ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ພັກ​ຣີ​ພັບ​ບ​ລິ​ກັນ ຈ້າງໄອ​ຍະ​ການ ຈາກ​ລັດ ​ອາ​ຣີ​ໂຊ​ນາ ເພື່ອ​ສອບ​ຖາມ ຜູ້​ກ່າວ​ຫາ ທ່ານ​ຄາ​ແວ​ນໍ


ປ້າຍ​​​ຄຳຮ້ອງ​ຂໍ ໃຫ້​ເປັນ​ເລື້ອງ​ສ່​ວນ​ໂຕ ​​ຕິດ​ຢູ່​ນອກເຮືອນ ນາງ​ເດ​ໂບ​ຣາ ຣາ​ມີ​ເຣ​ສ ໃນ​ເມືອງ​ໂບ​ລ​ເດີ ລັດ​ໂຄ​ໂຣ​ຣາ​ໂດ ວັນ​ຈັນ ທີ 24 ກັນ​ຍາ, 2018.
ປ້າຍ​​​ຄຳຮ້ອງ​ຂໍ ໃຫ້​ເປັນ​ເລື້ອງ​ສ່​ວນ​ໂຕ ​​ຕິດ​ຢູ່​ນອກເຮືອນ ນາງ​ເດ​ໂບ​ຣາ ຣາ​ມີ​ເຣ​ສ ໃນ​ເມືອງ​ໂບ​ລ​ເດີ ລັດ​ໂຄ​ໂຣ​ຣາ​ໂດ ວັນ​ຈັນ ທີ 24 ກັນ​ຍາ, 2018.

ສະ​ມາ​ຊິກສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິກ​ກັນ ​ໄດ້​ຈ້າງໄອ​ຍະ​ການ​ຄົນ​ນຶ່ງ ເພື່ອ​ສອບ​ຖາມ
​ແມ່​ຍິງ ທີ່​ກ່າວ​ຫາ ທ່ານ​ແບ​ຣັ​ທ ຄ​າແວ​ນໍ ​ຜູ້​ສະ​ເໜີ​ໃຫ້​ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ ໃນ
​ຖານ​ລວນ​ລາມ​ທາງ​ເພດ.

ຖະ​ແຫຼງ​ຂ່າວ​ຈາກ​ຫ້ອງ​ການ ປະ​ທານ​ຄະ​ນະ​ກຳ​ມະ​ການຕຸກ​ລາ​ການ ທ່ານ​ຈັກ ແກ​ຣ​ສລີ
ໄດ້​ອະ​ທິ​ບາຍ​ວ່າ​ ທະ​ນາຍ​ຄວາມແມ່​ຍິງ ທີ່​ຊື​ວ່າ ​ເຣ​ເຈີ​ລ ມິດ​ແຊລ ແມ່ນ​ “ເປັນ​ໄອ​ຍະ​ການ
​ມື​ອາ​ຊີບ​ທີ່​ມີ​ປະ​ສົບ​ການ​ມາ​ໄດ້​ຫລາຍ​ທົດ​ສະ​ວັດ​ກ່ຽວ​ກັບ​ການ​ຈັບ​ກຸມ​ການກະ​ທຳ​ຜິດ​ທາງ
​ເພດ.” ທ່ານ​ນາງ​ມິດແຊ​ລ ເຮັດ​ວຽກ​ຢູ່​ຫ້ອງ​ການ​ທະ​ນາຍ​ຄວາມ ເມືອງມາ​ຣີ​ໂກ​ປາໃນ
​ນະ​ຄອນ​ຟິ​ນິກ​ສ໌ ໃນ​ນາມ​ຫົວ​ໜ້າ​ຫ້ອງ​ການ​ຜູ້​ເຄາ​ະ​ຮ້າຍ​ພິ​ເສດ ທີ່​ຮວມ​ທັງການ​ກະ​ທຳ​ຜິດ​
ທາງ​ເພດແລະ​ຄວາມ​ຮຸນ​ແຮງ​ຂອງ​ຄອບ​ຄົວ.

ພັກ​ຣີ​ພັບ​ບ​ລິ​ກັນ​ໄດ້ເຫັ​ນ​ພ້ອມ​ໃຫ້ຈ້າງ​ແມ່​ຍິງ​ຄົນ​ນີ້​ເພື່ອ​ສອບ​ຖານ ທ່າ​ນາງ​ຄ​ຣິ​ສ​ຕິນ ເບ​ລ​ຊີ
ຝອດ ຜູ້​ທີ່​ໄດ້​ກ່າວ​ຫາ​ທ່ານ​ຄາ​ແວ​ນໍ ລ່ວງ​ລະ​ເມີດ​ທາງ​ເພດ​ແກ່​ທ່ານ​ນາງ ເວ​ລາ​ພວກ​ທ່ານ​ຍັງ​
ເປັນສາວ​ນ້ອຍຢູ່​ນັ້ນ ເພື່ອ​ຫລີກ​ຫລ່ຽງ​ການ​ປາ​ກົດ​ໂຕ​ແກ່​ກຸ່ມ​ຜູ້​ຊາຍທັງ​ໝົດທີ່​ສັງ​ກັດ​ພັກ​ຣີ
​ພັບ​ບ​ລິ​ກັນຢູ່​ໃນ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ສູງ.

ການ​ໂຕ້​ຖຽງຂອງສະ​ພາ​ສູງ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ຕໍ່​ສູ້​ເອົາ​ຜູ້​ສະ​ເໜີ​ຢຸູ່ໃນ​ສານ​ສູງ​ສຸດ​ຂອງ
ປະ​ທາ​ນາ​ທິບໍດີ​ດໍ​ໂນ​ລ ທ​ຣຳ ໃນ​ວັນ​ອັງ​ຄານ​ວານ​ນີ້ ​ບໍ່​ຮອດ 48 ຊົ່ວ​ໂມງກ່ອນ​ຜູ້ພິ​ພາກ​ສາ
ທ່ານ​ຄາ​ແວ​ນໍ ແລະ​ທ່ານ​ນາງ​ຝອ​ດ ໄດ້​ຄາດ​ໝາຍ ​ທີ່​ຈະ​ໃຫ້​ການ​ກົງ​ກັນ​ຂ້າມ​ກັນ ​ໃນ​ການ
​ກ່າວ​ຫາ ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ.

ຜູູ້້​ປະ​ທ້ວງ​ຄົນ​ນຶ່ງ​ຖື​ປ້າຍ​ອ່ານ​ວ່າ "ຄາ​ແວ​ນໍ ຂ້ອຍ​ເຊື່ອ​ທ່ານ​ນາງຄ​ຣິ​ສ​ຕິນ ເບ​ລຊີ ຝອດ" ຢູ່​ໜ້າ​ສານ​ສູງ​ສຸດ ວັນ​ທີ 24 ກັນ​ຍາ 2018.
ຜູູ້້​ປະ​ທ້ວງ​ຄົນ​ນຶ່ງ​ຖື​ປ້າຍ​ອ່ານ​ວ່າ "ຄາ​ແວ​ນໍ ຂ້ອຍ​ເຊື່ອ​ທ່ານ​ນາງຄ​ຣິ​ສ​ຕິນ ເບ​ລຊີ ຝອດ" ຢູ່​ໜ້າ​ສານ​ສູງ​ສຸດ ວັນ​ທີ 24 ກັນ​ຍາ 2018.

ຜູ້​ນຳພັກ​ຣີ​ພັບ​ບ​ລິ​ກັນ​ສຽງ​ສ່ວນ​ຫລາຍ ທ່ານ​ມິດ​ຈ໌ ແມັກ​ຄອນ​ແນ​ລ ຈາກ​ລັດ​ເຄນ​ຕັກ​ກີ ໄດ້
​ກ່າວ​ຫາ​ພັກ​ເດ​ໂມ​ແຄ​ຣັດ​ວ່າ​ຮີບ​ຮ້ອນ​ເພື່ອ​ຕັດ​ສິນ​ລົງ​ໂທດ​ທ່ານ​ຄາ​ແວ​ນໍ ແລະ “ທໍາ​ລາຍຊື່
​ສຽງ​ທີ່​ດີ​ຂອງ​ທ່ານ” ດ້ວຍ​ການ​ກ່າວ​ຫາ ​ທີ່​ຢັ້ງ​ຢືນ​ບໍ່​ໄດ້ ປະ​ຖິ້ມ ການ​ຕັ້ງສົມ​ມຸດ​ຖານ​ທີ່​ວ່າ
ທ່ານ​ເປັນ​ຜູ້​ບໍ​ລິ​ສຸດ ອັນ​ເປັນ​ພື້ນ​ຖານ​ຫລັກຂອງ​ລະ​ບົບ​ຕຸ​ລາ​ການອາ​ເມ​ຣິ​ກັນ.

ທ່ານ​ແມັກ​ຄອນ​ແນ​ລ ກ່າ​ວ​ວ່າ “ຍຸ​ຕິ​ທຳ​ເປັນ​ເລື່ອງ​ສຳ​ຄັນ. ຫລັກ​ຖານ​ເປັນ​ເລື່ອງ​ສຳ​ຄັນ.
ຄວາມ​ຈິງ​ເປັນ​ເລື່ອງ​ສຳ​ຄັນ. ຢູ່​ທີ່​ນີ້​ແມ່ນ​ອາ​ເມ​ຣິ​ກາ. ທຸກໆ​ຄົນ​ສົມ​ຄວນ​ໄດ້​ຮັບດີກວ່າ​ນີ້
ບໍ່​ພຽງ​ແຕ່​ຜູ້​ພິ​ສາ​ຄ​າ​ແວ​ນໍ.”

ສະ​ມາ​ຊິກສະ​ພາ​ສູງ​ພັກ​ເດ​ໂມ​ແຄ​ຣັດ​ໄດ້​ໄດ້​ໂຕ້​ຕອບ​ວ່າ ຖ້າ​ຫາກວ່າ​ພັກ​ຣີ​ພັບ​ບໍ​ລິ​ກັນ​ຕ້​ອງ
​ການ​ຢາກຮູ້ຄວາ​ມ​ຈິງກ່ຽວ​ກັບ​ການ​ປະ​ພຶດ​ ທີ່​ຜ່ານ​ມາຂອງຜູ້ຖືກສະ​ເ​ໜີນັ້ນ ເຂົາ​ເຈົ້າ​ບໍ່​ຄວນ
​ປະ​ຕິ​ເສດຕໍ່ການ​ຮ້ອງ​ຂໍ​ໃຫ້ອົງ​ການ​ສັນ​ຕິ​ບານ​ກາງ ຫລື FBI ສືບ​ສວນ​ການ​ກ່າວ​ຫາ​ຕ່າງໆ​
ຕໍ່​ທ່ານ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG