ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົບຮອບ 5 ປີທີ່ພາຍຸ ກາຕຣີນາ ປະທະລັດ Louisiana


ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ ຈະ​ໄປ​ ຢ້ຽມຢາມ​ນະຄອນ New Orleans ລັດ Louisiana​ ໃນ​ວັນ​ອາທິດມື້​ນີ້ ​ເພື່ອເປັນຂີດ​ໝາຍ​ຄົບຮອບ 5 ປີ​ທີ່​ລົມພາຍຸ hurricane Katrina ທີ່​ມີ​ຄວາມ​ແຮງ​ທີ່​ສຸດໄດ້​ປະ​ທະ​ນະ ຄອນ​ດັ່ງກ່າວ ເຮັດ​ໃຫ້​ນໍ້າ​ຖ້ວມ​ສ່ວນ​ໃຫຍ່​ຂອງໂຕ​ເມືອງ ແລະ​ສ້າງ​ຄວາມ​ເສຍຫາຍ​ຢ່າງ​ຮ້າຍ​ແຮງ​ໃຫ້​ຂົງ​ເຂດ​ດັ່ງກ່າວ.


ພາຍຸ hurricane Katrina ​ໄດ້​ພັດ​ເຂົ້າ​ຝັ່ງນະ​ຄອນ New Orleans ​ໃນວັນ​ທີ 29 ​ເດືອນ​ສິງຫາ​ ປີ 2005. ລົມ​ດັ່ງກ່າວ​ແລະ​ນໍ້າ​ຖ້ວມ​ໄດ້​ເຮັດໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ​ຫລາຍ​ກວ່າ 1800 ຄົນ​ແລະ​ບັງຄັບ​ໃຫ້ປະຊາຊົນ​ຈໍານວນ​ຫລາຍ​ກວ່າ 1 ລ້ານ​ຄົນ​ຕ້ອງ​ອົບ​ພະຍົບໜີ​ຈາກ​ບ້ານເຮືອນ​ຂອງ​ຕົນ.

ລັດ Louisiana ​ແລະ​ລັດ Missisippi ​ໄດ້​ຮັບ​ຜົນ​ກະທົບ​ໜັກ​ທີ່ສຸດ​ ຈາກ​ລົມ Hurricane Katrina​. 80 ​ເປີ​ເຊັນ ຂອງ​ນະຄອນ New Orleans ແມ່ນ​ຖືກນໍ້າ​ຖ້ວມ ​ຫລັງ​ຈາກກໍາ​ແພງ​ຕ້ານ​ນໍ້າ​ ​ໄດ້ພັງ​ລົງ.

ໃນ​ຂະນະ​ທ່ີ​ວິ​ກິດ​ການ​ດັ່ງກ່າວ​ຜັນຂະຫຍາຍ​ອອກນັ້ນ ພວກ​ຊາວເມືອງ New Orleans ບາງ​ຄົນໄດ້ຕົກ​ຄ້າງຢູ່​ຕາມ​ຫລັງຄາ​ເຮືອນ​ທີ່​ຖືກ​ນໍ້າຖ້ວມ​ນັ້ນ ​ເປັນ​ເວລາ​ຫລາຍ​ມື້. ປະຊາຊົນ​ໃນ​ທ້ອງ​ຖິ່ນ​ຫລາຍ​ພັນ​ຄົນພາກັນໄປ​ຫລົບ​ໄພ ຢູ່​ໃນ​ສະໝາມ​ກີລາ​ໃຫຍ່ Superdome ທີ່​ມີ​ຫລັງຄາ​ມຸງຂອງ​ນະຄອນ​ດັ່ງກ່າວ ​ໂດຍ​ໄດ້​ພາກັນ​ພັກ​ພາ​ອາ​ໄສ​ຢູ່​ໃນ​ນັ້ນ ​ເປັນເວລາ​ຫລາຍ​ມື້ ​ໂດຍ​ເກືອບ​ວ່າ​ບໍ່​ມີ​ເຂົ້າປາ​ອາຫານ​ແລະ​ນໍ້າກິນ​ເລີຍ.


ເຖິງ​ແມ່​ນຂົງ​ເຂດ​ດັ່ງກ່າວ​ໄດ້​ຮັບ​ການ​ບູລະນະ​ສ້າງສາຄືນ​ໃໝ່​ແລ້ວ ​ເປັນສ່ວນ​ໃຫຍ່​ກໍ​ຕາມ ​ແຕ່​ຫລາຍ​ພາກສ່ວນຂອງນະຄອນ New Orleans ຍັງພາກັນ​ບໍ່​ໄດ້​ຮັບ​ການ​ຟື້ນຟູ ​ແລະ​ຍັງ​ມີ​ຮ່ອງຮອຍ​ຂອງ​ການຖືກ​ປທະ​ໂດຍພາຍຸ Katrina ນັ້ນ​ຢູ່. ຜູ້​ຄົນ​ຫລາຍໆຄົນ​ທີ່​ພາກັນ​ຫລົບໜີ ຈາກ​ບ້ານ​ເຮືອນ​ໄປ​ອາ​ໄສ​ຢູ່​ໃນ​ແຫ່ງ​ອື່ນໆ​ ໃນ​ປີ 2005 ນັ້ນ ​ບໍ່​ໄດ້ກັບ​ຄືນມາ​ອີກ​ເລີຍ.

XS
SM
MD
LG