ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ແຄັຕເທິຣິນ ເພັດຊົມພູ ດຣ. ຝ່າຍວິສະວະກຳ​ໂຍທາ ​ແລະ ສິ່ງແວດລ້ອມ


ຍານາງແຄັຕເທິຣິນ ເພັດຊົມພູ ສຳເລັດປະລິນຍາເອກ ຝ່າຍ
ວິສະວະກຳ​ໂຍທາ ​ແລະສິ່ງແວດລ້ອມ (Civil & Environmental Engineering) ຈາກມະຫາວິທະຍາໄລ ເວີຈີເນຍເທັກສ໌.
ຍານາງແຄັຕເທິຣິນ ເພັດຊົມພູ ສຳເລັດປະລິນຍາເອກ ຝ່າຍ ວິສະວະກຳ​ໂຍທາ ​ແລະສິ່ງແວດລ້ອມ (Civil & Environmental Engineering) ຈາກມະຫາວິທະຍາໄລ ເວີຈີເນຍເທັກສ໌.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ໃນ​ລາຍ​ການ​ຊີວິດ​ຊາວ​ລາວ ຂອງ​ວີ​ໂອ​ເອມື້​ນີ້ເຮົາຂໍ​ແນະນຳ​ໃຫ້​
ທ່ານ​ໄດ້​ຮູ້ຈັກ​ກັບ ຍານາງ​ແຄັຕເທີຣິນ ​ເພັດ​ຊົມ​ພູ ອາຍຸ ​28 ປີ ອາ​ເມຣິກັນ​ເຊື້ອ​ສາຍ​ລາວ
​ເກີດ​ຢູ່​ໃນ​ສະຫະລັດ. ສາມາດ​ປາກ​ເວົ້າ​ພາສາ​ລາວ​ໄດ້​ດີຫຼັງ​ຈາກ​ຮຽນ​ຈົບ​ມັດທະຍົມ​ແລ້ວ
​ແຄັ​ຕ​ເທີຣິນ ໄດ້​ສືບ​ຕໍ່​ການ​ສຶກສາຢ່າງ​ບໍ່​ລົດ​ລະ ເປັນ​ເວລາອີກ​ສິບ​ປີ ຈື່ງ​ສຳ​ເລັດ​ປະລິນ
ຍາ​ເອກ ​ຝ່າ​ຍວິ​ສະວະ​ກຳສິ່ງ​ແວດ​ລ້ອມ ຈາກ​ມະຫາວິ​ທະ​ຍາ​ໄລ​ເວີຈີເນຍ​ເທັກສ໌ ຢູ່ໃນ​ລັດ​
ເວີ​ຈີ​ເນຍ. ຄວາມ​ເປັນ​ມາ​ໃນ​ຜົນສຳ​ເລັດ​ທີ່​ໜ້າ​ສັນລະ​ເສີນ​ຂອງ​ແຄ​ຕ​ເທິຣິນ ​ເປັນ​ມາ​ຢ່າງ
​ໃດ​ນັ້ນ ກິ່ງ​ສະຫວັນ​ ຈະ​ນຳມາສະ​ເໜີ​ທ່ານ​ໃນ​ອັນ​ດັບຕໍ່​ໄປ.

ຍານາງແຄັຕເທິຣິນ ກຳລັງຮັບກຽດຕິຍົດ ສຳເລັດປະລິນຍາເອກ ຝ່່າບໂຍທາ ແລະສິ່ງແວດລ້ອມ.
ຍານາງແຄັຕເທິຣິນ ກຳລັງຮັບກຽດຕິຍົດ ສຳເລັດປະລິນຍາເອກ ຝ່່າບໂຍທາ ແລະສິ່ງແວດລ້ອມ.

ສະບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ລະດູ​ຮ້ອນຢູ່ໃນ​ສະຫະລັດຈະ​ເລີ້ມ​ໃນ​ວັນ​ທີ 21 ​ເດືອນ​ມິ
ຖຸນາ ​ໃນ​ບໍ່​ຊ້ານີ້. ສັນຍາ​ລັກອັນ​ສຳຄັນ​ຂອງ​ລະດູການ​ກໍ​ຄືບັນດາ​ນັກຮຽນ ນັກ​ສຶກສາຕ່າງ​ກໍພາກັນຮຽນ​ຈົບຢູ່ໃນ​ລະດັບ​ຕ່າງໆ ຈາກ​ຂັ້ນ​ມັດທະຍົມ ແລະຫາ​ວິ​ທະຍາ​ໄລຢູ່ທົ່ວ​ສະຫະ
ລັດ. ​ເຂົາ​ເຈົ້າພາກັນ​ສູ້​ທົນສຳ​ເລັດ​ການ​ສຶກສາຢູ່​ໃນ​ຂະແໜງ​ການ​ຕ່າງໆ ​ແລະ​ບັດ​ນີ້​ຈະ
​ພາກັນອອກ​ໄປປະກອບວິຊາ​ອາຊີບ ທີ່​ໄດ້​ຮຽນ​ຮູ້​ມາ​ເພື່ອ​ສ້າງສາ​ປະເທດ​ຊາດ​ໃຫ້​ຈະ​ເລີ​ນ
ຮຸ່ງ​ເຮື່ອ​ງ.

ອີງ​ຕາມສະຖິຕິ​ສູນ​ກາງ​ສຶກສາ​ແຫ່ງ​ຊາດ ​ໃນ​ປີ 2016 ຫາ 2017 ທີ່​ຜ່ານ​ມາມີ​ນັກສຶກສາ​
ສຳ​ເລັດ​ການຮຽນ​ທັງ​ໝົດ 4 ລ້ານ 5 ​ແສນ​ຄົນ. ຮວມ​ຢູ່​ໃນ​ນັ້ນມີ​ຂັ້ນ​ອະນຸ​ປີ​ຍາ 1 ລ້ານ 2 ​
ແສນ 9​ ​ໝື່ນ​ຄົນ 2 ລ້ານ 3 ໝື່ນ​ຄົນ​ສຳ​ເລັດ​ປະລິນຍາ​ຕີ 982 ພັນ​ຄົນ ສຳ​ເລັດ​ປະລິນຍາ​
ໂທ ​ແລະ​ອີກ 2 ​ແສນ 9 ພັນ​ຄົນ​ສຳເລັດ​ປະລິນຍາ​ເອກ​. ແຕ່ສຳລັບ​ປີ​ສົກ​ປີ 2017 ຫາ
2018 ນັ້ນ​ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ປັນ​ທາງ​ການ​ເທື່ອ.

ເຖິງ​ຢ່າງ​ໃດ​ກໍ​ດີ ວີ​ໂອ​ເອ​ ປື້​ມປິ​ຕິ​ຍິນ​ດີ ​ຂໍ​ແນະນຳ​ໃຫ້​ທ່ານ​ຮູ້​ຈັກ​ກັບລູກ​ຫລານ​ເຊື້ອສາຍ
ລາວຄົນ​ນຶ່ງຄື ຍາ​ນາງ​ແຄັ​ຕ​ເທີຣິນ ​ເພັດ​ຊົມ​ພູ ອາຍຸ 28 ປີ ​ຫາ​ກໍ​ສຳ​ເລັດ​ການ​ສຶກສາ​ປະ
ລິນຍາ​ເອກຝ່າຍ​ວິສະວະກອນສິ່ງ​ແວດລ້ອມ​ ຫຼື Civil and Environmental Engi-
neering ຈາກ​ມະຫາວິທະຍາ​ໄລ​ເວີ​ຈີ​ເນ​ຍເທັກສ໌ ຕັ້ງຢູ່ໃນ​ລັດ​ເວີ​ຈີ​ເນຍ. ຍານາງ​ແຄັ​ຕ
​ເທິ​ລີ​ນ ​ໄດ້​ອະທິບາຍເຖິງ​ວິຊາທີ່ໄດ້​ຮຽນ​ມາ ​ແລະ​ຈະ​ເລີ້ມ​ປະກອບ​ວິ​ຊາ​ອາຊີບ​ເປັນ​ນັກ
​ຄົ້ນ​ຄວ້າ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ອາຫານ ​ແລະ​ນໍ້າ ​ໃຫ້​ແກ່ມະຫາວິທະຍາ​ໄລ ​ເວີ​ຈີ
​ເນຍ​ເທັກ​ ຊຶ່ງ​ຍານາງ​ໄດ້​ກ່າວ​ສູ່ ວີ​ໂອ​ເອ ຟັງດັ່ງ​ນີ້:

ໃນທີ່ສຸດ ວັນສຳເລັດການ​ສຶກສາ ທີ່​ໄດ້​ລໍຄອຍ​ມາ​ດົນ​ນານາກໍໄດ້ມາເຖິງແກ່ ຍານາງແຄັຕເທິຣິນ ເພັດຊົມພູ.
ໃນທີ່ສຸດ ວັນສຳເລັດການ​ສຶກສາ ທີ່​ໄດ້​ລໍຄອຍ​ມາ​ດົນ​ນານາກໍໄດ້ມາເຖິງແກ່ ຍານາງແຄັຕເທິຣິນ ເພັດຊົມພູ.

​ໂດຍ​ທົ່ວ​ໄປ​ແລ້ວ ໂອກາດ​ໄດ້​ຮັບການ​ສຶກສາ​ສູງ​ຂອງ​ເຍົາວະ​ຊົນຢູ່​ໃນ​ສະຫະລັດ​ມີ​ຢ່າງ
​ຫຼວງ​ຫຼາຍ ​ກ່າວ​ໂດຍ​ສະ​ເພາະ​ບັນດາ​ເຊື້ອ​ສາຍລາວອາ​ເມຣິກາ. ​ເຂົາ​ເຈົ້າ ​ໄດ້ພາກັນ​ພິ
ສູດ​ໃຫ້​ເຫັນ​ຊໍ້າ​ແລ້ວ​ຊໍ້າ​ອີກ ມີ​ຄວາມ​ອົດທົນຕໍ່​ການ​ສຶກສາຢ່າງ​ເປັນ​ຜົນສຳ​ເລັດ ​ແລະ
​ໜ້າ​ສັນລະ​ເສີນ. ຢູ່​ໃນບັນຍາກາດ​ສິ່ງ​ແວດ​ລ້ອມຂອງຫຼາຍໆ​ຄອບຄົວ ບັນດາ​ພໍ່​ແມ່​ຜູ້​ປົກ
ຄອງຍັງ​ບໍ່​ສາມາດ​ຊາບ​ໄດ້ຢ່າງ​ເລິກ​ເຊິ​ງ ​ແລະແນະນຳເຖິງ​ການ​ຮຽນ​ຂອງ​ພວກ​ລູກໆໄດ້.
ຍານາງແຄັ​ຕ​ເທິ​ລິນ ​ເພັດ​ຊົມ​ພູ ​ໄດ້​ກ່າວ​ເຖິງ​ຊີວິດ​ຄວາມ​ຕັ້ງ​ໃຈ​ຕໍ່​ເປົ້າ​ໝາຍ​ ​ແລະ​ມານະ
​ອົດທົນຂອງ​ການ​ເປັນ​ນັກ​ສຶກສາ​ທີ່​ໄດ້​ປະສົບ​ຜົນສຳ​ເລັດ​ດັ່ງ​ນີ້:

ຂອບ​ໃຈ​ຫຼາຍໆ ລາ​ກ່ອນ ​ແລະ​ໂຊກ​ດີ.
ຂອບ​ໃຈ​ຫຼາຍໆ ລາ​ກ່ອນ ​ແລະ​ໂຊກ​ດີ.

ບັນດາ​ເຍົາ​ວະ​ຊົນ​ເຊື້ອສາຍ​ລາວ​ອາ​ເມຣິກາ ທີ່​ເກີດ​ໃຫຍ່​ຢູ່​ໃນ​ສະຫະລັດ ຫຼາຍ​ຄົນ​ສາ
ມາດ​ປາກ​ເວົ້າ​ພາສາ​ລາວ​ໄດ້ຢ່າງ​ຄ່ອງ​ແຄ້ວ ​ຫຼາຍໆ​ຄົນ​ສາມາດ​ເຂົ້າໃຈພາສາ​ລາວ​ແຕ່
​ເວົ້າ​ໄດ້​ໜ້ອນ​ນຶ່ງ ​ແລະ​ຫຼາຍໆ​ຄົນ​ບໍ່​ສາມາດ​ເຂົ້າ​ໃຈ ​ແລະ​ບໍ່​ມີ​ຄວາມ​ສົນ​ໃຈກ່ຽວ​ກັບ​ເລ້ືອງ​
ນີ້. ບັດ​ນີ້​ເຮົາ​ມາ​ຟັງ​ການ​ໂອ້​ລົມເປັນ​ພາສາ​ລາວ​ກັບ​ຍານາງ​ແຄັ​ຕ​ເທິຣິນ ນ້ອຍ​ນຶ່ງວ່າ​ເປັນ​
ຫັຍ​ງ ຍານາງ​ຈຶ່ງສາມາດ​ປາກພາສາ​ລາວ​ໄດ້​ດີ ​ແລະຍັງ​ມັກ​ກິນ​ອາຫານ​ລາວອີກ​ດ້ວຍ
ຊຶ່ງ​ແຄ​ຕເທິຣິນ ​ໄດ້​ກ່າວສະຫລຸບ​ຕໍ່ ວີ​ໂອ​ເອ ຟັງດັ່ງ​ນີ້.

ຂອບໃຈ​ແຄັ​ຕ​ເທິຣິນ ທີ່​ໄດ້ແບ່ງປັນ​ປະສົບ​ການ ຜົນ​ສຳ​ເລັດ​ການ​ສຶກສາ​ຜ່ານ​ທາງ​ວິທະຍຸ
ວີ​ໂອ​ເອ ພາກ​ພາສາ​ລາວ ​ແລະ​ຂໍ​ໃຫ້​ແຄ​ັຕເທິຣິນ ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່ວຽກ​ງານ
​ແລະ​ມີ​ຊີວິດ​ອັນ​ເບີກບານ.

XS
SM
MD
LG