີ້ມຂຶ້ນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ນຶ່ງ ມື້ຫຼັງ​
ຈາກ ດຣ. ຄຣິສຕີນ ແບລຊີ ຝອດ ໄດ້ກ່າວຕໍ່ຄະນະກຳມະການຕຸລາການສະພາສູງວ່າ
ທ່ານ ຄາແວນໍ ໄດ້ລວນລາມລາວ ຢູ່ງານປາຕີ້ຂອງໂຮງຮຽນມັດທະຍົມແຫ່ງນຶ່ງ. ທ່ານ
ຄາແວນໍ ໄດ້ປະຕິເສດຢ່າງໂມໂຫ ຕໍ່ການກ່າວຫາຕ່າງໆໃນສອງສາມຊົ່ວໂມງຕໍ່ມາ
ແລະ ໄດ້ກ່າວຫາພັກເດໂມແຄຣັດ ກ່ຽວກັບການຈັດ ການ “ໂຈມຕີທາງການເມືອງ” ຕໍ່
ລາວ.

ຢູ່​ຕໍ່​ໜ້າ​ຝູງຊົນ​ຜູ້​ສະ​ໜັບ​ສະ​ໜູນ ໃນ​ຕອນ​ຄ່ຳ​ຂອງວັນ​ອັງ​ຄານ​ວານ​ນີ້ ​ໃນ​ລັດ ມິ​ສ​ຊິ​ສ​
ຊິບປີ ນັ້ນ, ທ່ານ ທຣຳ ລໍ້ຮຽນການໃຫ້ປາກຄຳຂອງ ດຣ. ຝອດ ຄືນອີກ, ເວົ້າເຍາະເຢີ້ຍ
ໃນສິ່ງທີ່ທ່ານອະທິບາຍວ່າ ເປັນຊ່ອງຫວ່າງໃນການໃຫ້ປາກຄຳຂອງລາວ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ເຈົ້າ​ກັບ​ບ້ານ​ຈັ່ງ​ໃດ? ຂ້ອຍບໍ່​ຈື່. ເຈົ້າ​ໄປ​ບ່ອນ​ນັ້ນ​ແນວ​ໃດ?
ຂ້ອຍບໍ່ຈື່.”

ດ​ຣ. ຝອດ ໄດ້​ກ່າວ​ຕໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງວ່າ ລາວ​ “ໝັ້ນ​ໃຈ​ 100 ເປີ​
ເຊັນ” ວ່າມັນແມ່ນທ່ານ ຄາແວນໍ ທີ່ເມົາເຫຼົ້າ ຜູ້ທີ່ໄດ້ຍູ້ລາວລົງໃສ່ຕຽງ, ລູບຄຳລາວ, ພະ
ຍາຍາມແກ້ເຄື່ອງຂອງລາວອອກ ແລະ ເອົາມືງຸບປາກ ຂອງລາວໄວ້ ເພື່ອປິດສຽງຮ້ອງ
ຂໍຄວາມຊ່ວຍເຫຼືອ. ທ່ານ ຄາແວນໍ ໄດ້ໃຫ້ປາກຄຳວ່າ ທ່ານບໍ່ເຄີຍລວນລາມຜູ້ໃດ.

ທະ​ນາຍ​ຄວາມ​ຂອງ ດ​ຣ. ຝອດ, ທ່ານ ໄມ​ເຄິ​ລ ບ​ຣອມ​ວິ​ຈ໌ ໄດ້​ເອີ້ນ​ການ​ໂຈມ​ຕີ​ຂອງ​ທ່ານ
ທຣຳ ໃນວັນອັງຄານວານນີ້ວ່າ “ຊົ່ວຮ້າຍ, ຕ່ຳຊ້າ ແລະ ບໍ່ມີຈິດໃຈ.”

ທ່ານ ບ​ຣອມ​ວິ​ຈ໌ ໄດ້​ຂຽນ​ຂໍ້​ຄວາມ​ໃນ​ທວິດ​ເຕີ​ວ່າ “ມັນ​ມີ​ຄວາມ​ສົງ​ໄສ​ອັນ​ໃດ​ບໍ​ທີ່​ລາວ​
ຢ້ານທີ່ຈະອອກມາເວົ້າ, ແລະ ຜູ້ລອດຈາກການລວນລາມທາງເພດຄົນອື່ນໆເຊັ່ນກັນ?
ທ່ານນາງເປັນຄົນທີ່ມີຄວາມກ້າຫານ. ທ່ານຜູ້ຊາຍເປັນຄົນຂີ້ຂາດຕາຂາວ.”

ໃນ​ຕອນ​ເຊົ້າ​ຂອງວັນ​ອັງ​ຄານ​ວານ​ນີ້, ສະ​ມາ​ຊິກ​ສະ​ພາ​ສູງ​ພັກ​ຣີ​ພັບ​ບ​ລີ​ກັນ ກັບ ເດ​ໂມ​
ແຄຣັດ ໄດ້ໂຕ້ຖຽງກັນ ກ່ຽວກັບ ການສືບສວນສອບສວນ ຂອງອົງການ FBI ທີ່ກຳລັງ
ດຳເນີນຢູ່, ເຊິ່ງຄາດວ່າ ຈະສຳເລັດ ໃນວັນສຸກຈະມາເຖິງນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG