ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ​ຕໍ່າ​ ສຫລ ​ຮັບຮອງ​ເອົາ ​ຮ່າງກົດໝາຍ "Kate's Law" ​​​ທີ່ເຂັ້ມງວດຂຶ້ນ ​ຕໍ່ພວກ​ເຂົ້າ​ເມືອງ ຜິດກົດໝາຍ


ທ້າວ Juan Francisco Lopez-Sanchez (ຂວາ), ທີ່ຖືກກ່າວຫາວ່າ ເປັນຄາດຕະກອນ ສັງຫານຊີວິດນາງ Kathryn Steinle ອາຍຸ 32 ປີ ຖືກຄວບຄຸມຕົວ ໄປຫາຫ້ອງການສານ ໃນນະຄອນ San Francisco ເມື່ອວັນທີ 7 ກໍລະກົດ 2015.
ທ້າວ Juan Francisco Lopez-Sanchez (ຂວາ), ທີ່ຖືກກ່າວຫາວ່າ ເປັນຄາດຕະກອນ ສັງຫານຊີວິດນາງ Kathryn Steinle ອາຍຸ 32 ປີ ຖືກຄວບຄຸມຕົວ ໄປຫາຫ້ອງການສານ ໃນນະຄອນ San Francisco ເມື່ອວັນທີ 7 ກໍລະກົດ 2015.

ບັນດາ​ສະມາຊິກສະພາ​ຕໍ່າຂອງ​ສະຫະລັດ ​ໄດ້​ເອົາ​ບາດກ້າວ​ທໍາ​ອິດ ​ໃນ​ວັນ​ພະຫັດ​
ວານ​ນີ້ ໃນ​ການ​ປະຕິບັດຕາມ​ຄໍາໝັ້ນສັນຍາ​ສໍາຄັນ​ສອງ​ຢ່າງຂອງ​ປະທານາທິບໍດີດໍ​ໂນ​ລ
ທຣໍາ ທີ່​ໄດ້​ໃຫ້​ໄວ້​ໃນ​ເວລາ​ໂຄສະນາ​ຫາ​ສຽງ​ ຊຶ່ງ​ກໍ​ຄື​ການ​ຮັບຮອງ​ເອົາຮ່າງ​ກົດໝາຍທີ່​
ເຮັດ​ໃຫ້​ມີ​ການ​ລົງ​ໂທດຢ່າງເຂັ້ມງວດ​ຂຶ້ນຕໍ່ພວກ​ເຂົ້າ​ເມືອງ​ທີ່​ບໍ່ມີ​ເອກະສານຖືກຕ້ອງ ​
ແລ້ວ​ກັບ​ຄືນ​ມາ​ອາ​ເມຣິກາ​ອີກ ​ພາຍຫຼັງທີ່​ຖືກ​ເນລະ​ເທດ ​ແລະ​ຕັດ​ງົບປະມານ​ຂອງ​ລັດ
ຖະບານ​ກາງຕໍ່ເມືອງ​ຕ່າງໆ ທີ່​ໃຫ້ບ່ອນຫ​ລົບ​ໄພ​ແກ່​ພວກ​ກ່ຽວ​ອາ​ໄສຢູ່​.

​ດ້ວຍ​ການ​ລົງ​ຄະ​ແນນ​ສຽງ 257 ​ຕໍ່ 167 ສະພາ​ຕໍ່າ​ສະຫະລັດໄດ້​ຮັບຮອງ​ເອົາ​ຮ່າງ​ກົດ
ໝາຍ "Kate's Law," ຊຶ່ງໄດ້​ຕັ້ງຊື່​ ຕາມຊື່​ນາງ Kate Steinle ອາຍຸ 32 ປີ ທີ່​ຖືກ​ຍິງ​ຕາຍ
​ຢູ່​ໃນ​ນະຄອນ San Francisco ​ໃນ​ເດືອນ​ກໍລະກົດ ປີ 2015. ທ້າວ Juan Francisco
Lopez-Sanchez, ອາດຊະຍາ​ກອນທີ່​ຖືກ​ເນລະ​ເທດຫ້າ​ເທື່ອ ຖືກ​ກ່າວ​ຫາວ່າ ​ເປັນ​ຄາດ​ຕະກອນ ​ແລະ​ຂໍ້​ກ່າ​ວຫາອື່ນໆ ທີ່​ກ່ຽວຂ້ອງ​ກັບ​ເຫດຍິງສັງຫານທີ່​ເກີດ​ຂຶ້ນນັ້ນ.

ຮ່າງ​ກົດໝາຍຂອງ​ສະພາ​ຕໍ່າ ຈະລົງ​ໂທດ​ຈໍາ​ຄຸກໜັກ​ຂຶ້ນ ​ຕໍ່ພວກ​ເຂົ້າ​ເມືອງທີ່ບໍ່ມີ​ເອກະສານ​ ຖືກຕ້ອງ ​ທີ່​ກັບ​ຄືນ​ມາ​ສະຫະລັດ​ອີກ​ ຫລັງຈາກ​ຖືກ​ເນລະ​ເທດ​ແລ້ວ.

ນອກຈາກ​ນັ້ນ​ແລ້ວ ສະພາ​ຕໍ່າ​ຍັງ​ໄດ້​ຮັບຮອງ​ເອົາ​ "ກົດໝາຍບໍ່​ໃຫ້​ມີ​ບ່ອນຫ​ລົບ​ໄພ​ແກ່
​ພວກ​ອາ​ຊະ​ຍາກ​ອນ"
ດ້ວຍຄະ​ແນນ​ສຽງ 228 ຕໍ່ 195 ທີ່​ໄດ້ເຮັດ​ໃຫ້ເມືອງ​ຕ່າງໆທີ່​ຖືກ​
ເອີ້ນວ່າ ​ເປັນ​ເມືອງໃຫ້​ບ່ອນຫລົບ​ໄພ​ແກ່​ພວກ​ກ່ຽວ ບໍ່​ໄດ້​ຮັບທຶນ​ຈາກ​ລັດຖະບານ​ກາງ
​ແລະ​ເພີ້ມຂີດ​ຄວາມ​ສາມາດ​ຂອງ​ລັດຖະບານ​ກາງ​ໃນ​ການທີ່​ຈະ​ເຮັດ​ໃຫ້ບັນດາ​ເມືອງ​ດັ່ງ
ກ່າວ​ປະຕິບັດ​ຕາມ​ການບັງຄັບ​ໃຊ້​ກົດໝາຍດ້ານ​ການ​ຄົນ​ເຂົ້າ​ເມືອງ​ໄດ້.

ທ່ານ​ທຣໍາ ​ໄດ້​ຕ້ອນຮັບ​ການ​ຮັບຜ່ານ​ຮ່າງ​ກົດໝາຍສະ​ບັບທໍາ​ອິດດັ່ງກ່າວ​ ໂດຍ​ການ​ຂຽນ
ຂໍ້ຄວາມລົງ​ໃນ Twitter ວ່າ “​ຂ່າວ​ດີ ສະພາ​ຕໍ່າຫາກໍ່ຮັບຮອງ​ເອົາກົດໝາຍ KatesLaw.
ຫວັງ​ວ່າ ສະພາ​ສູງ​ຈະ​ເຮັດ​ແບບ​ດຽວກັນນີ້."


ທ່ານ​ໄດ້​ເນັ້ນໜັກ​ໃຫ້​ມີ​ການ​ບັງຄັບ​ໃຊ້​ກົດໝາຍດ້ານ​ຄົນ​ເຂົ້າ​ເມືອງ​ຢ່າງ​ເຂັ້ມງວດ​ໃນ​ລະ
ຫວ່າງການ​ໂຄສະນາ​ຫາ​ສຽງຂອງ​ທ່ານ ​ແລະ​ມັກ​ຈະ​ເຮັດ​ໃຫ້​ສະມາຊິກ​ຄອບຄົວ​ຂອງ​ຜູ້​ໄດ້​
ຮັບ​ເຄາະຮ້າຍ ​ມີ​ຄວາມໂດ​ດ​ເດັ່ນ ຢູ່​ໃນ​ການໂຮມ​ຊຸມນຸມ ເພື່ອ​ຫາ​ສຽງ​ຂອງ​ທ່ານໃນ​ແຫ່ງ
ຕ່າງໆ.

ຢູ່​ໃນ​ການກ່າວ​ຄໍາ​ປາ​ໄສ ​ຂອງກອງ​ປະຊຸມ​ໃຫຍ່ພັກ ​ເພື່ອຮັບ​ເອົາ​ການ​ແຕ່ງຕັ້ງຂອງ​ພັກຣີ
ພັບ​ບລິກັນ ​ໃຫ້​ເປັນ​ຜູ້​ສະໝັກ​ແຂ່ງຂັນ​ ໃນ​ການເລືອກ​ຕັ້ງປະທານາທິບໍດີ​ນັ້ນ ທ່ານ​ທຣໍາ​
ໄດ້​ເນັ້ນ​ຄົນໃຫ້​ຮູ້​ເຖິງ​ເລື່ອງ​ລາວ​ຂອງ​ນາງ Sarah Root, ອາຍຸ 21 ປີ ທີ່​ຖືກ​ຂ້າ​ຕາຍ​ຢູ່​
ເມືອງ Omaha ລັດ Nebraska ​ໃນ​ເດືອນ​ມັງກອນ 2016 ​ຜ່ານ​ມາ ໃນຂະນະ​ທີ່​ພາຫະ
​ນະຄັນ​ນຶ່ງ ຕໍາ​ລົດ​ຂອງ​ລາວຢູ່​ໄຟ​ແດງ. ອີງ​ຕາມ​ຕໍາຫລວດ​ປະຕິບັດ​ການ​ກວດ​ຄົນ​ເຂົ້າ
​ເມືອງແລະ​ພາສີ ທ້າວ Eswin Mejia ຜູ້​ເຂົ້າ​ເມືອງ​ທີ່​ຜິດ​ກົດໝາຍຈາກ​ຮອນ​ດູຣາດ ​ແມ່ນ
​ຜູ້​ທີ່​ທາງ​ການ​ຕ້ອງການ​ຕົວ ​ໃນ​ຄະດີ​ການ​ເຮັດ​ລົດ​ຕໍາ​ຄົນ​ຕາຍ​ດັ່ງກ່າວ. ທ້າວ Mejia ຖືກ​
ກ່າວ​ຫາ​ວ່າ ໄດ້ກະທໍາ​ຜິດ​ ໃນ​ຖານ​ຂັບ​ລົດຂະນະ​ທີ່​ມີ​ຄວາມ​ມືນ​ເມົາຈາກ​ການ​ດື່ມ​ເຫລົ້າ
​ແຕ່​ວ່າໄດ້​ຖືກ​ປ່ອຍ​ ຍ້ອນ​ມີ​ການ​ປະກັນ​ຕົວ ​ແລະ​ຕໍ່ມາ​ກໍໄດ້​ຫາຍ​ຕົວ​ໄປ. ລາວ​ຍັງ​ບໍ່ທັນ​ຖືກ​
ຈັບ​ໄດ້​ເທື່ອ​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG