ຄວາມພະຍາຍາມ ທີ່ຈະກີດກັນ ມະຫາເສດຖີພັນລ້ານ ທ່ານ Donald Trump ຈາກການ ທີ່ຈະໄດ້ຮັບການສະເໜີຊື່ເປັນຕົວແທນ ຂອງພັກຣີພັບບລີກັນ ເພື່ອແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ໄດ້ມີບາດກ້າວໃໝ່ ເມື່ອຕອນແລງວັນອາທິດວານນີ້ ຂະນະທີ່ ຄູ່ແຂ່ງໃຫຍ່ ຂອງທ່ານ Trump ສອງທ່ານ ຮ່ວມກັນເປີດເຜີຍ ລາຍລະອຽດແຜນການ ທີ່ຈະທຳງານ ຮ່ວມກັນ ຕໍ່ສູ້ຕ້ານ ຜູ້ນຳໜ້າຢູ່ນີ້ ຢູ່ໃນສາມລັດ ຂອງສະຫະລັດ.
ຕັ້ງແຕ່ໄດ້ຊະນະ ການເລືອກຕັ້ງຂັ້ນຕົ້ນ ໃນລັດ New Hampshire ເມື່ອວັນທີ 9 ກຸມພາ ຜ່ານມາ ທ່ານ Trump ໄດ້ນຳໜ້າໝູ່ ໃນການແຂ່ງຂັນຂອງພັກຣີພັບບລີກັນຕະຫຼອດມາ ຂະນະທີ່ ບັນດາຜູ້ສະໝັກຄົນອື່ນໆ ພະຍາຍາມ ທີ່ຈະເຂົ້າຄວບຄຸມທຳນຽບຂາວ ໃນເວລາ ກຳນົດສະໄໝຂອງປະທານາທິບໍດີ ບາຣັກ ໂອບາມາ ສິ້ນສຸດລົງ ໃນຕົ້ນປີໜ້ານີ້. ແຕ່ການ ໂຄສະນາຫາສຽງ ທີ່ມີອິດທິພົນສູງຂຶ້ນ ຂອງທ່ານ Trump ນັ້ນ ແມ່ນເປັນສິ່ງທີ່ບໍ່ມີຄຸນຄ່າ ຫຍັງ ໃນເບື້ອງຕົ້ນ ທີ່ຫຼາຍຄົນຄິດວ່າ ຈະຄ່ອຍຫາຍໄປຢ່າງວ່ອງໄວ ໄດ້ເຮັດໃຫ້ຫຼາຍຄົນ ພາຍໃນທັງສອງພັກ ຮູ້ສຶກບໍ່ດີປານໃດ ຍ້ອນຖະແຫລງການຂອງທ່ານ Trump ກ່ຽວກັບ ເລື້ອງຄົນເຂົ້າເມືອງ ແລະ ນະໂຍບາຍການຕ່າງປະເທດ ແລະ ຄຳຖາມຕ່າງໆ ກ່ຽວກັບວ່າ ທ່ານ Trump ຈະຢຶດໝັ້ນກັບພັກ ແລະ ແນວທາງຂອງພັກ ຫຼາຍເທົ່າໃດ.
ໂດຍມີເວລາພຽງບໍ່ເຖິງ 3 ເດືອນ ກ່ອນກອງປະຊຸມພັກຣີພັບບລີກັນ ໃນນະຄອນ Cleveland ຈະໄຂຂຶ້ນ ທ່ານ Trump ແມ່ນເປັນຜູ້ສະໝັກພຽງຄົນດຽວ ຖ້າຄິດໄລ່ເບິ່ງ ແລ້ວ ມີໂອກາດ ທີ່ຈະໄດ້ຮັບ ຜູ້ແທນ 1,237 ທ່ານ ເປັນສ່ວນໃຫຍ່ ກ່ອນໝູ່ ທີ່ຕົນຕ້ອງ ການ ເພື່ອຈະໄດ້ຖືກສະເໜີຊື່ ເປັນຕົວແທນຂອງພັກ ຢ່າງສິ້ນເຊີງ.
ນັ້ນກໍບໍ່ໄດ້ຢຸດຢັ້ງ ສະມາສິກສະພາສູງ ຈາກລັດ Texas ທ່ານ Ted Cruz ຫຼື ຜູ້ປົກຄອງ ລັດ Ohio ທ່ານ John Kasich ຈາກການໂຄສະນາຫາສຽງຕໍ່ໄປ. ພວກເພິ່ນໄດ້ ເອີ້ນ ທ່ານ Trump ວ່າ ເປັນອັນຕະລາຍຕໍ່ພັກ ແລະ ກ່າວວ່າ ຖ້າຜູ້ກ່ຽວຖືກຄັດເລືອກ ຫຼັງຈາກ ນັ້ນ ຜູ້ສະໝັກ ຂອງພັກເດໂມແຄຣັດ ກໍເບິ່ງຄືວ່າ ຈະເປັນອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hilary Clinton ຈະຍາດເອົາໄຊຊະນະໃນການເລືອກຕັ້ງທົ່ວໄປ ໃນເດືອນ ພະຈິກນີ້ ຢ່າງງ່າຍດາຍ.
ໃນວັນອາທິດວານນີ້ ພວກເພິ່ນໄດ້ປະກາດ ແຜນການ ວ່າຈະບໍ່ໃຫ້ທ່ານ Trump ໄດ້ຮັບ ຜູ້ແທນ ຮອດ 1,237 ທ່ານ.
ຕາຕະລາງ ຈຳນວນຕົວເລກ ຂອງຜູ້ແທນ ທີ່ຜູ້ສະໝັກ ແຕ່ລະຄົນ ໄດ້ຮັບ