ນາງກາຕຣີນາ ກອງສະມິດ ອາຍຸ 16 ປີ ຮຽນຢູ່ມັດທະຍົໍມປາຍຄາໂທລິກ ເຊຕັນ
(Setan Catholic High School) ທີ່ເມືອງແວນຄູເວີ ລັດວໍຊິງຕັນ ຕັ້ງ ຢູ່ທາງພາກ
ຕາເວັນຕົກເໜືອສຸດຂອງສະຫະລັດ. ນາງຄາຕຣີນາໄດ້ກ່າວກ່ຽວກັບ ການຮຽນຢູ່ບ້ານ
ຜ່ານທາງຄອມພິວເຕີ ທີ່ຮ້ອງວ່າ (virtual study) ສູ່ ວີໂອເອ ຟັງວ່າ:
ສົກການຮຽນໃນລະດູໃບໄມ້ຫຼົ່ນ ປີ 2020 ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ບັນ ດານັກ
ຮຽນແລະນັກສຶກສາຢູ່ທົ່ວສະຫະລັດ. ໃນເດືອນສິງຫາທີ່ຜ່ານມານີ້ບັນດາໂຮງຮຽນ ແລະ
ມະຫາວິທະຍາໄລຕ່າງໆ ໄດ້ເລີ້ມເປີດໃຫ້ພວກນັກຮຽນ ນັກສຶກ ສາກັບຄືນໄປເຂົ້າຮຽນ.
ແຕ່ບໍ່ພໍເທົ່າໃດອາທິດຕໍ່ມາ ກໍຕ້ອງໄດ້ປິດ ຄືນໃໝ່ອີກ ເນື່ອງຈາກເກີດການແຜ່ລະບາດ
ຂອງໂຄວິດ-19 ໃນໝູ່ນັກຮຽນເຖິງແມ່ນວ່າໄດ້ ວາງກົດລະບຽບປ້ອງກັນໃຫ້ຢູ່ຫ່າງກັນກໍ
ຕາມ. ດ້ວຍເຫດນີ້ທາງໂຮງຮຽນຈຳເປັນ ຕ້ອງໄດ້ປະກາດປິດຄືນອີກ ແຕ່ວ່າບາງມະຫາວິທະຍາໄລ ໄດ້ຊອກຫາວິທີການ ໃໝ່ ຄືຕັ້ງຜາມຜ້າ ເປັນຫຼັງທີ່ມີເນື່ອທີ່ກວ້າງ ເພື່ອໃຫ້
ພວກນັກສືຶກສາສາມາດນັ່ງ ຢູ່ຫ່າງກັນໄດ້.
ສ່ວນລະບົບການຮຽນຢູ່ບ້ານຜ່ານທາງຄອມພິວເຕີນັ້ນ ພວກນັກຮຽນຕ້ອງປະຕິ ໜ້າທີ່
ຄືດັ່ງທີ່ເຂົາເຈົ້າໄປເຂົ້າຢູ່ໃນໂຮງຮຽນໃນແຕ່ລະວັນທີ່ເປັນປົກກະຕິເຊັ່ນວ່າ ຕ້ອງລຸກແຕ່
ເຊົ້າ ແລ້ວມານັ່ງຢູ່ຕໍ່ໜ້າຄອມພິວເຕີ ລໍຖ້າໃຫ້ນາຍຄູສົ່ງບົດຮຽນປະ ຈຳວັນມາໃຫ້ ຖ້າມີ
ຄຳຖາມໃດໆເຂົາເຈົ້າຕ້ອງໄດ້ຂຽນຜ່ານທາງຄອມພິວເຕີຖາມ ນາຍຄູ. ໃນຂະນະດຽວກັນນັ້ນ ນາຍຄູກໍນັ່ງສັງເກດເບິ່ງການເຄື່ອນໄຫວ ພວກ ນັກຮຽນຢູ່ບ້ານເຊັ່ນກັນ ແລະສາມາດ
ຮູ້ໄດ້ວ່າ ນັກຮຽນແຕ່ລະຄົນພາກັນນັ່ງເຮັດ ວຽກເຂົາເຈົ້າຫຼືບໍ່.